ສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນມື້ນີ້ ໂດຍຫວັງທີ່ຈະແກ້ໄຂບັນຫາເສດຖະກິດ
2024.11.18
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວຊຸດທີ 9 ໄດ້ໄຂຂຶ້ນໃນມື້ນີ້ ວັນທີ 18 ພະຈິກ 2024 ນີ້ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ ປະ ເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຂົ້າຮ່ວມ. ໃນພິທີເປີດກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ກ່າວໃນຕອນນຶ່ງວ່າ:
“ນະໂຍບາຍອັນສະຫງ່າລາສີນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍປະກາດໄຂກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ຢ່າງເປັນທາງການ ນັບແຕ່ນີ້ເປັນຕົ້ນໄປ ຂໍຂອບໃຈ.”
ກອງປະຊຸມສະພາແຫ່ງຊາດເທື່ອນີ້ ຈະດໍາເນີນໄປຮອດວັນທີ 11 ທັນວາ 2024 ດ້ວຍດ້ວາມຫວັງວ່າ ຈະແກ້ໄຂຫຼາຍບັນຫາ ເປັນຕົ້ນບັນຫາເສດຖະ ກິດ-ການເງິນ ທີ່ຕົກຕໍ່າ ແລະບັນຫາຢາເສບຕິດ ທີ່ໜັກໜ່ວງ ຊຶ່ງເປັນວະລະແຫ່ງຊາດ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ໃນຂະນະທີ່ປະຊາຊົນພາກັນຈົ່ມວ່າ ກອງປະຊຸມສະພາແຫ່ງຊາດແຕ່ລະເທື່ອ ບໍ່ສາມາດແກ້ໄຂບັນຫາທີ່ວ່ານັ້ນໄດ້ ໂດຍສະເພາະບັນຫາການຟື້ນຟູເສດຖະກິດ, ບັນຫາເງິນກີບອ່ອນຄ່າ, ເງິນກີບເຟີ້ຮຸນແຮງ, ບັນຫາລາຄາສິນຄ້າແພງ, ເງິນເດືອນຕໍ່າ, ຊີວິດການເປັນຢູ່ຂອງປະຊາຊົນຫຍຸ້ງຍາກ ລໍາບາກ ແລະວ່າ ມີແຕ່ຕິກັນຢູ່ໃນສະພາ, ເລີກກອງປະຊຸມແລ້ວ ກໍໄປໃຜໄປມັນ ແຕ່ບັນຫາກໍຍັງແກ້ບໍ່ໄດ້ຄືເກົ່າ ດັ່ງຊາວນະຄອນ ຫຼວງວຽງຈັນທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນວັນທີ 18 ພະຈິກນີ້ວ່າ:
“ຢູ່ໃນສະພາ ມັນຕິກັນມາຈັກກີ້ເທື່ອ ເລີກກອງປະຊຸມແລ້ວ ແລ້ວໃຜແລ້ວມັນ ສະມາຊິກສະພາອັນນີ້ປະຊຸມກັນແລ້ວ ມາອີກຕໍານິອີກ ມາດຽວນີ້ວ່າອີກ ກະຍັງແກ້ໄຂບໍ່ໄດ້ ກໍມີແຕ່ຄົນຈົ່ມຫັ້ນແຫຼະເລື່ອງເສດຖະກິດ ເຄື່ອງມັນແຮງຂຶ້ນຫຼາຍກວ່າເກົ່າອີກ ບາດນີ້ເຄື່ອງກະສິກໍາຂອງປະຊາຊົນ ມັນບໍ່ຂຶ້ນ ມັງແຮງຖືກລົງ ມັນລາຄາຕໍ່າລົງ ເພື່ອຈະຫາເງິນໄດ້ມື້ນຶ່ງ ສະເໜີໄປ ຄັນແຮງໆໄປໜ້ອຍນຶ່ງ ກໍຫາຍໂຄໄປ.”
ໃນຂະນະດຽວກັນ ປະຊາຊົນຢູ່ແຂວງສະຫວັນນະເຂດ ນາງນຶ່ງກໍເວົ້າວ່າ ຫຼາຍບັນຫາ ທີ່ໄດ້ເວົ້າກັນຢູ່ໃນກອງປະຊຸມສະພາແຫ່ງຊາດທີ່ຜ່ານໆມາ ກໍຍັງຖືກຢິບຍົກຂຶ້ນມາເວົ້າຢູ່ອີກຄືເກົ່າ ເປັນຕົ້ນບັນຫາລາຄາສິນຄ້າແພງ ເຖິງແມ່ນເງິນບາດມັນລົງ ແຕ່ສິນຄ້າ ລວມທັງຊີ້ນໝູ ກໍຍັງແພງຂຶ້ນ ແຕ່ກ່ອນໂລນຶ່ງ 75,000 ກີບ ດຽວນີ້ 90,000 ກີບແລ້ວ ອັນນີ້ບໍ່ເຂົ້າໃຈ.
“ຊີ້ນໝູຢູ່ຕະຫຼາດ ເຂົາຂາຍໂລ 90 ແພງຂຶ້ນ ແພງໝົດທຸກອັນ ບັດເງິນບາດມັນລົງ ພັດສິນຄ້າຍັງແພງຄືເກົ່າ ບໍ່ເຂົ້າໃຈ ອັນນີ້ກໍງົງຢູ່ ງົງວ່າ ມັນເປັນຫຍັງ ເງິນບາດລົງ ບາດສິນຄ້າມັນຈັ່ງແພງ ບໍ່ເຫັນໃຜລົງໄປແກ້ໄຂອີ່ຫຍັງ ໃຜຂາຍກໍເວົ້າໄດ້ເວົ້າເອົາ.”
ແລະຊາວນະຄອນຫຼວງວຽງຈັນ ກໍເວົ້າວ່າ ນອກຈາກບັນຫາປາກທ້ອງຂອງປະ ຊາຊົນແລ້ວ ບັນຫາເສັ້ນທາງໃນລາວຫຼາຍແຫ່ງທີ່ເປ່ເພ ໄປມາຫຍຸ້ງຍາກ ລໍາບາກ ທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານ ກໍໄດ້ສະເໜີໃຫ້ລັດຖະບານແກ້ໄຂ ມາຫຼາຍເທື່ອແລ້ວ ຮວມທັງຢູ່ເຂດບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍຍັງມີບັນຫາຢູ່ ຍາມຝົນເປັນຂີ້ຕົມ ຍາມແລ້ງມີຂີ້ຝຸ່ນຫຼາຍ.
“ແຖວເຮົານັ້ນ ມັນສະພາບເສັ້ນທາງຢ່າງດຽວຫັ້ນແຫຼະ ເສັ້ນທາງແສນດິນ ທາງນະຄອນຫຼວງ ທ່າສະຫວ່າງ ມາຫາໂພນໂມ່ງຫັ້ນແລ້ວ ທົນທຸກທໍລະມານມາຫຼາຍປີແລ້ວເດ ໂຄງການເພີ່ນມີຢູ່ ສ້ອມແປງແລ້ວ ແຕ່ວ່າເພີ່ນບໍ່ໄດ້ປູຢາງຫັ້ນນະ ບໍ່ທັນໄດ້ເຮັດເທື່ອ ມີແຕ່ຂີ້ຝຸ່ນແລ້ວແຕ່ລະມື້ ສະພາມາຫຼາຍເທື່ອແລ້ວ ປະຊາຊົນ ບ້ານກໍສະເໜີຫຼາຍເທື່ອແລ້ວ ເພີ່ນວ່າເປັນເສັ້ນທາງນະຄອນຫຼວງ ເລື່ອງງົບແລະຂ້ອຍເບິ່ງນີ້ ເພາະວ່າມັນເປັນເສັ້ນຫຍາບເຕີບເດ.”
ໃນກອງປະຊຸມ ໄດ້ມີການປະກາດການຍົກຍ້າຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄປເປັນຮອງນາຍົກລັດຖະມົນຕີ ປະຈໍາສໍານັກງານນາຍົກ ລັດຖະມົນຕີ ຮັບຜິດຊອບວຽກງານໃນລັດຖະບານ ແລະແຕ່ງຕັ້ງທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດຂອງສູນກາງພັກ ເປັນລັດຖະມົນຕີກະຊວງການຕ່າງປະເທດ.
ອີງຕາມຄໍາຖະແຫຼງຂອງ ຍານາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳ ຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 13 ພະຈິກ 2024 ກ່ຽວກັບການດໍາເນີນກອງປະຊຸມຂອງສະພາແຫ່ງຊາດເທື່ອນີ້ວ່າ ຈະໄດ້ພິຈາລະນາຮັບຮອງເອົາມະຕິ ຈຳນວນ 20 ສະບັບ ຄືມະຕິຮັບຮອງເອົາວຽກງານລັດຖະບານ 6 ສະບັບ, ມະຕິຮັບຮອງເອົາວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ 2 ສະບັບ, ມະຕິຮັບ ຮອງເອົາວຽກງານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາ ຊົນສູງ 2 ສະບັບ, ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ 1 ສະບັບ ແລະ ມະຕິຮັບຮອງເອົາບັນດາກົດໝາຍ 9 ສະບັບ.
ແລະທ່ານ ໄຊສົມພອນ ພົມວິຫານ ກໍໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດນັ້ນວ່າ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຊຶ່ງໃນຂໍ້ທີ 12 ແມ່ນບົດລາຍງານ ຂອງຄະນະກໍາມະການລະດັບຊາດ ກ່ຽວກັບຄວາມຄືບໜ້າໃນການປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015.