ສື່ມວນຊົນລາວ ຍັງຖືກຈຳກັດ ເສຣີພາບ ໃນການ ນຳສເນີຂ່າວ
2022.05.04
ອົງການຂ່າວບໍ່ມີພົມແດນ ຫຼື Reporters Without Borders ຣາຍງານກ່ຽວກັບດັດສະນີ ເສຣີພາບສື່ມວນຊົນໂລກ ປະຈຳປີ 2022, ເມື່ອວັນທີ 3 ພຶສາພານີ້ຣະບຸວ່າ ເສຣີພາບຂອງສື່ມວນຊົນລາວຢູ່ໃນອັນດັບ 161 ຈາກທັງໝົດ 180 ປະເທດທົ່ວໂລກ. ດີຂຶ້ນຈາກເມື່ອປີ 2021 ທີ່ຢູ່ອັນດັບ 172 ຂອງໂລກ. ເຖິງແມ່ນວ່າການຈັດອັນດັບຈະດີຂຶ້ນ ແຕ່ສື່ມວນຊົນລາວກໍຍັງບໍ່ມີເສຣີພາບ ທາງການຂ່າວບໍ່ມີສຳນັກຂ່າວເອກກະຣາດ ອົງການຂ່າວຕ່າງໆ ແມ່ນຂຶ້ນກັບຣັຖບານໝົດ ຊຶ່ງເປັນບັນຫາຕໍ່ການຣາຍງານຂ່າວ ທີ່ຫຼາກຫຼາຍໂດຍສະເພາະ ການຣາຍງານຂ່າວການສໍ້ຣາສບັງຫຼວງຂອງພະ ນັກງານພັກ-ຣັຖ. ການວິພາກວິຈານການເຮັດວຽກຂອງຣັຖບານແບບເຊີ່ງໜ້າຫຼືຜ່ານສື່ສັງຄົມອ໋ອນລາຍນ໌ ກໍຍັງຖືກກວດກາຢ່າງເຂັ້ມງວດ.
ດັ່ງນັກຂ່າວທ່ານນຶ່ງໃນຜແນກຖແລງຂ່າວ, ວັທນາທັມ ແລະທ່ອງທ່ຽວ ແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 04 ພຶສພານີ້ວ່າ:
“ອໍ, ກ່ຽວກັບວຽກງານກວດກາແນວນີ້ເບາະ (ກວດສອບພະນັກງານພັກ-ຣັຖ) ອັນນີ້ມັນກໍຂຶ້ນກັບຜູ້ກ່ຽວວ່າສິໃຫ້ອອກໄດ້ບໍ່ ຕ້ອງໄດ້ຮັບການຮັບປາກ ຈາກພາກສ່ວນທີ່ກ່ຽວຂ້ອງ ອີ່ຫຍັງຫັ້ນນ່າ.”
ນັກຂ່າວຜູ້ນີ້ກ່າວອີກວ່າ ການຣາຍງານຂ່າວສານທຸກເຣື່ອງ ຍັງຕ້ອງປະຕິບັດຕາມຄຳສັ່ງ ຂອງທາງການລາວ ແລະກ່ອນຈະຖືກເຜີຍແຜ່ ຜ່ານສື່ໂທຣະທັສ, ວິທຍຸ ແລະ ສັງຄົມອ໋ອນລາຍນ໌ ກໍຕ້ອງຜ່ານກວດກາຈາກຫົວໜ້າຜແນກໂດຍກົງ ແລະນັກຂ່າວບໍ່ສາມາດໄປຕິດຕາມ, ກວດກາ ຄວາມເປັນຈິງດ້ວຍໂຕເອງໄດ້ຫາກບໍ່ໄດ້ຮັບອະນຸຍາດ ຈາກຫົວໜ້າຜແນກ ຫຼືທາງການລາວ.
ນັກຂ່າວອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຍອມຮັບວ່າທຸກປະເດັນຂ່າວ ໃນລາວຍັງຕ້ອງຣາຍງານ ຕາມທີ່ທາງການລາວ ອະນຸຍາດໃຫ້ຣາຍງານເທົ່ານັ້ນ ແລະເຖິງແມ່ນວ່ານັກຂ່າວ ຈະຮູ້ວ່າມີພະນັກງານພັກ-ຣັຖ ກະທຳຄວາມຜິດ ສໍ້ຣາສບັງຫຼວງ ຫຼືເຣື່ອງທີ່ທາງການລາວ ເຫັນວ່າຂັດຕໍ່ຄວາມໝັ້ນຄົງ ຂອງປະເທດ ເປັນຕົ້ນເຣື່ອງການເມືອງ, ການວິພາກວິຈານເຈົ້າໜ້າທີ່ີຣະດັບສູງ ແຕ່ສື່ມວນຊົນກໍບໍ່ສາມາດ ໄປຣາຍງານຂ່າວໄດ້ຢ່າງອິດສະຣະ.
ດັ່ງນັກຂ່າວທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 04 ພືສພາ ນີ້ວ່າ:
“ທາງເຮົາມັນບໍ່ແມ່ນອິດສະຣະເນາະ ຖ້າເພິ່ນແຈ້ງ (ຂ່າວ) ມາ ເຮົາຈຶ່ງໄດ້ໄປ ເພາະວ່າເຮົາກາເຮັດຕາມແນວທາງ (ຣັຖບານ) ເພາະວ່າເພິ່ນຫ້າງໃຫ້ໄປ ເຮົາຈັ່ງໄດ້ໄປ ບາງອັນມັນກາຮູ້ແດ່ ບໍ່ຮູ້ແດ່ ເຮັດກາບໍ່ໄດ້.”
ຂະນະທີ່ຄົນລາວຈຳນວນນຶ່ງກໍເຫັນວ່າ ທັງສື່ມວນຊົນໃນລາວ ແລະຄົນລາວໃນປະເທດ ຕ່າງກໍຖືກຈຳກັດເສຣີພາບໃນການສະແດງ ຄວາມຄິດຄວາມເຫັນ ຫຼືວິພາກວິຈານການເຮັດວຽກ ຂອງຣັຖບານລາວ ແລະບໍ່ມີພາກສ່ວນໃດ ກ້າອອກມາຮຽກຮ້ອງສິດເສຣີພາບ ຈາກທາງການລາວໄດ້. ບັນຫາການຈຳກັດເສຣີພາບຍັງສົ່ງຜົລກະທົບ ໃຫ້ຄົນລາວຈຳນວນຫຼາຍເກີດຄວາມຢ້ານກົວ ແລະວິຕົກກັງວົນທຸກຄັ້ງ ເມື່ອອອກມາສະແດງຄວາມຄິດເຫັນ ຫຼືວິພາກວິຈານການເຮັດວຽກຂອງທາງການ ດັ່ງກໍຣະນີທີ່ເກີດຂຶ້ນກັບ ຍານາງ ຮວາຍເຮືອງ ໄຊຍະບູຣີ ຫຼື ໝວຍ ທີ່ຖືກເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ຈັບເຂົ້າຄຸກໃນຂໍ້ຫາໂຄສະນາຕໍ່ຕ້ານ ສປປ ລາວ ຍ້ອນວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຣັຖ.
ດັ່ງຄົນລາວຜູ້ນຶ່ງ ໃນແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 04 ພຶສພາ ນີ້ວ່າ:
“ບໍ່ຢາກເວົ້າຫຼາຍນ່າ ຄັນເວົ້າຫຼາຍຈັກໜ້ອຍເພິ່ນສິເອົາເຮົາໄປຕິດຄຸກ ຢູ່ນີ້ເວົ້າບໍ່ໄດ້ ຍັດເຂົ້າຄຸກຫາຍສາບສູນໄປເລີຍ ແລ້ວກາແລ້ວ ຂ່າງນາງໝວຍຄົນໄທປາກເຊຫັ້ນເດ ກາທັມມະດາ ມັນກາເວົ້າວິຈານມັນກາແມ່ນຄວາມມັນ ແລ້ວເນາະຄົນນອກກາເວົ້າໄດ້ຢູ່ດອກ ຄົນໃນກາເວົ້າບໍ່ໄດ້.”
ຄົນລາວອີກຜູ້ນຶ່ງໃນແຂວງວຽງຈັນ ກ່າວວ່າປັດຈຸບັນມີຊາວບ້ານເປັນຈຳນວນຫຼາຍ ໄດ້ຮັບຄວາມເດືອດຮ້ອນຈາກໂຄງການລົງທຶນຕ່າງໆ ຈາກໂຄງການຂອງຣັຖບານ ແລະເອກະຊົນ ກໍຍັງບໍ່ເຄີຍເຫັນສື່ມວນຊົນລາວ ໄປຕິດຕາມຂ່າວສານ ແລະຮັບຟັງສຽງສະທ້ອນຂອງຊາວບ້ານຈັກເທື່ອ ເພາະທຸກເຣື່ອງຖືກຈຳກັດໂດຍຣັຖບານ.
ຍິ່ງການວິພາກວິຈານກ່ຽວກັບ ເຣື່ອງການເມືອງພາຍໃນປະເທດ, ການເຮັດວຽກຂອງຣັຖບານລາວ ຫຼືເຣື່ອງທີ່ຂັດຕໍ່ຄວາມໝັ້ນຄົງຂອງປະເທດ ຍິ່ງບໍ່ສາມາດເວົ້າໄດ້ຢ່າງເປີດເຜີຍ ສະນັ້ນແລ້ວຄົນລາວສ່ວນໃຫຍ່ຈຶ່ງເລືອກທີ່ຈະບໍ່ສົນໃຈ ແລະຕ່າງຄົນຕ່າງຢູ່.
ດັ່ງຄົນລາວຜູ້ນຶ່ງ ໃນແຂວງວຽງຈັນກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 04 ພຶສພານີ້ວ່າ:
“ຢ່າໄປໂວຍວາຍ (ວິຈານ) ເຮັດຢູ່ໃກ້ນີ້ບໍ່ເປັນຕາເຮັດ ຄັນອອກໜ້າອອກຕາແລ້ວ ມັນເຈັດໂລຍໂລດ ເຂົາຕັດໄຟແຕ່ຕົ້ນລົມໂລດ ດຽວນີ້ນ່າ ຢູ່ເມືອງໄທຍເຂົາກາໄປນຳຈັບ ວຽກບ້ານການເມືອງ ບໍ່ໄດ້ສົນໃຈມີຢູ່ມີກິນ ມີຣົຖຂີ່ແລ້ວ.”
ທາງດ້ານເຈົ້າໜ້າທີ່ ອົງການສະຫະປະຊາຊາດ ປະຈຳລາວກ່າວວ່າສຳລັບສື່ມວນຊົນລາວ ທີ່ຢູ່ພາຍໃຕ້ໜ່ວຍງານຣັຖບານ ຖືວ່າຍັງຖືກຈຳກັດເສຣີພາບຄືເກົ່າ ເພາະທຸກເຣື່ອງທຸກປະເດັນ ຍັງຕ້ອງຣາຍງານຂ່າວຕາມທີ່ທາງການ ກຳນົດໄວ້ ສະນັ້ນແລ້ວຣາຍງານຂ່າວຈະອອກມາ ເປັນຂໍ້ມູນທີ່ສວຍງາມ ຈະບໍ່ມີບັນຫາທີ່ເກີດຂຶ້ນ.
ສື່ມວນຊົນລາວ ຂອງພາກເອກະຊົນສາມາດຣາຍງານຂ່າວ ໄດ້ຢ່າງອິດສະຣະຫຼາຍຂຶ້ນ ແຕ່ການຣາຍງານຂ່າວກໍຈະບໍ່ຮອບດ້ານ ບໍ່ມີຄວາມຈິງທີ່ພຽງພໍ ເນື່ອງຈາກຍັງຖືກຈຳກັດຂໍ້ມູນ ຈາກໜ່ວຍງານຂອງຣັຖ.
ຂະນະທີ່ໂທຣະທັສ, ວິທຍຸ, ໜັງສືພິມ ຊຶ່ງເປັນສື່ກະແສຫຼັກຂອງປະເທດລາວ ຖືກຈຳກັດຂໍ້ມູນໃນການຣາຍງານຂ່າວ ສານເຮັດໃຫ້ຄົນຈຳນວນຫຼາຍ ຫັນມາຕິດຕາມຂໍ້ມູນຂ່າວສານ ຈາກສື່ສັງຄົມອ໋ອນລາຍນ໌ ແລະມີທ່າອ່ຽງຈະເພີ່ມຂຶ້ນນັບມື້ ຍ້ອນຄົນລາວສາມາດສະແດງຄວາມຄິດເຫັນ ແລະວິພາກວິຈານການເຮັດວຽກຂອງຣັຖບານລາວໄດ້ ຢ່າງງ່າຍດາຍ ແລະອາດຈະເປັນຄວາມອຶດອັດໃຈຂອງຄົນລາວ ທີ່ເຫັນວ່າຣັຖບານບໍ່ສາມາດແກ້ໄຂບັນຫາ ພາຍໃນປະເທດໄດ້ ເປັນຕົ້ນເຣື່ອງເສຖກິຈກຳລັງຕົກຕໍ່າ, ເຣື່ອງການປ້ອງກັນ ແລະ ຄວບຄຸມໂຄວິດ-19 ແລະ ບັນຫາອື່ນໆ .
ດັ່ງເຈົ້າໜ້າທີ່ ຂອງອົງການສະຫະປະຊາຊາດ ປະຈຳລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ພຶສພາ ນີ້ວ່າ:
“ໃນການຊ່ອງແສງ ຕາມສື່ສັງຄົມອ໋ອນລາຍນ໌ ຄືເຟສບຸກຄ໌ເບາະ ຫຼືວ່າທວິດເຕີຣ໌ ແມ່ນຫຍັງກາປະກົດເຫັນເຂົາເຈົ້າໃຫ້ຄວາມຄິດເຫັນ ກ່ຽວກັບເຣື່ອງວຽກງານຂອງຣັຖບານ ຮູ້ສຶກວ່າຂະເຈົ້າກາໃຫ້ການຊ່ອງແສງທີ່ດີໄດ໋ ຕາມທີ່ເຮົາເບິ່ງຫັ້ນນ່າ.’
ທ່ານ Phil Robertson ຮອງອຳນວຍການອົງການສິດທິມະນຸສ ຫຼື Human Right Watch ປະຈຳພູມີພາກເອເຊັຽຕາເວັນອອກ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 04 ພຶສພາ ນີ້ວ່າ:
“ເສຣີພາບຂອງສື່ມວນຊົນໃນລາວ ເວົ້າຕຣົງໆ ວ່າບໍ່ມີເລີຍອິດສຣະພາບ ທີ່ມີຢູ່ກໍມາຈາກຕ່າງປະເທດ ແລ້ວກໍການຂ່າວຈາກຕ່າງປະເທດ ມັນຈຶ່ງເປັນເຫດຜົລທີ່ຄົນລາວ ທົ່ວໄປມັກຟັງຂ່າວໄທຍ ມັກເບິ່ງໂທຣະທັສໄທຍ ເພາະວ່າຢ່າງໜ້ອຍກາຮູ້ເຣື່ອງ ສະຖານະການໃນໂລກທາງນອກ ແລະທາງໃນລາວ ເກີດຫຍັງຂຶ້ນແດ່.”
ສຳລັບເຫດການທີ່ສຳຄັນເກີດຂຶ້ນ ໃນໄລຍະຜ່ານມາ ແຕ່ສື່ມວນຊົນໃນລາວບໍ່ໄດ້ຣາຍງານຂ່າວສານ ໃຫ້ສັງຄົມໄດ້ຮັບຮູ້ເປັນຕົ້ນ ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ເປັນຊາວບ້ານຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ຕຳຣວດແຂວງຈຳປາສັກຈັບໂຕ ເມື່ອວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາຕໍ່ຕ້ານ ສປປ ລາວ ອັນເກີດຈາກການທີ່ໄດ້ວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຣັຖ ກ່ຽວກັບການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມພາກໃຕ້ ຜ່ານສື່ສັງຄົມອ໋ອນລາຍນ໌. ຕໍ່ມາໃນວັນທີ 22 ພຶສພາ 2019 ສານປະຊາຊົນແຂວງຈຳປາສັກ ກໍໄດ້ຕັດສິນຈຳຄຸກຍານາງ ໝວຍ ເປັນເວລາ 5 ປີ ແລະ ປັບໃໝເງິນ 20 ລ້ານກີບ ຕາມກົດໝາຽອາຍາມາຕຣາ 117 ຂອງປະເທດລາວ.
ໃນກາງເດືອນມີນາ 2020 ປະຊາຊົນບ້ານຊຽງດາ 2 ຄົນຖືກເຈົ້າໜ້າທີ່ຕຳຣວດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັບໂຕ ຍ້ອນມີຂໍ້ຂັດແຍ່ງທີ່ດິນກັບໂຄງການ ກໍ່ສ້າງມຫາວິທຍາລັຍສຸຂພາບ.
ປະເທດລາວໄດ້ອອກດຳຣັຖ ວ່າດ້ວຍການຄຸ້ມຄອງຂໍ້ມູນ ຜ່ານອິນເຕີຣ໌ເນັຕເລຂທີ 327 ໃນເດືອນກັນຍາ 2014 ເພື່ອຄວບຄຸມ ຜູ້ທີ່ໃຊ້ສື່ສັງຄົມອ໋ອນລາຍນ໌ສະເພາະ ຫຼືຜູ້ທີ່ສະແດງຄວາມຄິດຄວາມເຫັນ ແລະຈັບໂຕຜູ້ກ້າສະແດງຄວາມຄິດຄວາມເຫັນ ທີ່ໄປວິພາກວິຈານຣັຖບານ ສື່ສັງຄົມອ໋ອນລາຍນ໌ ແລະ ລາວມີອົງການສື່ມວນຊົນ ເປັນຈຳນວນຫຼາຍແຫ່ງ ປະກອບມີໜັງສືພິມຂອງລາວ 24 ແຫ່ງ, ສະຖານີໂທຣະທັສ 32 ແຫ່ງ, ສະຖານີວິທຍຸ 44 ແຫ່ງ ແຕ່ທັງໝົດ ຢູ່ພາຍໃຕ້ການຄວບຄຸມ ຂອງພັກປະຊາຊົນປະຕິວັດລາວ.