ກອງປະຊຸມຮ່ວມມື ໄທ-ລາວຄັ້ງທີ 18

0:00 / 0:00

ກອງປະຊຸມ ຮ່ວມ ການຮ່ວມມື ໄທ-ລາວ ທີ່ ຫົວຫີນ ແຂວງ ປະຈວບຄີຣີຂັນ ແຕ່ວັນທີ 31 ມິນາ ຫາ ວັນທີ 3 ເມສາ ໂດຍມີທ່ານ ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ໄທ ແລະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີໆ ຕ່າງປະເທດ ສປປລາວ ເປັນປະທານ ຮ່ວມ ໄດ້ສິ້ນສຸດລົງ ໃນວັນທີ 3 ເມສາ ນີ້.

ຫົວຂໍ້ໃຫ່ຽ ໃນກອງປະຊຸມ ກໍມີ: ການຮ່ວມມື ທາງການເມືອງ ແລະ ຄວາມໝັ້ນຄົງ ໃນການຮ່ວມມື ດ້ານເສຖກິດ ສັງຄົມ ວັທນະທັມ. ດັ່ງທ່ານ ສຸຣະພົງ ໄດ້ກ່າວ ໃນວັນສລຸບ ຕອນນຶ່ງວ່າ:

"ມີ 30 ກວ່າຫົວຂໍ້ ໃຫ່ຽໆ ມີປະເດັນ ສະເພາະ 140 ປະເດັນເຊັ່ນ ເຣື້ອງເຂດ ຊາຍແດນ ແລະ ການພັທນາ ຕາມພື້ນທີ່ ເຂດຊາຍແດນ, ຢາເສບຕິດ, ພະລັງງານ, ການເຊື່ອມໂຍງ ໂຄງຮ່າງພື້ນຖານ ທຸກຮູບແບບ, ການອໍານວຍ ຄວາມສະດວກ ເຣື້ອງຜ່ານແດນ, ການພັທນາ ຊັພຍາກອນ ມະນຸດ, ການເພີ້ມຂີດ ຄວາມສາມາດ ໃນດ້ານກະເສດ ສາທາຣະນະສຸຂ ແລະ ສົ່ງເສີມການ ທ່ອງທ່ຽວ ຮ່ວມກັນ".

ການຕົກລົງກັນ ເທື່ອນີ້ ມີ 7 ຫົວຂໍ້ດ້ວຍກັນ:

1. ຍົກລະດັບ ຈຸດຜ່ານແດນ ຈໍານວນ 14 ຈຸດ, ຫລຸດຂັ້ນຕອນ ພິທີການ ຂ້າມແດນ, ເພີ້ມ ປະຣິມານ ການຄ້າ ການລົງທຶນ ຣະຫ່ວາງກັນ.

2. ສໍາລັບ ເຣື້ອງເຂດແດນ ກອງປະຊຸມ ຕົກລົງ ປຶກສາ ຫາລືກັນ ຕໍ່ ລະຫ່ວາງ ເຈົ້າໜ້າທີ່ ລະດັບ ອາວຸດໂສ ໃນໄວໆນີ້,

3. ເຣື້ອງແຮງງານ ຕົກລົງຜ່ອນຜັນ ການເຮັດວຽກ ຂອງ ຄົນງານລາວ ໃນປະເທດໄທ ໂດຍສອງຝ່າຍ ຈະຂຶ້ນທະບຽນ ແຮງງານ ໃຫ້ແລ້ວໄວ ເທົ່າທີ່ ຈະໄວໄດ້.

4. ຕົກລົງ ພັທນາເຄືອຂ່າຍ ການ ຄົມມະນາຄົມ ຕໍ່ເຊັ່ນວ່າ ເລັ່ງລັດການ ກໍ່ສ້າງ ຂົວຂ້າມນໍ້າຂອງ ຊຽງຂອງ-ຫ້ວຍຊາຍ ໃຫ້ແລ້ວ ແລະ ເປີດໃຊ້ ໃນປີນີ້, ສ້າງຂົວ ຂ້າມນໍ້າຂອງ ແຫ່ງໃໝ່ອີກ ລະຫ່ວາງ ແຂວງບຶງການ ກັບ ແຂວງ ບໍຣິຄໍາໄຊ. ອໍານວຍ ຄວາມສະດວກ ການຂົນສົ່ງ ສິນຄ້າ ຂ້າມປະເທດ ຕາມເສັ້ນທາງ ຖນົນເລກ 8 ແລະເລກ 12.

ໃນການຮ່ວມມື ເພື່ອການພັທນາ ນັ້ນ ທ່ານ ສຸຣະພົງວ່າ:

"ໄທ ຈະສນັບສນູນ ສປປ ລາວ ໃນດ້ານການສ້າງ ຊັພຍາກອນ ມະນຸດ ຜ່ານການຮ່ວມມື ທາງ ວິຊາການ. ໃນປີນີ້ ໄທໄດ້ໃຫ້ທຶນ ໃນລະດັບ ປຣິນຍາໂທ ແລະ ຝຶກອົບຮົມ ແລະ ຝຶກອົບຮົມ ເຈົ້າໜ້າທີ່ ລາວ 200 ກ່ວາທຶນ ໃນສາຂາຕ່າງໆ ເຊັ່ນ ການກະເສດ ການສຶກສາ ແລະ ສາທາຮະນະສຸຂ".