ມາເຖິງປີ 2021 ນີ້ ການສລອງວັນຮຽກຮ້ອງ ເພື່ອ ສິດເສຣີພາບ ແລະຄວາມສເມີພາບ ຂອງ ແມ່ຍິງສາກົລ ທີ 8 ມິນາ ຄົບຮອບ 111 ປີ ແຕ່ບົດບາດຂອງແມ່ຍິງລາວ ກໍຍັງເຫັນວ່າ ຕໍ່າຢູ່ ທັງຢູ່ໃນຄອບຄົວ ແລະທັງທາງດ້ານການເມືອງ-ເສຖກິດ ແລະສັງຄົມ ໂດຍສະເພາະ ຢູ່ເຂດຊົນນະບົດ ເມື່ອທຽບໃສ່ຜູ້ຊາຍ.
ເວົ້າເຖິງຖານະບົດບາດ ແມ່ຍິງລາວ ຢູ່ໃນການນໍາຂອງ ພັກແລະຣັຖ ເຊັ່ນ ໃນກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ ທີ່ມີທັງໝົດ 13 ຄົນກໍມີແມ່ຍິງພຽງ 2 ຄົນ ຄືຍານາງ ປານີ ຢາທໍຕູ້ ແລະ ຍານາງ ສີໃສ ລືເດດມູນສອນ. ທຽບໃສ່ຄະນະນໍາພັກ ຊຸດກ່ອນ ໃນກົມການເມືອງ 11 ຄົນ ມີແມ່ຍິງ 1 ຄົນ ຄື ຍານາງ ປານີ ຢາທໍ່ຕູ້.
ຢູ່ສໍານັກງານນາຍົກຣັຖມົນຕຣີ ແລະຢູ່ໃນຈໍານວນ 17 ກະຊວງ ຊຶ່ງເມື່ອບໍ່ດົນມານີ້ ໄດ້ຖືກໃຫ້ຍຸບ 1 ກະຊວງຄືກະຊວງວີທຍາສາດ ແລະເຕັກໂນໂລຈີ ຊຶ່ງທັງໝົດມີຣັຖມົນຕຣີ ເກືອບ 30 ຄົນນັ້ນ ມີແມ່ຍິງພຽງ 3 ຄົນຄື ຍານາງ ເຂັມມະນີ ພົນເສນາ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ, ຍານາງ ແສງເດືອນ ຫລ້າຈັນທະບູນ ຣັຖມົນຕຣີສຶກສາທິການ ແລະ ກິລາ, ຍານາງ ສຸວັນເພັງ ບຸບຜານຸວົງ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ.
ແລະໃນສະພາແຫ່ງຊາດ ຊຸດທີ 9 ນີ້ ໃນຈໍານວນຜູ້ໄດ້ຮັບການເລືອກຕັ້ງ ທັງໝົດ 164 ຄົນນັ້ນ ມີແມ່ຍິງພຽງ 36 ຄົນ ເທົ່າກັບ 21 ຈຸດ 95% ຂອງຈໍານວນທັງໝົດ. ສໍາລັບສະພາ ແຫ່ງຊາດ ຊຸດທີ 8 ຊຶ່ງ ມີສະມາຊິກທັງໝົດ 149 ຄົນນັ້ນ ມີແມ່ຍິງ 41 ຄົນ ເທົ່າກັບ 27 ຈຸດ 51%.
ຫາກເວົ້າເຖິງສະພາບແມ່ຍິງລາວ ໃນສັງຄົມລາວທົ່ວໄປ ກໍປາກົດວ່າຍັງປະເຊີນ ກັບອີກຫລາຍບັນຫາ ທີ່ຫຍູ້ງຍາກສັບສົນຮວມທັງ ຍັງບໍ່ມີຄວາມສເມີພາບ ຣະຫວ່າງຍິງ-ຊາຍ, ແມ່ຍິງຖືກຂົ່ມເຫັງ ແລະ ທໍາຮ້າຍຮ່າງກາຍ ຢູ່ໃນຄອບຄົວ, ຖືກຕົວະຍົວະຫລອກລວງ ໄປເຮັດວຽກ ແລະໄປແຕ່ງດອງ ກັບຄົນຕ່າງປະເທດ ເປັນຕົ້ນແມ່ຍິງຊົນເຜົ່າ ຢູ່ເຂດຫ່າງໄກ ຍ້ອນຄອບຄົວທຸກຍາກ ຂາດເຂີນ ຈໍານວນນຶ່ງ ບໍ່ໄດ້ຮຽນໜັງສື ຈໍານວນນຶ່ງໄດ້ຮຽນ ແຕ່ບໍ່ຈົບຊັ້ນ ບໍ່ໄດ້ຮັບຂໍ້ມູນຂ່າວສານ ບໍ່ຮູ້ສະພາບຄວາມເປັນຈິງ ຢູ່ສັງຄົມພາຍນອກ ເຮັດໃຫ້ ພວກເຂົາເຈົ້າ ຖືກຫລອກລວງໄດ້ງ່າຍ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ກ່າວຕໍ່ RFA ວ່າ:
“ຖືກຫລອກງ່າຍທີ່ສຸດ ແມ່ຍິງເຮົາບໍ່ໄດ້ຮັບຂໍ້ມູລຂ່າວສານ ບໍ່ທັນໄດ້ຮໍ່າໄດ້ຮຽນ ລົບລ້າງບໍ່ທັນໄດ້ໝົດ 100%. ທາງຕ່າງແຂວງນີ໋ ເຂົາເຈົ້າບໍ່ໃຫ້ລູກແມ່ຍິງຮຽນຍັງມີ. ຄັນຄົນຈີນເອົາເງິນມາລໍ້ ກະຢາກເອົາໄປບ້ານເຂົາພຸ້ນແຫຼະ ນໍາເຂດນອກຫັ້ນ ແຕ່ງດອງກັນຫຼາຍ ເອົາໄປມັນບໍ່ເປັນຈັ່ງຊັ້ນ ບາງເທື່ອກໍເອົາໄປບໍາເລີ ຂາຍຕໍ່ກະມີ.”
ເວົ້າສະເພາະ ແຂວງຊຽງຂວາງ ເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງນາງນຶ່ງ ເວົ້າວ່າ ໃນປີ 2020 ມີແມ່ຍິງຜູ້ນຶ່ງ ຢູ່ເມືອງແປກ ຖືກ ຕົວະຍົວະໄປແຕ່ງດອງ ກັບຄົນຈີນເມື່ອໄປຮອດຈີນ ແລ້ວຕົກເປັນນາງບໍາເລີ. ແລະໃນປີ 2019 ກໍມີແມ່ຍິງຄົນນຶ່ງ ທີ່ຕົກເປັນເຫຍື່ອ ໃນລັກສນະ ຄ້າຍຄືກັນນີ້.
ຢູ່ແຂວງຫລວງພຣະບາງ ປີ 2020 ທາງການໄດ້ຊ່ອຍແມ່ຍິງ ທັງລາວສູງ ແລະລາວລຸ່ມ ກັບຄືນບ້ານເກີດ 30 ປາຍຄົນ ພາຍຫລັງ ທີ່ ຖືກຄ້າມະນຸດ ໄປຈີນ ແລະໄທຍ ແລະໃນປີ 2019 ກໍຊ່ອຍມາໄດ້ 10 ປາຍຄົນ ແລະຄາດວ່າໃນປີ 2021 ນີ້ ກໍຍັງຈະມີແມ່ຍິງ ລາວທີ່ຖືກຫຼອກລວງໄປຈີນ ຕ້ອງການກັບຄືນມາລາວອີກຫຼາຍຄົນ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫຼວງ ພຣະບາງ ໃນມື້ວັນທີ 5 ມິນານີ້:
“2019 ຫັ້ນຫລາຍ ເພີ່ມຂຶ້ນມັນມາເຂົ້າ 2020 ແລະມັນພໍດີເຈີຊ່ວງ ໂຄວິດ-19 ເພິ່ນບໍ່ໄດ້ປ່ອຍມາເດ໋ ຮຸນແຮງສຸດແມ່ນຈີນ ບາງຄົນ ກໍແມ່ນຜົວຢາກໄດ້ລູກ ໄປເຮັດເນາະ ໄປປາດໄປແຍ່ ຢູ່ໂຮງໝໍມາ ບາງຄົນມາກໍເຈັບໝົດລູກອິຫຍັງ ຍ່າງບໍ່ເປັນບາງຄົນເປັນມະໂລ ມະເລເກນັງ ຖືກຕີຫຼາຍນະ ເປັນບ້າ ບາງຄົນກໍເສັຽສາຍຕາ ຕີຫຼາຍ ສັມພາດຜູ້ທີ່ເຮົາເອົາມາເນາະ ເຂົາເຈົ້າວ່າໝູ່ເຮົາຍັງຫຼາຍຢູ່ຈີນ ທີ່ອອກມາບໍ່ໄດ້.”
ຕາມໂຕເລກທີ່ບໍ່ເປັນທາງການ, ແຕ່ປີ 2015 ມາຮອດປັດຈຸບັນ ເຈົ້າໜ້າທີ່ແຂວງຫລວງນໍ້າທາ ຊ່ອຍແມ່ຍິງ ທີ່ຖືກເຄາະຮ້າຍຈາກ ການຄ້າມະນຸດໄດ້ 477 ຄົນ, ສະເພາະປີ 2020 ແມ່ນຊ່ອຍມາໄດ້ 60-70 ຄົນ.
ບັນຫານຶ່ງອີກທີ່ແມ່ຍິງລາວ ປະເຊີນຢູ່ກໍແມ່ນເຣື່ອງ ໃນຄອບຄົວ ທີ່ຜູ້ຊາຍຈໍານວນນຶ່ງ ບໍ່ຢາກໃຫ້ແມ່ຍິງ ເຄື່ອນໄຫວວຽກງານທາງ ສັງຄົມ ແລະໃຊ້ຄວາມຮຸນແຮງ ຕົບຕີແມ່ຍິງ ແຕ່ກໍເຫັນວ່າ ດຽວນີ້ສະພາບກໍດີຂຶ້ນຫລາຍ, ເຈົ້າໜ້າທີ່ແມ່ຍິງ ແຂວງສວັນນະເຂດກ່າວ:
“ດີຂຶ້ນຫລາຍແມ່ຍິງເຮົາ ໄດ້ເຂົ້າໄປນອນ ຢູ່ໃນຂັ້ນຕອນ ໃນການຕັດສິນບັນຫາ ການຄວບຄຸມຫັ້ນ ຍົກຕົວຢ່າງໃຫ້ເຫັນຢູ່ສວັນນະເຂດ ຂອງ ພວກເຮົາ ແມ່ຍິງເຮົາດຽວນີ້ ຮອດໄດ້ເປັນ ຮອງເຈົ້າແຂວງພຸ້ນ ດຽວນີ້ຮູ້ສຶກວ່າຫລາຍ ແຕ່ລະຜແນກ ການກົມກອງ ກໍໄດ້ດຶງ ເອົາແມ່ຍິງຫັ້ນເຂົ້າມາ ໃຫ້ມີສ່ວນຮ່ວມ.”
ເວົ້າເຖິງ ຄວາມສເມີພາບ ຣະຫວ່າງຍິງ-ຊາຍ ໃນຄອບຄົວ ແມ່ຍິງລາວນາງນຶ່ງເວົ້າວ່າ ໄດ້ມີການເຄົາຣົບການຕັດສິນໃຈຂອງກັນ ແລະກັນ ຫລາຍຂຶ້ນ ແຕ່ກໍມີສ່ວນໜ້ອຍທີ່ຜົວ ທໍາຮ້າຍຮ່າງກາຍ ເມັຽແລະລູກ ຊຶ່ງສ່ວນໃຫຍ່ເກີດຈາກຜົວ ຕິດຢາເສບຕິດ:
“ຢູ່ກິນນໍາກັນສເມີພາບນໍາກັນ ຫັ້ນແຫລະ ບໍ່ມີການຂູດຮີດຂົ່ມເຫັງຫຍັງແຫລະ ແບບເຂົ້າໃຈກັນ ບາງຄອບຄົວຜູ້ຊາຍ ໄປກິນຢາ ເນາະ ຢາເສບຕິດຢາບ້າຫັ້ນ ບໍ່ເຮັດວຽກບໍ່ເຮັດງານ ລູກເມັຽເວົ້າກະທຸບຕີ.”
ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງຄວາມສເມີພາບຣະຫວ່າງ ຍິງແລະຊາຍ ຂອງແມ່ຍິງລາວ ກໍເຫັນວ່າມີການຣະດົມ ໃຫ້ແມ່ຍິງຮູ້ ແລະຕື່ນຕົວຫລາຍຂຶ້ນ ຊຶ່ງໃນໂອກາດສລອງວັນ ແມ່ຍິງສາກົລ ທີ 8 ມີນາຄົບຮອບ 111 ປີ ປີນີ້ ຢູ່ລາວກໍມີການຈັດກິຈກັມ ຕ່າງໆຂຶ້ນ ແຕ່ຫາກບໍ່ໃຫຍ່ຄືກັບປີຜ່ານໆມາ ຍ້ອນໂຄວິດ-19.
ກິຈກັມກໍມີຮວມທັງການເຕົ້າໂຮມກັນ ຟັງປາຖະກາຖາ ເຫລົ່າເຖິງ ມູລເຊື້ອການຕໍ່ສູ້ ຂອງແມ່ຍິງ ເພື່ອມີສິດເທົ່າທຽມກັບເພດຊາຍ, ການຍ່າງເພື່ອສຸຂພາບ, ການແຂ່ງຂັນກິລາ ແລະ ອື່ນໆ ຊຶ່ງມີຄໍາຂວັນ “ການນໍາພາເພດຍິງ ບັນລຸຄວາມສເມີພາບ ໃນໄລຍະ COVID-19”.
ສະຫະພັນແມ່ຍິງຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ກໍຈັດພິທີສລອງວັນ ແມ່ຍິງສາກົລຂຶ້ນ ໃນມື້ວັນທີ 5 ມິນາ ທົບທວນເຖິງຜົລສໍາເຣັດວຽກງານ ຂອງຕົນທີ່ຜ່ານມາ ໃນແຕ່ລະດ້ານ ແລະວາງແຜນການປະຈໍາປີ 2021 ເພື່ອຊຸກຍູ້ສົ່ງເສີມແມ່ຍິງ ໃຫ້ມີບົດບາດ ເທົ່າທຽມກັບເພດຊາຍ.
ທີ່ແຂວງໄຊຍະບູຣີ ທີ່ມີທັງໝົດ 11 ເມືອງນັ້ນ ສະຫະພັນແມ່ຍິງ ກໍມີການຈັດເຕົ້າໂຮມກັນຂຶ້ນ ແຕ່ລະເມືອງເພື່ອຫວນຄືນປວັດ ຄວາມເປັນມາຂອງ ວັນທີ 8 ມິນາ ໃນນັ້ນກໍມີທັງການ ວາງສະແດງສິນຄ້າ ຂອງຊົນເຜົ່າ, ການແຂ່ງຂັນກິລາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງດັ່ງກ່າວ.
ເວົ້າເຖິງຄວາມສເມີພາບ ຍິງ-ຊາຍ, ແມ່ຍິງແຂວງໄຊຍະບູຣີ ນາງນຶ່ງກໍເວົ້າວ່າ ມາຮອດປັດຈຸບັນແມ່ຍິງ ຍັງບໍ່ມີໂອກາດພັທນາ ຄວາມສາມາດຂອງຕົນເທົ່າທີ່ຄວນ ຍ້ອນເວລາສ່ວນໃຫຍ່ ຫຼັງຈາກເຮັດວຽກ ປະຈໍາວັນແລ້ວ ກໍຕ້ອງໄດ້ເບິ່ງແຍງ ລູກເຕົ້ານໍາອີກ:
“ນັບຕັ້ງແຕ່ເວລາຖືພາ ເວລາເກີດລູກ ເວລາລ້ຽງລູກດ້ວຍນົມ ຕົນເອງ ກໍຖືວ່າ ແມ່ຍິງພວກເຮົາຫັ້ນແຫລະ ມີຄວາມຮັບຜິດຊອບ ກວ່າຜູ້ຊາຍ ຫັ້ນນະ ລ້ຽງລູກ.”
ການຕໍ່ສູ້ເພື່ອສິດສເມີພາບ ຣະຫວ່າງຍິງ-ຊາຍ ທັງທາງດ້ານວຽກງານ, ຄ່າແຮງງານ, ເວລາພັກຜ່ອນມີມາແຕ່ດົນນານ. ເຫດການ ປະທ້ວງທີ່ມີຂຶ້ນຢູ່ນະຄອນ New York ເມື່ອວັນທີ 8 ມີນາ 1857 ຊຶ່ງແມ່ຍິງຈາກໂຮງງານຕັດຫຍິບ ແລະໂຮງງານເກີບພາກັນ ປະທ້ວງ ຮຽກຮ້ອງເອົາ ສິດສເມີພາບ ເທົ່າທຽມກັບຜູ້ຊາຍ ຮວມທັງຄ່າຈ້າງແຮງງານ ແລະ ຂະບວນການ ຮຽກຮ້ອງຕ່າງໆ ຊຶ່ງ ອົງການສະຫະປະຊາຊາດ ຖືວ່າສໍາຄັນແລະໄດ້ປະກາດ ໃຫ້ເປັນວັນແມ່ຍິງສາກົລໃນປີ 1977 ເປັນວັນທີ ປະເທດຕ່າງໆທົ່ວໂລກ ສລອງກັນ ໃນແຕ່ລະປີ ເພື່ອຮັບຮູ້ບົດບາດ ແລະ ຜົລສໍາເຣັດ ຂອງແມ່ຍິງ ທີ່ປະກອບສ່ວນ ເຂົ້າໃນການເຮັດ ໃຫ້ເສຖກິດ-ສັງຄົມ ຂອງປະເທດ ໄຮັບການພັທນາຕໍ່ໆໄປ.