ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ່ 6 ປິດລົງແລ້ວ

ພອນ ພູມມີທອນ
2023.11.21
ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ່ 6 ປິດລົງແລ້ວ ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໄດ້ປິດລົງຢ່າງເປັນທາງການ ວັນທີ 21 ພຶສຈິກາ 2023.
ຮູບພາບຈາກເພຈ: ປກສ

ໃນຕອນບ່າຍ ຂອງວັນທີ 21 ພຶສຈິກາ 2023 ນີ້, ທີ່ຫໍປະຊຸມສະພາແຫ່ງຊາຕ ໃນນະຄອນຫຼວງວຽງຈັນ ໄດ້ມີພິທີປິດ ກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ດຣ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາຕ ພາຍຫຼັງທີ່ໄດ້ດຳເນີນມາຕັ້ງແຕ່ວັນທີ 31 ເດືອນຕຸລາ ຈົນມາເຖິງວັນທີ 21 ພຶສຈິກາ.

ດັ່ງທ່ານ ດຣ. ໄຊສົມພອນ ພົມວິຫານ, ປະທານ ສະພາແຫ່ງຊາຕ ໄດ້ກ່າວປິດກອງປະຊຸມ ໃນຕອນນຶ່ງວ່າ:

“ໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ໃນນາມປະທານກອງປະຊຸມ ຂໍປະກາດປິດກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ນັບແຕ່ນີ້ເປັນຕົ້ນໄປ. ຂໍຂອບໃຈ.”

ໃນມື້ດັ່ງກ່າວນີ້, ມີສມາຊິກຄະນະຣັຖບານ ແລະ ສມາຊິກສະພາແຫ່ງຊາຕ ຫຼື ສສຊ ເຂົ້າຮ່ວມຢ່າງຄົບຖ້ວນ ເພື່ອສຣຸປຫຼາຍຫົວຂໍ້ ທີ່ໄດ້ມີການປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາ ຂອງປະເທດຊາຕ ໂດຍສະເພາະບັນຫາເສຖກິຈ-ສັງຄົມ ທີ່ມີສະພາບຫຍຸ້ງຍາກ ແລະ ສສຊ ໄດ້ສເນີໃຫ້ຣັຖບານ ຫາວິທີແກ້ໄຂ ໃຫ້ມີປະສິດທິຜົລດີທີ່ສຸດ.

ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ນີ້ຍັງໄດ້ມີການພິຈາຣະນາ ແລະ ຮັບຮອງເອົາ ເອກະສານການຣາຍງານ ຂອງຣັຖບານ ແລະ ອົງການທີ່ກ່ຽວຂ້ອງ ຫຼາຍສບັບ ເປັນຕົ້ນກໍແມ່ນ ບົດຣາຍງານ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ກາງສມັຍ (2021-2023) ແລະ ທິດທາງແຜນການ ທ້າຍສໄມ (2023-2025), ການຈັດຕັ້ງປະຕິບັດ ແຜນການປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງຣັຖບານ, ເຊິ່ງເຮັດໃຫ້ເສຖກິຈ ສາມາດຂຍາຍໂຕ ໃນປີ 2023 ລະດັບ 4.02%.

ພ້ອມດຽວກັນນີ້, ຕລອດໄລຍະເວລາ ຫຼາຍມື້ ທີ່ໄດ້ມີການປະຊຸມ, ສສຊ ຫຼາຍທ່ານ ກໍໄດ້ສເນີໃຫ້ຣັຖບານ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຮັດທຸກວິທີທາງ ເພື່ອແກ້ໄຂບັນຫາ ຜູ້ທີ່ມີສ່ວນຮ່ວມ ໃນການສໍ້ຣາສບັງຫຼວງ ພາຍຫຼັງທີ່ອົງການກວດກາຣັຖບານ ແລະ ອົງການກວດສອບແຫ່ງຣັຖ ໄດ້ມີການກວດພົບເຫັນ ຜູ້ທີ່ມີສ່ວນກະທຳຜິດ ທັງເຈົ້າໜ້າທີ່ຣັຖ, ບຸກຄົນ ແລະ ນິຕິບຸກຄົນທີ່ກ່ຽວຂ້ອງ ໃຫ້ເປັນໄປຕາມກົດໝາຍ ແລະ ດ້ວຍຄວາມເດັດຂາດ.

ນອກຈາກນີ້ແລ້ວ, ກອງປະຊຸມສະພາແຫ່ງຊາຕລາວ ກໍຍັງໄດ້ພິຈາຣະນາ ແລະ ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 7 ສບັບ, ເຊິ່ງປະກອບມີກົດໝາຍ ສ້າງໃໝ່ 1 ສບັບ ຄື ກົດໝາຍວ່າດ້ວຍ ການຮັກສາສຸຂພາບ ຂັ້ນຕົ້ນ ແລະ ກົດໝາຍສບັບປັບປຸງ ຈຳນວນ 6 ສບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ກົດໝາຍວ່າດ້ວຍ ການບັນຊີ, ກົດໝາຍວ່າດ້ວຍ ລະບົບການຊຳລະ, ກົດໝາຍວ່າດ້ວຍ ຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍ ການຕິດຕາມ-ກວດກາ ຂອງສະພາແຫ່ງຊາຕ ແລະ ສະພາປະຊາຊົນຂັ້ນແຂວງ. ສ່ວນກົດໝາຍວ່າດ້ວຍ ເຂດເສຖກິຈພິເສດ ທີ່ເປັນກົດໝາຍໃໝ່ ນັ້ນ, ຜ່ານການປະກອບຄຳເຫັນ ຂອງສມາຊິກສະພາແຫ່ງຊາຕ, ກອງປະຊຸມ ໄດ້ສເນີໃຫ້ຣັຖບານ ສືບຕໍ່ປັບປຸງ ບາງເນື້ອໃນຄືນໃໝ່, ເພື່ອໃຫ້ຮອບຄອບ, ຈະແຈ້ງ ແລະ ສເນີໃຫ້ນຳໄປພິຈາຣະນາ ໃນກອງປະຊຸມສມັຍສາມັນ ເທື່ອທີ 7 ໃນເວລາຈະມີການປັບປຸງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ.

ເປັນທີ່ໜ້າສັງເກດວ່າ ໃນກອງປະຊຸມເທື່ອນີ້, ສສຊ ຫຼາຍທ່ານ ຈາກແຂວງຕ່າງໆ ກໍໄດ້ປະກອບຄວາມເຫັນ ຕໍ່ຫຼາຍບັນຫາ ຢ່າງທີ່ບໍ່ເຄີຍມີມາກ່ອນ ເນື່ອງຈາກປະທານສະພາແຫ່ງຊາຕລາວ ຮຽກຮ້ອງໃຫ້ ສສຊ ມີການປະກອບຄວາມເຫັນ ເພາະມີຫຼາຍທ່ານ ບໍ່ເຄີຍອອກຄວາມເຫັນເລີຍ ໃນໄລຍະກອງປະຊຸມ ເມື່ອຄັ້ງທີ່ຜ່ານໆມາ.

ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ສສຊ ຫຼາຍທ່ານ ຈຶ່ງໄດ້ປະຄວາມຄວາມຄຶດ-ຄວາມເຫັນ ແລະ ສເນີໃຫ້ຣັຖບານ ເລັ່ງເອົາໃຈໃສ່ ໃນການແກ້ໄຂບັນຫາ ທີ່ສັງຄົມເປັນຫ່ວງ ເປັນຕົ້ນວ່າ ການແກ້ໄຂບັນຫາເງິນເຟີ້ ທີ່ສືບຕໍ່ສູງ, ອັດຕຣາແລກປ່ຽນ ທີ່ເໜັງຕີງແຮງ, ຄ່າຄອງຊີບສູງ ທີ່ສືບຕໍ່ສົ່ງຜົລກະທົບໂດຍຕຣົງ ຕໍ່ຊີວິດການເປັນຢູ່ ຂອງພະນັກງານ, ທະຫານ, ຕຳຣວດ ແລະ ປະຊາຊົນບັນດາເຜົ່າ. ບັນດາ ສສຊ ຍັງຂໍໃຫ້ມີການແກ້ໄຂ ບັນຫາຂອງຄຣູ ແລະ ແພດ ອາສາສມັກ, ບັນຫາຄຸນນະພາບການສຶກສາ, ສາທາຣະນະສຸຂ, ບັນຫາສວັດດີການສັງຄົມ, ບັນຫາຄົນງານ, ການເລັ່ງທວງ ເກັບກູ້ຄືນໜີ້ສິນຂອງຣັຖ, ບັນຫາການຂຸດຄົ້ນແຮ່ທາດ ແບບທົດລອງ ແລະ ອື່ນໆ.

ຄຽງຄູ່ກັນນີ້, ປະຊາຊົນລາວ ໃນທົ່ວປະເທດ ກໍໄດ້ໂທຣະສັບ ເຂົ້າເບີສາຍດ່ວນ ຂອງສະພາແຫ່ງຊາຕ 156 ຈຳນວນທັງໝົດ 593 ສາຍ ອັນໄດ້ແຈ້ງເຖິງບັນຫາ 425 ເຣື່ອງ ທີ່ພົວພັນເຖິງວຽກງານ ດ້ານການພັທນາເສຖກິຈ-ສັງຄົມ, ແລະ ການຄຸ້ມຄອງ-ບໍຣິຫານຣັຖ, ການພັທນາທີ່ມີຜົລກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ອີງຕາມການຣາຍງານ ຂອງຍານາງ ປິ່ງຄຳ ລາຊະສິມມາ, ເລຂາທິການສະພາແຫ່ງຊາຕ ທີ່ໄດ້ກ່າວໃນບົດຖແລງຂ່າວ ພາຍຫຼັງພິທີປິດ ກອງປະຊຸມສະພາແຫ່ງຊາຕ ໃນມື້ດຽວກັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.