ກະຊວງ ສຶກສາ ທິການ ແລະ ກິລາ ສປປລາວ ຈະ ດໍາເນີນການ ຢ່າງໃກ້ຊິດ ກັບ ພາກສ່ວນ ທີ່ ກ່ຽວຂ້ອງ ໃນການ ປາບປາມ ກຸ່ມ ນັກສຶກສາ ຜູ້ທີ່ໃຊ້ ໃບ ປະກາສນິຍະບັດ ປອມ ຊື່ງ ໄດ້ພົບເຫັນ ກວ່າ 200 ກໍຣະນີ ແລ້ວ ທີ່ ນັກ ສຶກສາ ລາວ ໃຊ້ ໃບປະກາດ ປອມ ຂັ້ນ ມັທຍົມ ປາຍ ເພື່ອ ເຂົ້າຮຽນຕໍ່ ໃນ ສະຖາບັນ ຊັ້ນສູງ ໃນປີ ຫລັງໆ ມານີ້.
ນັກສຶກສາ ບາງຄົນ ໃຊ້ ປະກາສນິຍະບັດ ປອມ ຂັ້ນ ມັທຍົມ ປາຍ ເຂົ້າຮຽນຕໍ່ ຈົນຈົບ ຂັ້ນ ປຣີນຍາຕຣີ ໂທ ແລະ ເອກ ກໍມີ ແລະ ໃນ ປັດຈຸບັນ ບາງຄົນ ກໍເຮັດວຽກ ໃນກະຊວງ ບາງ ກະຊວງ ບໍຣິສັດ ເອກກະຊົນ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ແລະ ສະຖາບັນ ການ ສຶກສາ ຕ່າງໆ.
ເຫດການ ດັ່ງກ່າວ ພົບເຫັນ ຫລັງຈາກ ເຈົ້າຫນ້າທີ່ ກະຊວງ ສຶກສາ ໄດ້ ທຳການ ກວດກາ ສະຖາບັນ ການ ສຶກສາ ຕ່າງໆ ບໍ່ວ່າ ຂອງຣັຖ ແລະ ຂອງ ເອກຊົນ ໃນເຂດ ນະຄອນ ຫລວງ ວຽງຈັນ ວ່າງຫລັງໆ ມານີ້. ເຈົ້າຫນ້າທີ່ ກວດກາ ໄດ້ຣາຍງານ ເຣື້ອງນີ້ ຕໍ່ ກະຊວງ ຫລັງຈາກ ກວດພົບ.
ໃນ ປັດຈຸບັນ ກະຊວງ ສຶກສາ ລາວ ກຳລັງໂ ອ້ລົມກັບ ພາກສ່ວນ ທີ່ ກ່ຽວຂ້ອງ ວ່າຈະ ລົງໂທດ ຜູ້ທີ່ ກະທຳຜິດ ຢ່າງໃດ. ເຖີງຢ່າງໃດ ກໍຕາມ ຖ້າ ນັກສຶກສາ ຄົນນັ້ນໆ ສາມາດ ຮຽນ ໄປຮອດ ຣະດັບ ສູງ ໄດ້ ກໍເປັນ ການຍາກ ທີ່ ຈະລົງໂທດ ພວກເຂົາ ໄດ້.
