ບົດລາຍງານ Freedom House ຕໍ່ເສລີພາບ ຂອງປະຊາຊົນລາວ
2024.03.04

ອົງການເສລີພາບ Freedom House ໄດ້ອອກບົດລາຍງານ ໃຫ້ຄະແນນເລື່ອງສິດທິ ແລະເສລີພາບຂອງປະຊາຊົນ ຢູ່ ສປປ ລາວ 13 ຄະແນນ ໃນຈໍານວນເຕັມ 100 ຄະແນນ. ໃນນັ້ນ ສິດທິທາງການເມືອງ ແລະການບໍລິຫານ ປະເທດຂອງລັດຖະບານໄດ້ 2 ຄະແນນ ໃນຈໍານວນທັງໝົດ 40 ຄະແນນ ແລະເສລີພາບ ຂອງພົນລະເຮືອນ ເປັນຕົ້ນເສລີພາບ ໃນການສະແດງອອກ, ປາກເວົ້າ, ຂີດຂຽນ, ການໂຮມຊຸມນຸມ, ຈັດຕັ້ງສະມາຄົມ, ສິດທິສ່ວນບຸກຄົນ, ການບັງໃຊ້ກົດໝາຍ ໄດ້ 11 ຄະແນນ ໃນຈໍານວນທັງໝົດ 60 ຄະແນນ. ສະນັ້ນ ສປປ ລາວ ຈຶ່ງຖືກຈັດໃຫ້ຢູ່ໃນສະຖານະປະເທດທີ່ “ບໍ່ມີເສລີພາບ” ຫລື “Not Free” ຢູ່ໃນພາກພື້ນອາຊີ-ປາຊີຟິກ ເຊັ່ນດຽວກັນກັບປະເທດຈີນ, ເກົາຫລີເໜືອ, ວຽດນາມ ແລະບຣູໄນ.
ເຖິງແມ່ນວ່າ ທາງການລາວ ທີ່ກໍາອໍານາດ ຈະຈັດໃຫ້ມີການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາ ປະຊາຊົນຂັ້ນແຂວງ ກໍຕາມ ແຕ່ໃນຂະ ບວນການເລືອກຕັ້ງນັ້ນ ຜູ້ສະໝັກຮັບເລືອກຕັ້ງ ກໍແມ່ນພັກ ແລະລັດ ເປັນຜູ້ເລືອກເອົາມາ, ປະຊາຊົນ ບໍ່ໄດ້ລົງຄະແນນສຽງ ຕາມທີ່ພວກຕົນຕ້ອງການ ຢ່າງແທ້ຈິງ, ແລະຜູ້ແທນທີ່ເລືອກຕັ້ງໄດ້ ກໍປະຕິບັດບໍ່ໄດ້ ຕາມມີສິດ ແລະໜ້າທີ່ ຊຶ່ງກໍານົດໄວ້ຢູ່ໃນລັດຖະທໍາມະນູນ ແລະກົດໝາຍ.
ກ່ຽວກັບເລື່ອງນີ້ ຊາວນະຄອນຫລວງວຽງຈັນ ຊຶ່ງເປັນອາດີດລັດຖະກອນ ທີ່ເຮັດວຽກດ້ານກົດໝາຍທ່ານນຶ່ງ ກ່າວຕໍ່ວິດທະຍຸເອເຊເສຣີ ໃນມື້ວັນທີ 4 ມີນານີ້ວ່າ:
“ອໍ໋ ອັນເລອກຕັ້ງແບບຜູ້ແທນປະຊາຊົນນີ້. ອັນນີ້ນິຄັນເວົ້າແຮງ ມັນແບບວ່າຂີ້ຕົວະ. ເຮັດພໍເປັນຮູບການຊື່ໆ ແລ້ວກໍເຮັດແບບວ່າໃຫ້ສາກົນຮັບຮູ້ວ່າ ປະເທດລາວນີ້ ມີສິດເສລີປະຊາທິປະໄຕ ເລືອກຕັ້ງ ແຕ່ວ່າຜູ້ເພິ່ນຊິເອົາຫັ້ນ ມີແລ້ວແຕ່ວ່ານັບຄະແນນຫັ້ນ ກໍບໍ່ໄດ້ເປີດເຜີຍໄດ໋. ເພິ່ນຮັບກັນເອງໃນຄະນະກໍາມະການເລືອກຕັ້ງ ເພິ່ນຮັບກັນເອງ. ເອີ! ປະຊາຊົນນີ້ໄປບ່ອນຄັນແນ່ ຢາບຍັດລົງຄະແນນໃຫ້ເຂົາຄັກແນ່, ແຕ່ວ່າເວລານັບຄະແນນ. ເພິ່ນບໍ່ໄດ້ຮັບຮູ້ນໍາໄດ໋ ແມ່ນປິດລັບ.”
ທ່ານກ່າວຕື່ມວ່າ ເລື່ອງກົດໝາຍ ເຖິງແມ່ນອົງການ ທີ່ເຮັດວຽກດ້ານກົດໝາຍ ທັງຢູ່ພາຍໃນ ແລະຕ່າງປະເທດ ຈະໄດ້ຊ່ອຍສ້າງ ແລະປັບປຸງກົດໝາຍຕ່າງໆຂອງລາວ ໃຫ້ມີຄວາມສົມບູນ ແລະທັນສະໄໝຂຶ້ນ ແຕ່ການບັງຄັບໃຊ້ກົດໝາຍຢູ່ລາວ ພັດບໍ່ເຂັ້ມງວດພໍເທົ່າໃດ, ເຮັດຕາມກົດໝາຍບໍ່ໄດ້, ເຮັດຕົວະປະຊາຊົນ, ເຮັດກົດໝາຍຂຶ້ນມາ ເພື່ອປົກປ້ອງຕົນເອງ.
ດັ່ງທີ່ທ່ານກ່າວວ່າ:
“ບໍ່ໄດ້ເຮັດຕາມກົດໝາຍທີ່ຂຽນໄວ້ຫັ້ນນ່າ ແບບວ່າກົດໝາຍເພິ່ນຂຽນໄວ້ ແຕ່ວ່າຕົວຈິງເພິ່ນເຮັດຄົນລະແບບຫັ້ນນ່າ ເພິ່ນຂຽນອອກມາຫັ້ນ ເວົ້າງ່າຍໆວ່າ ຕົວະປະຊາຊົນ. ຂຽນເພື່ອປົກປ້ອງຕົນເອງຊື່ໆ ເວົ້າງ່າຍໆວ່າ ກົດໝາຍເພື່ອຕົນເອງຫັ້ນແຫລະ. ມັນບໍ່ໄດ້ເອຶ້ອປະໂຫຍດໃຫ້ປະຊາຊົນໄດ໋ ເພິ່ນບໍ່ເອົາຕາມເລີຍ ທີ່ວ່າ ມັນເປັນປະຊາທິປະໄຕ ຄືໂລກເສລີ ທຶນນິຍົມ ຫັ້ນນ່າ. ເພິ່ນບໍ່ໃກ້ເລີຍນ່າ.”
ທ່ານກ່າວຕື່ມອີກວ່າ ກົດໝາຍຫຼາຍສະບັບຂອງລາວ ລະບຸໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີສິດເສລີພາບ ໃນການສະແດງຄວາມຄິດເຫັນ ແລະເຊື່ອຖືສາສະໜາ ທີ່ແຕກຕ່າງກັນໄດ້. ແຕ່ໃນສະພາບໂຕຈິງແລ້ວ ປະຊາຊົນ ພັດບໍ່ໄດ້ມີສິດ ເສລີພາບຄືທີ່ວ່ານັ້ນ, ບໍ່ໄດ້ມີສິດ ເສລີພາບ ໃນການສະແດງຄວາມຄິດເຫັນ ກ່ຽວກັບການບໍລິຫານປະເທດ ຂອງລັດຖະບານ ແລະການເຊື່ອຖືສາສະໜາ ອື່ນໆ ທີ່ບໍ່ແມ່ນສາສະໜາພຸດ ຍັງບໍ່ທັນໄດ້ຮັບການຍອມຮັບ ຈາກສັງຄົມໃນວົງກວ້າງພໍເທົ່າໃດ.
ກ່ຽວກັບການເລືອກຕັ້ງ ສະມາຊິກສະພາຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໃນແຕ່ລະ 5 ປີນັ້ນ, ອົງການເສລີພາບ ມີຄວາມເຫັນວ່າ ເປັນການເລືອກຕັ້ງ ທີ່ບໍ່ມີເສລີ ພາບ ແລະບໍ່ມີຄວາມຍຸຕິທໍາ ຊຶ່ງສ່ວນນຶ່ງ ເປັນຍ້ອນທາງການລາວ ແລະພາກ ສ່ວນທີ່ກ່ຽວຂ້ອງ ບໍ່ອະນຸຍາດໃຫ້ຜູ້ສັງເກດການ ຈາກຕ່າງປະເທດ ເຂົ້າໄປຕິດ ຕາມ ການຈັດການເລືອກຕັ້ງ; ໃນການເລືອກຕັ້ງ ເມື່ອເດືອນກຸມພາ 2021 ທີ່ຜ່ານມາ ພັກປະຊາຊົນປະຕິວັດລາວ ຊະນະການເລືອກຕັ້ງ ໄດ້ທີ່ນັ່ງ 158 ທີ່ນັ່ງ ໃນຈໍານວນທີ່ນັ່ງທັງໝົດ 164 ທີ່ນັ່ງ ເນື່ອງຈາກກົດໝາຍ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ແມ່ນຖືກອອກແບບ ໃຫ້ພັກການເມືອງຂອງຕົນ ມີອໍານາດເໜືອການເລືອກຕັ້ງ ແລະຄວບຄຸມລະບົບການເມືອງ ຂອງປະເທດ.
ເວົ້າເລື່ອງສິດເສລີພາບ ໃນການອອກຂ່າວ ເຈົ້າຂອງເຟດສະບຸກຜູ້ນຶ່ງ ເວົ້າຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ຖ້າຫາກພໍ່ແມ່ປະຊາຊົນຄົນໃດ ຕ້ອງການເຮັດເພດໃນເຟດສະບຸກ ເພື່ອເຜີຍແພ່ຂໍ້ມູນຂ່າວສານ ພວກເຂົາເຈົ້າຕ້ອງໄດ້ໄປຈົດທະບຽນ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງກ່ອນ ແລະປະຕິບັດຕາມເງື່ອນໄຂ ທີ່ທີ່ທາງການກໍານົດ ເປັນຕົ້ນ ຈະຕ້ອງເຜີຍແພ່ຂ່າວສານ ທີ່ບໍ່ມີເນື້ອຫາ ວິພາກວິຈານ ການບໍລິຫານປະເທດ ຂອງລັດຖະບານ ແລະບໍ່ມີການວິເຄາະ ຫລື ຕີຄວາມຂໍ້ມູນຂ່າວ ໃນມຸມມອງຂອງໂຕເອງ ອອກສູ່ສາທາລະນະ, ຖ້າຂ່າວໃດ ທີ່ໄດ້ລົງໄປ ແຕະຕ້ອງເຖິງເຂົາ, ເຂົາອາດຈະເຕືອນມາ ດັ່ງທີ່ທ່ານກ່າວວ່າ:
“ຖ້າເຮົາເປັນສ່ວນໂຕ ກໍບໍ່ຈໍາເປັນຕ້ອງໃຫ້ເຂົາກວດທຸກມື້ ພຽງແຕ່ເຮົາລົງໆໄປເລື້ອຍໆ ເຮັດຄອນເທນໄປທຸກມື້ ຖ້າວ່າອັນໄດແຕະຕ້ອງເຖິງເຂົາແລ້ວ. ເຂົາກໍອາດຈະເຕືອນມາ ສ່ວນຫລາຍເຮົາກໍເຮັດຄອນເທັນໄປມື້ຕໍ່ມື້. ແລ້ວກໍແຊຂ່າວທີ່ເຂົາ ທາງການ ເອົາລົງອາດຈະເປັນຂ່າວທາງການເມືອງ, ຂ່າວສັງຄົມ, ຂ່າວເສດຖະກິດ ອິຫຍັງນີ້. ເລື່ອງການເມືອງກໍອາດຈະເປັນໂຄງການນັ້ນ ໂຄງການນີ້ ຖືກອະນຸມັດແລ້ວປະມານນີ້ ເຂົາກໍແຊກັນລົງໃນຄອັມແມ້ນອິຫຍັງປະມານນີ້ ຫລື ວ່າຂ່າວທົ່ວໆໄປ, ຫລື ຄົນນັ້ນ ອຸບັດຕິເຫດ ຫລື ວ່າຄົນນີ້ລົດຕໍາກັນຫັ້ນນ່າ.”
ໃນປີທີ່ຜ່ານມາ ເຈົ້າໜ້າທີ່ທາງການລາວ ໄດ້ປາບປາມປະຊາຊົນ ທີ່ໄດ້ວິພາກວິຈານ ການບໍລິຫານປະເທດ ຂອງລັດຖະບານ ຢ່າງຈິງຈັງ ເຮັດໃຫ້ຜູ້ວິພາກວິຈານ ຕ້ອງໄດ້ລະມັດລະວັງ ເພື່ອປົກປ້ອງໂຕເອງ. ນັບແຕ່ປີ 2019 ເປັນຕົ້ນມາ ທາງການລາວ ໄດ້ກໍານົດໃຫ້ຜູ້ທີ່ຕ້ອງການເຜີຍແພ່ ຂ່າວສານ ຜ່ານສື່ສັງຄົມອອນລາຍນ໌ ຈົດທະບຽນນໍາທາງການ, ຖ້າຜູ້ໃດບໍ່ປະຕິບັດຕາມ ກໍຈະຖືກປັບໃໝ ແລະຖືກລົງໂທດ ຈໍາຄຸກ ແລະຕໍ່ມາ ໃນປີ 2021 ທາງການລາວ ໄດ້ຈັດຕັ້ງຄະນະກວດສອບເນື້ອຫາ ໃນສື່ສັງຄົມອອນລາຍນ໌ ຢ່າງເຄັ່ງຄັດ ແລະວ່າ ຖ້າເປັນຂ່າວຫຍໍ້ທໍ້, ມີຜົນກະທົບຕໍ່ທາງພາກລັດ ເພີ່ນກໍຈະອອກມາຊີ້ແຈງ ວ່າແມ່ນແທ້ ຫລືບໍ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບການເຜີຍແພ່ ຂໍ້ມູນຂ່າວສານ ຕໍ່ສາທາລະນະ ນາງນຶ່ງເວົ້າວ່າ:
“ແມ່ນໆ ມັນຕ້ອງໄດ້ຂຶ້ນທະບຽນ ວ່າຍົກຕົວຢ່າງວ່າ ຂະເຈົ້າຢາກຂາຍຂ່າວໃຫ້ລັດຖະບານຫັ້ນນ່າ. ຈະຕ້ອງໄປຈົດທະບຽນ ໃຫ້ຖືກຕ້ອງຕາມລະບຽບ ຂອງທາງການ, ທາງ ຖວທ. ຈະຄວບຄຸມປະເພດຂ່າວຫັ້ນ ຄ້າຍໆແບບວ່າ ຖ້າວ່າມີເນື້ອຫາໂຕໃດທີ່ແບບວ່າ ບໍ່ຄວນທີ່ນັກຂ່າວ ກໍຈະຖືກຕັກເຕືອນມາຈັ່ງຊີ້ນ່າ. ໜ້າທີ່ຕໍ່ໄປ ຍົກຕົວຢ່າງວ່າ ຖ້າເປັນຂ່າວ ຫຍໍ້ທໍ້ເນາະ, ແລ້ວມີຜົນກະທົບທາງພາກລັດ ທາງພາກລັດເພິ່ນຈະອອກມາຊີ້ແຈງວ່າໂຕນີ້ແທ້ ຫລຶບໍ່ຈັ່ງຊີ້ນ່າ. ແມ່ນໆ ອັນນີ້ທີ່ວ່າມັນບໍ່ສາມາດ ຄວບຄຸມໄດ້ ແຕ່ວ່າຖ້າມັນເປັນຄວາມຈິງຫັ້ນນ່າ ເພິ່ນກໍອອກມາຊີ້ແຈງຄືກັນວ່າ ຈິງ ຫລື ບໍ່ຈິງ.”
ອີງຕາມບົດລາຍງານ ຂອງອົງການເສລີພາບ ໃນ 12 ປີ ຄືແຕ່ປີ 2013 ຫາປີ 2024 ໄດ້ຈັດອັນດັບເສລີພາບໃຫ້ ສປປ ລາວ ເປັນປະເທດທີ່ບໍ່ມີເສລີພາບ ເນື່ອງຈາກເປັນປະເທດ ທີ່ມີການປົກຄອງແບບພັກດຽວ ຄືພັກປະຊາຊົນປະຕິ ວັດລາວ ທີ່ຄອບງໍາການເມືອງທຸກດ້ານ ແລະຈໍາກັດເສລີພາບ ຂອງພົນລະ ເມືອງ ຢ່າງຮຸນແຮງ, ປະຊາຊົນບໍ່ສາມາດ ອອກມາຕໍ່ຕ້ານ ຫລືພາກປະຊາສັງຄົມ ອອກມາເຄື່ອນໄຫວ ແບບເປັນອິດສະລະໄດ້ ແລະການລາຍງານຂໍ້ມູນຂ່າວສານ ຢູ່ພາຍໃນປະເທດ ຍັງຖືກຈໍາກັດຮັດແຄບ ແລະຍ້ອນການປາບປາມ ປະຊາຊົນ ຜູ້ມີຄວາມເຫັນແຕກຕ່າງ ທາງການເມືອງ.
ສໍາລັບປີ 2024 ນີ້ ອົງການເສລີພາບ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ເພື່ອໃຊ້ເປັນບ່ອນອ້າງອີງ ໃນການຈັດລໍາດັບເສລີພາບ ຈໍານວນ 195 ປະເທດ ແລະ 15 ດິນແດນ. ໃນນັ້ນ ໄດ້ຈັດອັນດັບປະເທດ ວ່າມີເສລີພາບ 83 ປະເທດ ແລະ 1 ດິນແດນ, ມີເສລີພາບບາງສ່ວນ 56 ປະເທດ ແລະ 3 ດິນແດນ ແລະບໍ່ມີເສລີພາບ 56 ປະເທດ ແລະ 11 ດິນແດນ ຊຶ່ງໃນນັ້ນ ກໍມີຊື່ ສປປ ລາວ ຮວມຢູ່ດ້ວຍ.