ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາຕ ທັງເປັນປະທານສະຫະພັນມວຍໂລກ ແລະຮອງປະທານ ສະຫະພັນກຸນຂະແມຣ໌ນານາຊາຕ ໄດ້ຖແລງຂ່າວຕໍ່ສື່ມວນຊົນລາວ ໃນມື້ວັນທີ 14 ກຸມພາ 2023 ວ່າ; ສະຫະພັນມວຍລາວແຫ່ງຊາຕ ຈະສົ່ງນັກກິລາມວຍລາວ ເຂົ້າຮ່ວມການແຂ່ງຂັນ ກິລາກຸນຂະແມຣ໌ (Kun Khmer) ຫຼື ມວຍຂເມນ ໃນງານມະຫະກັມກິລາຊີເກມ ຄັ້ງທີ 32 ເຊິ່ງຈະຈັດຂຶ້ນ ໃນເດືອນພຶສພາ ປີ 2023 ທີ່ຈະມາຮອດນີ້ ຢູ່ນະຄອນຫຼວງພະນົມເປັນ ປະເທດກັມພູຊາ ໂດຍສະຫະພັນມວຍລາວແຫ່ງຊາຕ ຈະສົ່ງນັກກິລາເຂົ້າຮ່ວມຢ່າງໜ້ອຍ 6 ຣາຍການ ຈາກທັງໝົດ 19 ຣາຍການ ແລະຕັ້ງເປົ້າໝາຍວ່າ ທີມນັກກິລາມວຍລາວ ຈະຍາດຫຼຽນຄຳ ຢ່າງໜ້ອຍ 2 ຫຼຽນ.
ຕາມຄຳຖແລງ ຂອງທ່ານ ສາຍສະໝອນ ໄຊຍະສອນ ໃຫ້ຮູ້ວ່າ ສະຫະພັນມວຍລາວແຫ່ງຊາຕ ໄດ້ເຂົ້າຮ່ວມເປັນພາຄີ ນຳສະຫະພັນກຸນຂະແມຣ໌ນານາຊາຕ ເປັນທີ່ຮຽບຮ້ອຍແລ້ວ ທັງໄດ້ຕອບໂຕ້ ສະພາມວຍໄທຍໂລກ ຫຼື IFMA ຕໍ່ການທີ່ເຂົາເຈົ້າຈະປະກາດຫ້າມ ບໍ່ໃຫ້ນັກມວຍ ທີ່ເຂົ້າຮ່ວມແຂ່ງຂັນ ກຸນຂະແມຣ໌ ມາເຂົ້າຮ່ວມການແຂ່ງຂັນມວຍໄທຍ ທີ່ IFMA ໃຫ້ການຮັບຮອງ ເປັນເວລາ 2 ປີ, ດັ່ງທີ່ທ່ານຖແລງຂ່າວ ຕໍ່ສື່ມວນຊົນລາວວ່າ:
"ກັມພູຊາກໍ່ວ່າຊີໃຊ້ມວຍກຸນຂະແມຣ໌ ຄັ່ນວ່າມວຍກຸນຂະແມຣ໌ ພວກ IFMA ເພິ່ນກໍ່ໄປຈົດທະບຽນໜ້ອຍແດ່ ຈົດທະບຽນໄວ້ຢູ່ນຳໂອລິມປິກແດ່ວ່າ ເພິ່ນເປັນຜູ້ຄຸ້ມຄອງເຣື່ອງມວຍໝົດ ໃນຂົງເຂດເວົ້າລວມນີ້ ຄັ່ນຊີ້ລະປ່ຽນມາກຸນຂະແມຣ໌ແລ້ວ ຮ້ອນຮົນວ່າເພິ່ນວ່າເຮົາໄປປ່ຽນ ບໍ່ໃຫ້ມີມວຍ ຢູ່ໃນການແຂ່ງຂັນ ກະອັນດຽວກັນລະ ກຸນແປວ່າມວຍ ດຽວນີ້ມີ 45 ປະເທດລະ ເປັນສະມາຊິກຂອງສະມາພັນ ກຸນຂະແມຣ໌ສາກົລ ໃນນັ້ນກໍມີປະເທດລາວຜູ້ນຶ່ງ."
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ບັນດາຜູ້ກ່ຽວຂ້ອງກັບວຽກງານກິລາມວຍລາວ ແລະມວຍໄທຍຈຳນວນນຶ່ງ, ໂດຍເຈົ້າຂອງຄ້າຍມວຍ Kick Boxing ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະສຽງ ໃຫ້ຮູ້ວ່າ: ການທີ່ສະຫະພັນມວຍລາວແຫ່ງຊາຕ ຕັດສິນໃຈເຂົ້າຮ່ວມ ແມ່ນເປັນການເຮັດສະເພາະໜ້າ ເພື່ອຮັກສາຄວາມສັມພັນ ລະຫວ່າງ ສະຫະພັນມວຍລາວແຫ່ງຊາຕ ແລະສະຫະພັນກຸນຂະແມຣ໌ກັມພູຊາ, ດັງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ 2023 ວ່າ:
"ໂຕນີ້ ມັນເປັນອັນນັ້ນຊື່ໆ ມັນເປັນການສະເພາະໜ້າຊື່ໆ ຄືສະເພາະໜ້າ ທີ່ຈະເຂົ້າຮ່ວມຊື່ໆ ໄປໆ ທີມຊາຕ Kick Boxing."
ທາງດ້ານ ເຈົ້າຂອງຄ້າຍມວຍລາວອີກນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະສຽງ ລະບຸວ່າ: ຍານາງຈະບໍ່ສົ່ງນັກມວຍໃນຄ້າຍຂອງຍານາງ ເຂົ້າຮ່ວມການແຂ່ງຂັນກຸນຂະແມຣ໌ ໃນຊີເກມເທື່ອນີ້ ຍ້ອນວ່າຢ້ານຈະເກິດຜົລກະທົບ ຕໍ່ນັກມວຍທີ່ຈະໄປແຂ່ງຂັນຢູ່ໄທຍ, ທັງຍັງບໍ່ເຫັນດີ ຕໍ່ການທີ່ຄະນະກັມມະການ ຈັດງານກິລາຊີເກມຂອງກັມພູຊາ ຈະໃຊ້ຊື່ກິລາ ກຸນຂະແມຣ໌ນຳອີກ, ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ຄືທາງຄ້າຍມວຍເຮົາ ເຮົາບໍ່ສົ່ງນໍ ເພາະວ່າ ເຮົາຢ້ານມີບັນຫາ ເພາະວ່າ ນັກກິລາລາວ ນັກກິລາມວຍນີ້ນ່າ ທຸກຄົນ ຄືໄດ້ໄປແຂ່ງ ກະຄືແຂ່ງຢູ່ໄທຍ ການທີ່ໄປງານຈັ່ງຊີ້ ແລ້ວລະໄປເອີ້ນວ່າ ກຸນຂະແມຣ໌ ເຮົາກະບໍ່ເຫັນດີປານໃດ ບໍ່ວ່າຈະເຫຕຜົລໃດກໍຕາມຫັ້ນນ່າ ບາດນີ້ ເຮົາກະຢ້ານວ່າ ນັກກິລາລາວຫັ້ນນໍ ຊີມີຜົລກະທົບ ເພາະຢ້ານນັກກິລາ ບໍ່ມີບ່ອນຈະແຂ່ງ.”
ຍານາງກ່າວຕື່ມວ່າ ໂດຍປົກກະຕິແລ້ວ ທາງການລາວ ກໍຄືກົມກິລາລະດັບສູງ ກະຊວງສຶກສາທິການແລະກິລາລາວ ຈະທາບທາມນັກມວຍຂອງຄ້າຍຍານາງ ຜ່ານສະຫະພັນມວຍລາວແຫ່ງຊາຕ ເພື່ອໄປແຂ່ງຂັນມວຍໃນງານມະຫະກັມ ກິລາຊີເກມຄັ້ງຕ່າງໆ ແຕ່ຍ້ອນວ່າ ກະແສເຣື່ອງການບໍ່ຍອມຮັບກຸນຂະແມຣ໌ຢູ່ໄທຍ ຮຸນແຮງຫຼາຍ ຍານາງຈຶ່ງຕັດສິນໃຈ ບໍ່ສົ່ງນັກມວຍໄປແຂ່ງກຸນຂະແມຣ໌ ແຕ່ວ່າ ອາຈສົ່ງໄປແຂ່ງຂັນກິລາມວຍ Kick Boxing ແທນ, ດັ່ງທີ່ຍານາງກ່າວຕື່ມວ່າ:
"ມີຢູ່ແລ້ວ ເພິ່ນກະຈະເອິ້ນໄປຫັ້ນນະ ສົມມຸດວ່າ ຄືເພິ່ນເຫັນຜົລງານຂອງເຮົາເນາະ ເພິ່ນກະຈະທາບທາມ ໄວ້ວ່າ ຢາກໃດຜູ້ນີ້ໆເດີ້ ແບບນີ້ນ່າ ແຕ່ວ່າ ຫຼັງຈາກທີ່ເຫັນກະແສ ມັນມາແຮງຈັ່ງຊີ້ແລ້ວ ພວກເຮົາກໍຕັດສິນໃຈເລີຍວ່າ ເຮົາບໍ່ຢາກໄປ ແຕ່ຢາກໄປໃຫ້ກິລາອື່ນ ເພື່ອໃຫ້ນັກກິລາ ມັນໄດ້ປະສົບການ ກະຄືໄປກິລາ Kick Boxing ເປັນທິສດີກ່ອນນ່ະ."
ໃນຂະນະທີ່ ທ່ານ ພານຸພົງ ຕັ້ນຈັດ ຫຼື ຄຣູວອມ, ຄຣູສອນມວຍ ຢູ່ແຂວງສຸຣິນ ປະເທດໄທຍ ໄດ້ເວົ້າວ່າ IFMA ແລະສະມາຄົມມວຍໄທຍສມັກຫຼິ້ນແຫ່ງປະເທດໄທຍ ອາຈບໍ່ສາມາດຫ້າມນັກມວຍທີ່ໄປແຂ່ງຂັນກຸນຂະແມຣ໌ຄັ້ງນີ້ ເຂົ້າມາແຂ່ງຂັນມວຍຢູ່ໄທຍ ໄດ້ຫຼາຍປານໃດ ອີກທັງ ການຫ້າມເຂົ້າຮ່ວມການແຂ່ງຂັນມວຍຢູ່ໄທຍ ຂອງ IFMA ນັ້ນ ຈະບັງຄັບໃຊ້ໄດ້ ສະເພາະ ປະເທດສະມາຊິກ IFMA ເຊິ່ງສະຫະພັນມວຍລາວແຫ່ງຊາຕ ຍັງບໍ່ໄດ້ເຂົ້າເປັນສະມາຊິກຂອງ IFMA ເທື່ອ, ດັ່ງນັ້ນ, ສະຫະພັນມວຍລາວແຫ່ງຊາຕ ອາຈໃຊ້ເຫຕຜົລນີ້ ໃນການເຂົ້າຮ່ວມແຂ່ງຂັນມວຍຢູ່ໄທຍ ໃນພາຍໜ້າ, ດັງທີ່ທ່ານກ່າວວ່າ:
( Thai) ທ່ານເວົ້າວ່າ: "ການແຂ່ງຂັນໂຕນີ້ ມັນແມ່ນກິລາສມັກຫຼິ້ນ ມັນເປັນລັກສະນະ ເພື່ອຄວາມເປັນເລີດ ທາງສະມາຄົມມວຍໄທຍສມັກຫຼິ້ນ ແຫ່ງປະເທດໄທຍນີ້ ເຂົາເຈົ້າຈະມີການຫ້າມ ບໍ່ໃຫ້ແຂ່ງໄດ້ເຖິງຂນາດໃດ ຫຼືບໍ່? ຂ້ອຍກະບໍ່ເຂົ້າໃຈ ຄືກັບວ່າ ຖ້າເປັນເຣື່ອງຂອງການແຂ່ງຂັນ ສມັກຫຼິ້ນນີ້ ຕອນນີ້ ຖ້າຊາຕ ທີ່ເປັນສະມາຊິກ IFMA ສົ່ງໄປທຳການແຂ່ງຂັນນີ້ ກໍຈະມີການຫ້າມຢ່າງໜ້ອຍ 2 ປີ ເຊິ່ງຮູ້ສຶກວ່າ ລາວ ບໍ່ທັນໄດ້ເປັນສະມາຊິກ IFMA."
ທາງດ້ານທ່ານ ອາຈານ ດຣ.ສຸພະສັກ ເງົາປຣະເສີດວົງສ໌ ອາຈານປະຈຳ ສາຂາ ວິຊາການຈັດການອຸຕສາຫະກັມທ່ອງທ່ຽວ ແລະບໍຣິການ ວິທະຍາໄລ ການຈັດການອຸຕສາຫະກັມບໍຣິການ ມະຫາວິທະຍາໄລ ຣາຊພັຕ ສວນສຸນັນທາ ປະເທດໄທຍ ທັງເປັນຜູ້ຊ່ຽວຊານ ດ້ານມວຍໄທຍ ແລະເປັນຜູ້ຈັດການແຂ່ງຂັນ ຫຼື ໂປຣໂມເຕີ (Promoter) ມວຍໄທຍ ໄດ້ໃຫ້ຄຳເຫັນໄປໃນທາງດຽວກັນວ່າ: ເຖິງແມ່ນວ່າ IFMA ຈະປະກາດຫ້າມ ບໍ່ໃຫ້ນັກມວຍກຸນຂະແມຣ໌ ເຂົ້າຮ່ວມແຂ່ງຂັນມວຍຢູ່ໄທຍ, ແຕ່ໃນພາບໂຕຈິງ IFMA ນັ້ນ ບໍ່ສາມາດຫ້າມໄດ້ແທ້ ຍ້ອນວ່າໂປຣໂມເຕີມວຍຢູ່ໄທຍ ກໍມີເສຣີພາບ ໃນການຈັດແຂ່ງຂັນມວຍ ໂດຍບໍ່ຕ້ອງອີງຕາມລະບຽບການຂອງ IFMA.
ຢ່າງໃດກໍຕາມ, ຄວາມບໍ່ພໍໃຈ ກິລາກຸນຂະແມຣ໌ ຢູ່ປະເທດໄທຍຢ່າງຫຼວງຫຼາຍ ອາຈກາຍເປັນກະແສກົດດັນ ຕໍ່ໂປຣໂມເຕີມວຍຢູ່ໄທຍ ບໍ່ໃຫ້ເອົານັກມວຍກຸນຂະແມຣ໌ ມາເຂົ້າຮ່ວມແຂ່ງຂັນມວຍຢູ່ໄທຍ, ແຕ່ທ່ານ ໃຫ້ການຢັ້ງຢືນວ່າ ໂປຣໂມເຕີໄທຍສ່ວນຫຼາຍ ຈະຍັງເປີດໂອກາສໃຫ້ນັກມວຍລາວຢູ່ ຍ້ອນວ່າພວກເຂົາເຈົ້າໃຈ້ແຍກເຣື່ອງດັງກ່າວໄດ້, ດັງທີ່ທ່ານກ່າວວ່າ:
“ເຊິ່ງຖ້າເວົ້າເຖິງຊີເກມນໍ ຖ້າສົມມຸດວ່າລາວ ໄປເອົາກັບກຸນຂະແມຣ໌ດ້ວຍ ແລ້ວຈະສົ່ງຜົລກະທົບຫຍັງແດ່ ຄວາມຈິງ ບໍ່ມີຜົລກະທົບຫຍັງ ແຕ່ຖາມວ່າ ນັກມວຍລາວ ມີຜົລກະທົບຫຍັງແດ່ ມັນຈະມີ ຖ້າມັນເປັນກະແສ ມັນເປັນເຊື້ອໄຟແບບທີ່ວ່າ ດຽວຕໍ່ໄປ ໃຜເຂົ້າກຸນຂະແມຣ໌ ແລ້ວເຮົາຈະຫ້າມບໍ່ຈັດແຂ່ງຂັນເລີຍ ແນວນີ້ ຄົນໄທຍບໍ່ເຮັດແນວນັ້ນ ອ້າຍຄິດວ່າ ໂປຣໂມເຕີໄທຍ ບໍ່ເຮັດແນວນັ້ນ ອ້າຍກໍເປັນໂປຣໂມເຕີ ໂປຣໂມເຕີ ບໍ່ເຮັດຈັງຊັ້ນ ເພາະວ່າມັນຄົນລະເຣື່ອງກັນ.”
ງານມະຫະກັມກິລາຊີເກມ ຄັ້ງທີ 32 ຢູ່ນະຄອນຫຼວງພະນົມເປັນ ປະເທດກັມພູຊາ ຈະຈັດຂຶ້ນລະຫວ່າງວັນທີ 5-17 ພຶສະພາ 2023 ໂດຍກິລາກຸນຂະແມຣ໌ ຢູ່ໃນກຸ່ມກິລາສິລະປະການຕໍ່ສູ້ພື້ນບ້ານ ເຊິ່ງກ່ອນໜ້ານີ້ ມີການຕົກລົງຈະໃຊ້ຊື່ວ່າ ກິລາມວຍ ກຸນຂະແມຣ໌ (Muay Kun Khmer) ຢູ່ໃນຊີເກມຄັ້ງນີ້ ແຕ່ຕໍ່ມາ ຄະນະກັມມະການຈັດງານກິລາ ຊີເກມຂອງກັມພູຊາ ຕັດຄຳວ່າ “ມວຍ” ອອກໄປ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈຢ່າງຫຼວງຫຼາຍ ແກ່ຜູ້ກ່ຽວຂ້ອງກັບກິລາມວຍ ແລະ ຜູ້ເຊັຽມວຍຢູ່ໄທຍ ໂດຍສະມາຄົມມວຍໄທຍ ສມັກຫຼິ້ນແຫ່ງປະເທດໄທຍ ປະກາດ ຈະບໍ່ສົ່ງນັກກິລາໄທຍ ໄປເຂົ້າຮ່ວມການແຂ່ງຂັນກິລາກຸນຂະແມຣ໌ຄັ້ງນີ້ ສຳລັບປະເທດທີ່ປະກາດ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກຸນຂະແມຣ໌ເທື່ອນີ້ ປະກອບມີ: ກັມພູຊາ, ລາວ, ວຽດນາມ, ພະມ້າ, ມາເລເຊັຽ, ຟິລິປປິນ, ແລະອິນໂດເນເຊັຽ.
