ນັກສຶກສາລາວ ໂຕ້ວາທີ ທາງໄດ້ ທາງເສັຽ ຂອງການ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຂອງ ສປປລາວ.
ໃນວັນທີ່ 23 ກໍຣະກະດາ ຜ່ານມາ ນັກສຶກສາ ຢູ່ ສປປ ລາວ ຈໍານວນ 12 ຄົນ ໄດ້ມີການ ແຂ່ງຂັນ ໂຕ້ວາທີ ທີ່ຈັດຂຶ້ນ ໂດຍ ສະຖານທູດ ສະຫະຣັຖ ອະເມຣິກາ, ຕາມລາຍງານ ຂ່າວທາງ ເວັບໄຊຕ໌ ຂອງ ສະຖານທູດ. ໃນຫົວເຣື້ອງ ຂອງການ ໂຕ້ວາທີ ໄດ້ຕັ້ງເປັນ ຄໍາຖາມວ່າ: ‘ການເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຢ່າງເຕັມສ່ວນ ຈະເປັນປະໂຫຍດ ແກ່ ລາວຫລືບໍ?’
ຜູ້ເຂົ້າຮ່ວມ ໂຕ້ວາທີ ມີທັງໝົດ 3 ຄະນະ, ມາຈາກ ວິທຍາໄລ ລາວ-ອະເມຣິກັນ, ໂຮງຮຽນ ນານາຊາຕ ປັນຍາທິບ, ແລະ ຈາກ ມະຫາວິທຍາໄລ ແຫ່ງຊາຕ, ຈັດຂື້ນທີ່ ສູນຄົ້ນຄວ້າ American Corner ທີ່ ວິທຍາໄລ ລາວ-ອະເມຣິກັນ. ມີຜູ້ ສັງເກດການ ທັງໝົດ 40 ຄົນ ແລະ ກັມມະການ ຕັດສິນ ການໂຕ້ວາທີ ໄດ້ແກ່ ເຈົ້າໜ້າທີ່ ປະຈໍາ ສະຖານທູດ ສະຫະຣັຖ 3 ທ່ານ ຄື ຍານາງ Tracy Taylor, ທ່ານ Kosakowski ແລະ ທ່ານ Graham Harlow. ການໂຕ້ວາທີ ແມ່ນເປັນ ພາສາອັງກິດ.
ຫລັງຈາກ ການໂຕ້ວາທີ ຈົບລົງ ແລ້ວ ປາກົດວ່າ ສອງ ຄະນະ ໄດ້ຄະແນນ 246 ຄະແນນ ເທົ່າກັນ, ແຕ່ວ່າ ໃນການກ່າວ ໂຕ້ຕອບກັນ ໃນບັ້ນສລຸບ ນັ້ນ ກັມມະການ ໄດ້ຕັດສີນ ໃຫ້ ຄະນະ ນັກສຶກສາ ຈາກ ວິທຍາໄລ ລາວ-ອະເມຣິກັນ ເປັນຜູ້ຊະນະ ແລະ ຄະນະ ຈາກ ໂຮງຮຽນ ນານາຊາຕ ປັນຍາທິບ ໄດ້ເປັນຮອງ.
ເວັບໄຊຕ໌ ແຈ້ງວ່າ ການໂຕ້ວາທີ ບັນຫາ ທັນເຫດການ ແບບນີ້ ເປັນກິຈກັມ ທີ່ທາງ ສະຖານທູດ ມັກຈັດຂື້ນ ເປັນປະຈໍາ ຢູ່ສູນຄົ້ນຄວ້າ American Corner ທີ່ຕັ້ງຢູ່ໃນ ວິທຍາໄລ ລາວ-ອະເມຣິກັນ ທີ່ ນະຄອນຫລວງ ວຽງຈັນ ຊຶ່ງ ເປັນແຫລ່ງ ຂໍ້ມູນ ຂ່າວສານກ່ຽວກັບ ສະຫະຣັຖ ອະເມຣິກາ ປະຊາຊົນ ແລະ ນະໂຍບາຍ ຂອງ ສະຫະຣັຖ.
