ທາງການຈະປ້ອງກັນບົດ ສອບເສັງ

0:00 / 0:00

ກະຊວງສຶກສາທິການແລະກິລາ ຫາວິທີ ແລະ ມາຕການ ປ້ອງກັນ ຫົວຂໍ້ ບົດສອບເສັງ ຈົບ ຊັ້ນມັທຍົມ ຕອນປາຍ ຫລື ມໍ 7 ບໍ່ໃຫ້ຮົ່ວອີກ ໃນສົກ ການສຶກສາ 2015-16 ທີ່ຈະມີ ການສອບເສັງ ໃນວັນທີ 21 ຫາ 22 ມິຖຸນາ 2016 ນີ້.

ພາຍຫຼັງທີ່ ປີກາຍ ໄດ້ເກີດເຫຕການ ຫົວຂໍ້ ບົດສອບເສັງ ຈົບຊັ້ນ ມໍ 7 ຮົ່ວ ກ່ອນມື້ ສອບເສັງ ທີ່ມີການເຜີຍແພ່ ຄຳຕອບ ໃຫ້ໝູ່ນັກຮຽນ ຜ່ານ ສື່ສັງຄົມ ອອນລາຍ ຈົນເຮັດໃຫ້ ທາງກະຊວງ ຕ້ອງມີ ຄຳສັ່ງ ໃຫ້ໂຈະ ການສອບເສັງ ຢ່າງກະທັນຫັນ, ຊຶ່ງເຮັດໃຫ້ ຜູ້ປົກຄອງ ນັກຮຽນ ບໍ່ພໍໃຈ ທີ່ມີການ ຍົກເລີກ ມື້ ສອບເສັງ ຂອງລູກໆ.

ເຈົ້າໜ້າທີ່ ກົມ ມັທຍົມ ຜູ້ຂໍສງວນຊື່ ກ່າວຕໍ່ RFA ວ່າ ທາງກະຊວງ ສຶກສາທິການ ແລະກິລາ, ກະຊວງ ປ້ອງກັນ ຄວາມສງົບ ແລະ ກະຊວງ ໄປສະນີ ການສື່ສານ ແລະ ໂທຣະຄົມ ມະນາຄົມ ໄດ້ປຶກສາ ຫາລືກັນ ເພື່ອ ຫາວິທີ ມາຕການ ຮັບປະກັນ ບໍ່ໃຫ້ ບົດສອບເສັງ ຮົ່ວອີກ:

"ໂຕນີ້ເຮົາ ກະມີຢູ່ມີມາຕການ ລະໄດ້ລວມກັບ ພວກປ້ອງກັນ ຄວາມສງົບ ລະ ກະຊວງໄປສະນີ ເພື່ອປ້ອງກັນ ນີ້ນ່າ. ເບື້ອງຕົ້ນ ເຮົາໄດ້ ປຶກສາ ຫາລື ກັນແລ້ວ, ເອົາ 3 ກະຊວງ ມາປຶກສາ ຫາລືກັນ. ທັງໝົດ, ຄວາມເຫັນ ທັງໝົດຫັ້ນ ເຮົາຍັງ ບໍ່ທັນໄດ້ຮັບ ຄຳຕອບ ຈາກ ຣັຖມົນຕຼີ ເປັນພຽງສເນີ ໃນກອງປະຊຸມ ເນາະ ລະ ສເນີ ຫາເພິ່ນ".

ທ່ານກ່າວ ຕື່ມວ່າ ເຖິງຈະມີ ມາຕການ ທີ່ເຂັ້ມງວດ ແຕ່ກໍ່ບໍ່ເປັນ ເຣື້ອງງ່າຍ ທີ່ຈະສາມາດ ສະກັດກັ້ນ ບັນຫາ ຕ່າງໆໄດ້ ເພາະໃນໂລກ ສື່ສັງຄົມ ອອນລາຍ ບໍ່ສາມາດ ຮູ້ໄດ້ວ່າ ບັນຫາ ຈະມາໃນ ຮູບແບບໃດ:

"ເຮົາກະບໍ່ຮູ້ວ່າ ມັນມາແບບໃດ ເຮົາກະໄດ້ ຊອກຫາ ທຸກວິທີທາງ ວ່າມັນມາຈາກ ເຫຕຜົນໃດ ເຮົາກະໄດ້ ຕິດຕາມ ເໝິດເນາະ. ຍັງບໍ່ຮູ້ ວ່າມັນຮົ່ວ ຈາກຜູ້ໃດ? ຫັ້ນນ່າ. ວ່າມັນຮູ້ລະ ສັງຄົມ ອອນລາຍ ມັນເປັນ ຈັ່ງຊີ້ແລ້ວ, ເຮົາກະຜ່ານມາ ກະມີວິທີ ປ້ອງກັນຢູ່ ແຕ່ເຮົາກະໄດ້ ເຮັດສຸດ ຄວາມສາມາດ ເຮົາຫັ້ນແຫຼະ".

ບັນຫາ ຫົວຂໍ້ ບົດສອບເສັງ ຈົບຊັ້ນມັຖຍົມ ປາຍຫຼື ມໍ 7 ຮົ່ວ ເມື່ອປີຜ່ານມາ ໄດ້ກາຍເປັນ ບັນຫາ ທ້າທາຍ ຕໍ່ ຄຸນນະພາບ ຂອງການ ສຶກສາ ຂອງ ສປປລາວ ເພາະສະທ້ອນ ໃຫ້ເຫັນເຖິງ ຈຸດອ່ອນ ຂອງການ ບໍຣິຫານງານ ການສຶກສາ ຂອງ ທາງການລາວ ແລະ ຍັງເປັນ ອັນຊີ້ບອກວ່າ ຄຸນນະພາບ ການສຶກສາ ຢູ່ລາວ ຍັງຕ່ຳ ແລະ ຫຼ້າຫຼັງ ເມື່ອທຽບໃສ່ ປະເທດ ອາຊຽນ ດ້ວຍກັນ.