ໂຮງຮຽນວິຊາຊີບພ້ອມຮັບ ນັກຮຽນ ເພີ້ມ

0:00 / 0:00

ໂຮງຮຽນ ການຊ່າງ ແລະ ຝຶກ ວິຊາຊີບ ຂອງຣັຖບານ ທີ່ ມີທັງ ໝົດ 20 ກວ່າແຫ່ງ ໃນທົ່ວ ປະເທດລາວ ຈະຮັບ ນັກຮຽນ ໄດ້ກວ່າ 10 ພັນຄົນ ໃນສົກ ການສຶກສາ ປີ 2014-15. ນະໂຍບາຍ ຂອງ ກະຊວງ ສຶກສາ ທິການ ທີ່ຈະຮັບ ນັກສຶກສາ ຫລາຍຂຶ້ນຕື່ມ ເພື່ອ ເຂົ້າຮຽນ ໃນໂຄງການ ຝຶກ ວິຊາຊີບ ເປັນສ່ວນນຶ່ງ ຂອງ ແຜນ ພັທນາ ເພື່ອ ສົ່ງເສີມ ການເຮັດວຽກ ທີ່ ມີສີມື ຂອງ ຄົນງານ ແຕ່ ປີ 2010 ຫາ 2015. ທ່ານວ່າ ເພື່ອ ຜລິດ ບຸຄລາກອນ ໃຫ້ມີ ຄວາມ ຊໍານານງານ ເພີ້ມຂຶ້ນຕື່ມ ເພື່ອ ການຮວມຕົວ ເຂົ້າກັບ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.

ຄວາມຮຽກຮ້ອງ ຕ້ອງການ ຄົນງານ ທີ່ ມີສີມື ເພີ່ມຂຶ້ນ ຢ່າງໄວວາ ໃນບໍ່ເທົ່າ ໃດປີ ຜ່ານມາ ຍ້ອນ ນະໂຍບາຍ ສົ່ງເສີມ ການລົງທຶນ ຂອງ ຕ່າງປະເທດ ຂອງ ຣັຖບານລາວ. ປັຈຈຸບັນ ມີ ບໍຣິສັດ ຕ່າງ ປະເທດ ທີ່ ຕ້ອງໄດ້ນຳ ຄົນງານ ເຂົ້າມາ ຍ້ອນການ ສນອງ ຄົນ ງານ ພາຍໃນ ບໍ່ພຽງພໍ. ນອກຈາກ ສະຖາບັນ ຝຶກ ວິຊາຊີບ ຂອງ ຣັຖບານ ແລ້ວ ກະຊວງ ສຶກສາ ທິການ ກໍມີ ແຜນການ ສົ່ງເສີມ ໃຫ້ ພາກເອກຊົນ ສ້າງ ວິທຍາລັຍ ແລະ ໂຮງຮຽນ ວິຊາຊີບ ຜລິດແຮງງານ ທີ່ ມີສີມື ເພື່ອຊ່ວຍ ພັທນາ ເສຖກິດ ສັງຄົມ ໃຫ້ເຕີບໃຫຍ່.

ຈາກການ ໃຫ້ ສັມພາດ ຂອງ ຫົວໜ້າ ໂຮງຮຽນ ເທັກນິກ ປະສົມ 4 ແຫ່ງ ໃນລາວ ເມື່ອ 2-3 ເດືອນກ່ອນ ການຜລິດ ນາຍຊ່າງ ໃຫ້ມີ ສີມື ຂອງແຕ່ລະ ໂຮງຮຽນ ມີ ຄວາມຈຳກັດ. ຫລາຍ ໂຮງຮຽນ ບໍ່ສາມາດ ຂຍາຍ ຫລັກສູດ ແລະ ຮັບເອົາ ນັກຮຽນ ໄດ້ ເທົ່າທີ່ຄວນ ຍ້ອນຂາດ ງົບປະມານ.