ສະພາແຫ່ງຊາດລາວ ໄຂປະຊຸມ ຄັ້ງທີ 8 ຊຸດທີ 8

ຈໍາປາທອງ
2019.11.07
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາແຫ່ງຊາຕ ສປປລາວ
ຮູບພາບຈາກ : ວີດີໂອ ຂ່າວສານ ປະເທດລາວ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດລາວ ຊຸດທີ 8 ເປີດຂຶ້ນໃນມື້ວັນທີ 7 ພຶສຈິການີ້. ກອງປະຊຸມ ຈະໄດ້ຮັບຟັງ, ພິຈາຣະນາ ແລະຕົກລົງຮັບຮອງເອົາ ຫຼາຍບັນຫາຂອງຣັຖບານ ເປັນຕົ້ນ ການຮັບຮອງເອົາ ການແຕ່ງຕັ້ງ ສະມາຊິກ ຣັຖບານ, ການຈັດຕັ້ງ ປະຕິບັດວຽກງານ ພົ້ນເດັ່ນ ປະຈໍາປີ 2019 ແລະ ທິດທາງແຜນວຽກ ຈຸດສຸມ ປະຈໍາປີ 2020, ການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ -ສັງຄົມ, ການແກ້ໄຂ ສະພາບຄວາມຫຍຸ້ງຍາກ ທາງດ້ານເສຖກິດ ມະຫາພາກ, ແຜນງົບປະມານ ແຫ່ງຣັຖ, ຜົນກະທົບ ຈາກພັຍນ້ຳຖ້ວມ.

ພ້ອມກັນນັ້ນກໍແມ່ນວຽກງານຂອງ ອົງການກວດສອບແຫ່ງຣັຖ, ອົງການກວດກາຣັຖບານ, ຂອງຄນະປະຈໍາສະພາແຫ່ງຊາດ ແລະ ກັມມາທິການ ສະພາແຫ່ງຊາດ, ຂອງອົງການໄອຍະການ ປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ ດັ່ງ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ກ່າວໃນພິທີເປີດ ກອງປະຊຸມສະພາ ຕອນນຶ່ງວ່າ:

"ກອງປະຊຸມສມັຍສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ຄັ້ງນີ້ ເປັນກອງປະຊຸມ ທ້າຍປີ ສະນັ້ນ ຈະໄດ້ພິຈາຣະນາຕົກລົງຫຼາຍ ບັນຫາສຳຄັນ ພື້ນຖານຂອງປະເທດຊາດ ດັ່ງນີ້, ພິຈາຣະນາເອົາການສເນີ ແຕ່ງຕັ້ງສະມາຊິກ ຣັຖບານ ຕາມການສເນີ ຂອງ ທ່ານນາຍົກ ຣັຖມົນຕີ."

ກອງປະຊຸມສະພາແຫ່ງຊາດເທື່ອນີ້ ຈະພິຈາຣະນາ ແລະຮັບຮອງເອົາຮ່າງກົດໝາຍໃໝ່ ແລະກົດໝາຍສະບັບປັບປຸງ ທັງໝົດ 8 ສະບັບ ຊຶ່ງໃນນັ້ນມີຮ່າງກົດໝາຍ ສ້າງໃໝ່ 2 ສະບັບ ຄືຮ່າງກົດໝາຍວ່າດ້ວຍ ຮູບເງົາ ແລະຮ່າງກົດໝາຍວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ ແລະມີຮ່າງກົດໝາຍ ສະບັບປັບປຸງ 6 ສະບັບ ຄືຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍ ຂອງວິສາຫະກິດ, ວ່າດ້ວຍການອະນາມັຍ, ກັນພຍາດ ແລະສົ່ງເສີມສຸຂພາບ, ວ່າດ້ວຍການປະກັນພັຍ, ວ່າດ້ວຍຫຼັກຊັບ, ວ່າດ້ວຍ ກິລາ-ກາຍກັມ ແລະຮ່າງກົດໝາຍ ວ່າດ້ວຍການ ສົ່ງເສີມ ການລົງທຶນ.

ກ່ຽວກັບກອງປະຊຸມສະພາເທື່ອນີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ຕົນຈະຄອຍຕິດຕາມ ຂ່າວກອງປະຊຸມ ໃນຫົວຂໍ້ຕ່າງໆ ຢູ່ເລື້ອຍໆ ແລະຈະໂທຣະສັບ ສາຍດ່ວນ ໄປຮ້ອງຮຽນ ກ່ຽວກັບບັນຫາຂັດແຍ່ງທີ່ດິນ ເພື່ອໃຫ້ ສະພາແຫ່ງຊາດ ຮັບເອົາໄປ ພິຈາຣະນາ ແກ້ໄຂ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິການີ້ວ່າ:

"ວັນຈັນ ວັນອັງຄານ ເຮົາສິສົ່ງຂ່າວໄປສະພາແໜ່ ເພາະວ່າດຽວນີ້ເພິ່ນ ກະຫາເປີດແດ່ ຢາກເວົ້າເຣຶ່ອງສ່ວນໂຕ ນີ້ດອກ ເຣຶ່ອງດິນນີ້ນະ ເຮົາມີໃບຕາດິນຂອບຄຳ ຢ່າງຄັກແນ່ ມັນຍັງບໍ່ທັນໄດ້ ຮັບການແກ້ໄຂ."

ໃນຂນະດຽວກັນ ນັກວິຊາການລາວ ຜູ້ຂໍສງວນຊື່ທ່ານນຶ່ງ ກໍໄດ້ກ່າວວ່າ ກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ເປັນກອງປະຊຸມ ສມັຍສາມັນ ທີ່ເປີດຂຶ້ນຕາມແຜນການ ບໍ່ໄດ້ມີຫຍັງໂດດເດັ່ນ ໄປກວ່າກອງປະຊຸມ ເທື່ອທີ່ຜ່ານມາ ແຕ່ຢ່າງໃດ:

"ມັນກະສມັຍສາມັນ ລະກະສມັຍວິສາມັນ ສມັຍສາມັນ ແມ່ນເຂົາເປີດຕາມແຜນການ ວິສາມັນກະແບບວ່າ ມີເຫດການຫຍັງເກີດຂຶ້ນ ກະຕາມແຜນມັນແຫລະ ສົມມຸດວ່າໂຄງການ ທາງຣົດໄຟສິຜ່ານເຂດ ທາງລົດໄຟ ສະພາບໍ່ເຫັນດີ ກະບໍ່ໄດ້ເຮັດ ລະກະກົດໝາຍ ຄືກັນ ກົດໝາຍໂຕໃດ ບໍ່ຜ່ານກໍບໍ່ໄດ້ ໂຕໃດຜ່ານກະຜ່ານໄປ."

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວ ຊຸດທີ 8 ເປີດຂຶ້ນໃນມື້ວັນທີ 7 ພຶສຈິກາ ແລະຈະປິດລົງໃນມື້ວັນທີ 6 ທັນວາ 2019. ກອງປະຊຸມເທື່ອນີ້ ກໍຄືກັນກັບກອງປະຊຸມສະພາ ເທື່ອທີ່ຜ່ານໆມາ ມີໜ່ວຍງານ ຮັບຜິດຊອບ ໂທຣະສັບ ສາຍດ່ວນ ເພື່ອຮັບຟັງຄຳຄິດເຫັນ ແລະຄຳຮ້ອງຮຽນກ່ຽວກັບ ບັນຫາຕ່າງໆ ໂດຍກົງຈາກ ປະຊາຊົນ ທີ່ສົ່ງໄປຫາກອງປະຊຸມ ສະພານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.