ສປປລ ຈະປະກາດຜູ້ນໍາໃໝ່

ອະວາຣີ
2016.04.11
f-lpdr ພັກ ປະຊາຊົນ ປະຕິວັດລາວ ຈະເລືອກເອົາ ຄນະຜູ້ນຳຣັຖບານໃໝ່ ໃນທ້າຍເດືອນເມສາ 2016.
Citizen Journalist

ພັກ ປະຊາຊົນ ປະຕິວັດລາວ ຈະ ເລືອກເອົາ ຄນະຜູ້ນຳ ຣັຖບານໃໝ່ ພາຍໃນ ທ້າຍ ເດືອນ ນີ້. ຄນະ ກັມມະການ ບໍຣິຫານ ສະພາ ແຫ່ງຊາດ ສປປລາວ ແຈ້ງວ່າ ສະມາຊິກ ສະພາ ແຫ່ງຊາດລາວ ຊຸດໃໝ່ ຈະເປີດ ກອງປະຊຸມ ຄັ້ງທຳອິດ ໃນ ວັນທີ 20 ຈົນເຖິງ ວັນທີ 23 ເດືອນ ເມສາ 2016 ນີ້, ເພື່ອ ເລືອກເອົາ ຄນະ ຜູ້ນຳ ຣັຖບານໃໝ່ ເປັນຕົ້ນ ປະທານ ປະເທດ ແລະ ນາຍົກ ຣັຖມົນຕຣີ.

ຕໍ່ຄຳຖາມ ທີ່ວ່າ ໃຜຈະໄດ້ ເປັນປະທານ ປະເທດ ແລະ ນາຍົກ ຣັຖມົນຕຣີ ຜູ້ໃໝ່ນັ້ນ, ໜັງສືພິມຊິນຫົວ ຂອງ ທາງການຈີນ ຕອບວ່າ ໃຫ້ເບິ່ງຕາມ ການເລືອກຕັ້ງ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ແລະ ອັນດັບ ຣາຍຊື່ ຂອງ ຄນະ ກົມການເມືອງ ຊຸດໃໝ່. ເມື່ອ ອີງຕາມ ນັ້ນ ທ່ານ ບຸນຍັງ ວໍຣະຈິດ ໄດ້ຮັບເລືອກ ໃຫ້ເປັນ ເລຂາທິການໃຫຍ່ ຂອງ ພັກ ຄົນໃໝ່.

ຕາມປະເພນີ ທີ່ເຄີຍ ປະຕິບັດ ກັນມາ ຜູ້ເປັນ ເລຂາທິການ ໃຫຍ່ ຂອງພັກ ຊຶ່ງເປັນ ຜູ້ສຳຄັນ ອັນດັບນຶ່ງ ໃນຣາຍຊື່ ຂອງຄນະ ກົມການເມືອງ ກໍຈະໄດ້ ເປັນປະທານ ປະເທດ ແລະ ຜູ້ສຳຄັນ ອັນທີສອງ ໃນຄນະ ກົມການເມືອງ ຊຶ່ງແມ່ນ ທ່ານ ທອງລຸນ ສີສຸລິດ ກໍມີ ໂອກາດສູງ ທີ່ຈະໄດ້ ເປັນນາຍົກ ຣັຖມົນຕຣີ.

ໜັງສືພິມ ຊິນຫົວ ຣາຍງານ ອີກວ່າ ການເລືອກ ຄນະຜູ້ນຳໃໝ່ ຄັ້ງນີ້ ຈະເປັນຄັ້ງ ທີ່ສຳຄັນ ເພາະ ສປປລາວ ຈະເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ອາຊຽນ ຊຶ່ງທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ແລະ ຜູ້ນຳໂລກ ທີ່ສຳຄັນ ຄົນອື່ນໆ ກໍຈະເເຂົ້າຮ່ວມ.

ອີງຕາມ ຣັຖທັມມະນູນ ຂອງ ສປປລາວ ສະບັບ ປັບປຸງໃໝ່ ສະພາ ແຫ່ງຊາດ ເປັນຜູ້ ເລືອກຕັ້ງ ປະທານ ປະເທດ ແລ້ວ ປະທານ ປະເທດ ຈຶ່ງ ໄປແຕ່ງຕັ້ງ ນາຍົກ ຣັຖມົນຕຣີ; ແຕ່ໃນພາກ ປະຕິບັດ ຕົວຈິງ ແລ້ວ ຄນະຜູ້ນຳ ພັກ ປະຊາຊົນ ປະຕິວັດລາວ ເປັນຜູ້ແຕ່ງຕັ້ງ ທັງສອງ ຕຳແໜ່ງ ນີ້ໄວ້ ຮຽບຮ້ອຍແລ້ວ ມີແຕ່ເອົາມາ ສເນີໃຫ້ ສະມາຊິກ ສະພາ ຊີ້ມື ແລະ ຕົບມື ຮັບຮອງເອົາ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.