ກອງປະຊຸມສມັຍສາມັນ ເທື່ອທີ 8

0:00 / 0:00

ສະພາ ແຫ່ງຊາດ ຂອງ ສປປ ລາວ ຈະເປີດ ກອງປະຊຸມ ສມັຍ ສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ເພື່ອ ທົບທວນ ງົບປະມານ ແລະ ດັດແກ້ ເພິ່ມເຕີມ ສໍາລັບ ສົກປີ 2013-14, ຕາມຣາຍງານ ຂອງ ໜັງສືພິມ Global post. ກອງປະຊຸມ ເທື່ອນີ້ ຈະເລິ່ມ ຂຶ້ນແຕ່ ວັນທີ 9 ເຖິງ ວັນທີ 26 ທັນວາ 2014.

ທ່ານ ອຸ່ນແກ້ວ ວຸທິລາດ ຫົວໜ້າ ຫ້ອງວ່າການ ສະພາ ແຫ່ງຊາດ ໄດ້ ກ່າວເຖິງ ໂຄງການ ຂອງ ກອງປະຊຸມ ຕໍ່ ກອງປະຊຸມ ຂ່າວ ເມື່ອ ວັນພຸດ ທີ 3 ທັນວາ. ກອງປະຊຸມ ຈະມີການ ທົບທວນ ການ ກວດສອບ ທີ່ ກ່ຽວຂ້ອງ ໃນການ ບໍຣິຫານ ຄົນຕ່າງດ້າວ ແລະ ກວດຄົນ ເຂົ້າເມືອງ ເຊັ່ນດຽວກັນ ກັບການ ກວດກາ ເງິນຕຣາ ຕ່າງ ປະເທສ.

ນອກຈາກ ນັ້ນ ກໍຈະມີ ການປຶກສາ ຫາລື ກັນ ກ່ຽວກັບ ກົດໝາຍ ປ້ອງກັນ ບໍ່ໃຫ້ໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເວົ້າເຖິງ ການ ຄວບຄຸມ ການ ຈໍາໜ່າຍ ແລະ ຂາຍ ສິ່ງມຶນເມົາ.

ຈະມີການ ພິຈາຣະນາ ແກ້ໄຂ ເພິ່ມເຕີມ ກົດໝາຍ ທີ່ ມີຢູ່ ກ່ຽວກັບ ການ ຮ້ອງຮຽນ ໃນ ເຣື່ອງການ ຕັ້ງຖິ່ນຖານ, ເຣຶ່ອງ ພາສີ ແລະ ການດູແລ ທາງ ການແພດ. ແລະ ຈະໄດ້ ເວົ້າເຖິງ ນະໂຍບາຍ ສົ່ງເສີມ ການຜລິດ ສໍາລັບໂຮງງານ ຂນາດນ້ອຍ ແລະ ຂນາດກາງ ຊຶ່ງເປັນແຫລ່ງ ສໍາຄັນ ຂອງ ການຈ້າງ ຄົນງານ ຢູ່ໃນ ປະເທສ ລາວ.