ກະຊວງ ການ ຕ່າງປະເທດ ສປປ ລາວ ຖແລງວ່າ ຍັງບໍ່ມີ ຣາຍຣະອຽດ ຄັກແນ່ ກ່ຽວກັບ ການ ຫາຍສາບສູນ ຂອງ ຊາວລາວ ອະເມຣິກັນ 3 ຄົນ ຢູ່ແຂວງ ສວັນນະເຂດ.
ກ່ຽວກັບ ຄວາມຄືບໜ້າ ຂອງ ການຫາຍສາບສູນ ຂອງ ຊາວລາວ-ອະເມຣິກັນ 3 ຄົນ ຈາກຣັຖ ມິນນີໂຊຕາ ທີ່ ເມືອຢາມບ້ານ ຢູ່ແຂວງ ສວັນນະເຂດ ເມື່ອ ປະມານ 3 ເດືອນ ຜ່ານມາ, ມາຮອດ ວັນຈັນ ທີ 18 ມີນາ ກໍຍັງບໍ່ມີ ຣາຍຣະອຽດ ຢ່າງແຈ່ມແຈ້ງ ເທື່ອ. ເອເຊັຽເສຣີ ໄດ້ ໂທຣະສັບ ສອບຖາມ ໄປຍັງ ກະຊວງ ການ ຕ່າງປະເທດ ສປປ ລາວ ເຈົ້າໜ້າທີ່ ວິຊາການ ກົມການຂ່າວ ປະຈໍາ ກະຊວງ ກໍບອກວ່າ ໃຫ້ຕິດຕາມ ການແຖລງຂ່າວ ທາງ ສື່ມວນຊົນ. ທ່ານເວົ້າວ່າ:
"ໂອ້ ທາງເຮົາ ກໍຍັງບໍ່ທັນໄດ້ ຮູ້ຢ່າງຄັກແນ່ ເນາະ ດຽວໃຫ້ ຕິດຕາມນໍາ ສື່ ອີກເທື່ອນຶ່ງ ເພາະວ່າ ເພິ່ນຍັງ ຈະມີອອກນໍາ ສື່ ອີກຢູ່ ເພາະວ່າ ຈະມີເຈົ້າໜ້າທີ່ ແຈ້ງຕາມຫລັງ".
ພ້ອມດຽວກັນ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ວ່າ ທາງກະຊວງ ໄດ້ຊາບເຣື້ອງ ນີ້ແລ້ວ.
ລາຍງານ ຂ່າວ ເອເຊັຽເສຣີ ໃນວັນທີ 27 ກຸມພາ 2013 ຜ່ານມາ ວ່າ ຊາວລາວ ອະເມຣິກັນ 3 ຄົນຄື: ທ່ານ ສຸລິ ກອງດາລາວົງ ສັນຊາດ ອະເມຣິກັນ, ທ່ານ ບຸນມາ ພັນໂຍທາ ສັນຊາດ ອະເມຣິກັນ ແລະ ທ່ານ ບຸນທ່ຽງ ອິນສີຊຽງໃໝ່ ຖືບັດ ຂຽວ ຂອງ ສະຫະຣັດ ອະເມຣິກາ. ທັງ 3 ຄົນ ໄປຈາກຣັຖ Minnesota, ຫາຽສາບສູນ ໄປໄດ້ 2 ເດືອນ ກວ່າແລ້ວ ຢູ່ແຂວງ ສວັນນະເຂດ ໃນຣະຫວ່າງ ໄປສົ່ງສະການ ອ້າຽເຂີຍ ຂອງ ທ່ານ ບຸນທ່ຽງ ອິນສີຊຽງໃໝ່ ທີ່ ບ້ານແກ້ງກອກ ເມືຶອງ ຈໍາພອນ. ຄອບຄົວ ແລະ ຍາດພີ່ນ້ອງ ໄດ້ແຈ້ງ ສະຖານທູດ ສະຫະຣັຖ ຢູ່ ນະຄອນຫລວງ ວຽງຈັນ ວ່າ ບໍ່ໄດ້ຍິນ ຂ່າວຄາວ ຂອງຄົນ ທັງສາມ ມາໄດ້ຫລາຍ ເດືອນແລ້ວ. ເມື່ອ ວັນພະຫັດ ວັນທີ 14 ມີນາ ນີ້ ກະຊວງການ ຕ່າງປະເທດ ສະຫະຣັຖ ວ່າ “ສະຖານທູດ ສະຫະຣັຖ ອະເມຣິກາ ໄດ້ຕິດຕໍ່ ກັບ ທາງການລາວ ແລ້ວ, ເຈົ້າໜ້າທີ່ ກົງສູນ ນຶ່ງຄົນ ພ້ອມດ້ວຍ ພະນັກງານ ປະຈໍາ ສະຖານທູດ 2 ຄົນ ໄດ້ເດີນທາງໄປ ສວັນນະເຂດ ເມື່ອວັນທີ່ 6 ມີນາ ເພື່ອສອບຖາມ ກັບ ອໍານາດ ການປົກຄອງ ທ້ອງຖິ່ນ.
ໃນລະຫວ່າງ ທີ່ຢູ່ ສວັນນະເຂດ ເປັນເວລາ 2 ວັນ ນັ້ນ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ປະຕິເສດ ບໍ່ຍອມໃຫ້ ລາຍລະອຽດ ແນວໃດໝົດ ແລະ ບໍ່ອານຸຍາດ ໃຫ້ເຂົ້າໄປ ສັງເກດການ ສະຖານທີ່ ບ່ອນເກີດເຫດ ລົດຕົກເຫວ ແລະ ໄຟໄໝ້ ຊຶ່ງຄາດວ່າ ກ່ຽວຂ້ອງ ກັບ ກໍຣະນີ ການຫາຍສາບສູນ ຂອງ ຄົນທັງສາມ. ໃນວັນສຸກ ວັນທີ່ 15 ມີນາ ເອເຊັຽເສຣີ ໄດ້ຖາມ ໄປຍັງ ສະຖານທູດ ສະຫະຣັຖ ທີ່ ນະຄອນຫລວງ ວຽງຈັນ ອີກ ແລະ ໄດ້ຮັບຄໍາຕອບ ວ່າທາງ ສະຖານທູດ ກໍາລັງ ຕິດຕາມເຣື້ອງ ຈາກ ທາງການລາວ ຢູ່ ແລະ ກໍໄດ້ຕິດຕາມ ຕລອດມາ.
