ຄວາມຮຸນແຮງໃນຄອບຄົວ ຕໍ່ແມ່ຍິງ ຍັງມີ

ສິດນີ
2020.12.10
ຄວາມຮຸນແຮງໃນຄອບຄົວ ຕໍ່ແມ່ຍິງ ຍັງມີ ແມ່ຍິງລາວ ສມັຍກ່ອນແມ່ນເຮັດວຽກ ເປັນແມ່ບ້ານການເຮືອນ ສ່ວນສາມີເປັນຫົວໜ້າຄອບຄົວ ມິສິດສູງສຸດ
File photo: RFA

ຄວາມສເມີພາບ ແລະ ຄວາມເທົ່າທຽມກັນ ຣະຫວ່າງ ແມ່ຍິງ ກັບ ຜູ້ຊາຍ ໃນລາວ ໃນປັດຈຸບັນ ຂ້ອນຂ້າງດີຂຶ້ນຫຼາຍ ຈາກແຕ່ກ່ອນ ຍ້ອນແມ່ຍິງ ຫລາຍຄົນຮູ້ກົດຫມາຍ ກ່ຽວກັບການ ປົກປ້ອງສິດທິ ແມ່ຍິງຫລາຍຂຶ້ນ ແລະ ແມ່ຍິງກໍມີບົດບາດ ທາງດ້ານວຽກເຮັດ ງານທຳ ເພິ້ມຂຶ້ນ ແຕ່ຍັງມີການ ໃຊ້ຄວາມຮຸ່ນແຮງ ຕໍ່ແມ່ຍິງຢູ່ໃນລາວ ບໍ່ວ່າທາງດ້ານຈິດໃຈ ແລະ ຮ່າງກາຍ ເປັນຕົ້ນຜົວຕີເມັຽ ແລະ ການເວົ້າຈາຂົ່ມຂູ່. ຕາມຄຳເວົ້າ ຂອງແມ່ຍິງລາວ ນາງນື່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 10 ທັນວາ ນີ້ວ່າ:

“ທຸກມື້ນີກະມີສິດເທົ່າທຽມກັນ ກັບຜູ້ຊາຍຫັ້ນແຫຼະ ບໍ່ຄືສມັຍແຕ່ກີ້ເນາະ ຜູ້ຊາຍເຮັດວຽກຫາເງິິນ ແຕ່ດຽວນີ້ ຜູ້ຍິງກະເຮັດວຽກຫາເງິນ ແບບບໍ່ຕ້ອງຖ້າໃຫ້ຜູ້ຊາຍລ້ຽງ ດຽວນີ້ກະຊິມີປາກມີສຽງກັນຫັ້ນແຫຼະ ຜົວເປັນຫົວຫນ້າຄອບຄົວ ຜົວເປັນໃຫ່ຍ່ຊີ້ນ່າ ມີແບບຢູ່ເຂດນອກ ແບບຊົນນະບົດ ອີ່ຫຍັງຫ້ັນນ່າ.”

ແມ່ຍິງລາວອີກນາງນຶ່ງເວົ້າວ່າ, ເຖິງແມ່ນວ່າປັດຈຸບັນ, ຈະມີກົດຫມາຍຄຸ້ມຄອງແມ່ຍິງ ເຮັດໃຫ້ແມ່ຍິງມີສິດທິແລະຄວາມສເມີພາບ ຫລາຍຂຶ້ນກໍຕາມ ແຕ່ການໃຊ້ຄວາມຮຸນແຮງ ໃນຄອບຄົວກໍຍັງມີຢູ່ ເປັນຕົ້ນການທຳຮ້າຍຮ່າງກາຍ ແລະ ຈິດໃຈ.

“ບາງຄົນເຂົາກະໄປຫລິ້ນແສ້ຫລິ້ນສາວ, ບາງຄົນກໍກິນຢາບ້າ ມາແລ້ວກະບໍ່ເຂົ້າໃຈກັນເນາະ ທາງນຶ່ງນັ້ນມັນອົດ ອີກທາງນື່ງນັ້ນບໍ່ອົດ ຢູ່ແລ້ວ, ມັນອາດຈະເກີດຂຶ້ນໄດ້ ຕີຜູ້ຍິງຫັ້ນນ່າ ບາງເທື່ອຈະຮ້ອງຫາໃຜຫັ້ນນ່າ ບໍ່ມີໃຜຢູ່ນຳເຮົາ.”

ແມ່ຍິງອີກນາງນຶ່ງເວົ້າວ່າ, ທຸກມື້ນີ້ ຜູ້ຊາຍກະໃຫ້ກຽດແມ່ຍິງຫລາຍຂຶ້ນ ຍ້ອນປັດຈຸບັນ ມີກົດຫມາຍເພື່ອປົກປອ້ງແມ່ຍິງ ແຕ່ວ່າມັນ ຂຶ້ນຢູ່ກັບບາງຄົນ ຊຶ່ງຜູ້ຊາຍບາງຄົນ ກໍຍັງບໍ່ໃຫ້ ກຽດແມ່ຍິງກໍມີ ສ່ວນໃຫຍ່ເປັນເຣື້ອງໃນຄອບຄົວ ບາງຄົນກໍໃຊ້ອຳນາດຂົ່ມເຫັງ ແມ່ຍິງ, ວ່າແມ່່ຍິງເປັນເພດທີ່ອ່ອນແອ.

“ມັນເປັນບາງຄົນເດ້, ມັນບໍ່ສເມີພາບ ຄັນຊິເວົ້າກະຄືຫັ້ນແຫລະ ຄອບຄົວເນາະຕ້ອງໄດ້ປັບປຸງອີກແຫລະ ທີ່ວ່າ ຜູ້ຊາຍບໍ່ໄດ້ໃຫ້ມາ ຂົ່ມຂີ່ອີ່ຫຍັງຈັ່ງຊີ່ແຫລະ ໃຊ້ສິດໃຊ້ອຳນາດຕໍ່ ແມ່ຍິງເດ້ ວ່າແມ່ຍິງນີ້ເປັນເພດອ່ອນແອຈັ່ງຊີ້.”

ກ່ຽວກັບບັນຫາດັ່ງກ່າວ, ເຈົ້າຫນ້າທີ່ສະຫາພັນແມ່ຍິງລາວ ແຂວງຊຽງຂວາງ ນາງນື່ງ ກ່າວຕໍ່ເອເຊັຽເສຣີວ່າ ຖ້າຫາກປຽບທຽບສິິດທິ ແລະ ຄວາມສເມີພາບ ຈາກ ທີ່ຜ່ານມາ ກັບ ປັດຈຸບັນ ຖືວ່າມີການປ່ຽນແປງ ຫຼາຍພໍສົມຄວນ, ຊຶຶ່ງການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ຫລຸດຫນ້ອຍລົງ, ແຕ່ກໍບໍ່ຫມົດໄປ ແລະ ກໍຍັງເປັນສີ່ງທ້າທາຍທີ່ຈະຕ້ອງແກ້ໄຂ, ໂດຍສເພາະ ການຮູ້ຂໍ້ມູນ ຂອງແມ່ຍິງ ຍັງບໍ່ທົ່ວເຖິງ ຜູ້ຊາຍກໍຍັງບໍ່ໃຫ້ ໂອກາດແມ່ຍິງເທົ່າທີ່ຄວນ, ສິ່ງທີ່ຈະຕ້ອງແກ້ໄຂ ນັ້ນແມ່ນ, ໃຫ້ຄວາມຮູ້ແກ່ຜູ້ຊາຍນຳອີກ.

“ສິ່ງທ້າທາຍຂອງພວກເຮົາ ກະຍັງຫລາຍກະຄືວ່າ, ຄວາມຮັບຮູ້ການເຊື່ອມຊືມ ຂອງອ້າຍນ້ອງແມ່ຍິງເຮົາ, ຍັງບໍ່ທັນທົ່ວເຖິງ, ຜູ້ຊາຍ ນີ້ນ່່າແມ່ນຢູ່ວ່າແນວທາງພາກຣັດເຮົາ ຈະສົ່ງເສີມ ສິດສເມີພາບຍິງຊາຍ, ແຕ່ວ່າຜູ້ຊາຍກໍຍັງບໍ່ໃຫ້ໂອກາດຜູ້ຍິງ, ຕາມທີ່ວ່າເພີ່ນ ກຳນົດໄວ້, ເທົ່າທີ່ຄວນເນາະ ແຕ່ໂຕຈິງບາງດ້ານກໍຍັງຈຳກັດຄັບແຄບ ອ້າຍນ້ອງແມ່ຍິງເຮົາ ຍັງບໍ່ເຊື່ອຫມັ້ນຫັ້ນນ່າ.”

ເຈົ້າຫນ້າທີ່ ສະຫະພັນແມ່ຍິງລາວ ແຂວງສັວນນະເຂດ ນາງນຶ່ງເວົ້າວ່າ ຄວາມຮຸນແຮງຕໍ່ແມຍິງໃນປັດຈຸບັນມີຢູ່ ແຕ່ຫາກທຽບໃສ່່ ແຕ່ກ່ອນຖືວ່າຫນ້ອຍລົງ.

“ຄວາມຮຸນແຮງ ທາງດ້ານຮ່າງກາຍມີຫັ້ນ, ມີແຕ່ວ່າມີຫນ້ອຍດີກວ່າເກົ່າ ເພາະເຮົາອົງການຈັດຕ້ັງ ສະຫາພັນແມ່ຍິງ ແລະ ກໍ ໂດຍສະເພາະ ສູນກາງແມ່ຍິງລາວເນາະ ເປັນຜູ້ຊີ້ນຳ ຫລືວ່າມີນະໂຍບາຍ.”

ເຈົ້າຫນ້າທີ່ ສະຫະປະຊາຊາດ ດ້ານການວາງແຜນຄອບຄົວ ຫລື UNFPA ກ່າວຕໍ່ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໃນປັດຈຸບັນ ທາງອົງການ ກໍໄດ້ຊ່ອຍສົ່ງເສີມ ວຽກງານການປົກປ້ອງ ສິດທິແມ່ຍິງ ແລະ ການຫລຸດຜ່ອນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ, ດ້ວຍການລົງໄປໂຄສະນາ ເຜີຍແຜ່ຂໍ້ມູນ ແລະ ຝຶກອົບຮົມວິຊາອາຊີບ ໃຫ້ແມ່ຍິງຕາມແຂວງຕ່າງໆ.

“ການເຮັດວຽກ ທີ່ໄດ້ຊ່ອຍເຫລືອແມ່ຍິງ ທີ່ໄດ້້ຮັບຄວາມຮຸ່ນແຮງ ນີ້ເນາະ, ເຮົາຈະເຮັດໃນເຣື້ອງຝຶກອົບຮົມອາຊີບ ໃຫ້ຂະເຈົ້າ ໂຄສະນາ ປູກຈິດສຳນຶກ ກ່ຽວກັບເຣື້ອງຄວາມຮຸນແຮງ ຕໍ່ແມ່ຍິງນີ້, ມັນເປັນການກະທຳທີ່ຜິດ ຕໍ່ສິດທິມະນຸດ, ເປັນຕົ້ນແມ່ນ ສິດທິຂອງແມ່ຍິງ, ບໍ່ວ່າຈະເປັນເພດໃດ, ຖືກກະທຳຄວາມຮຸ່ນແຮງເນາະ.”

ຍານາງວ່າ ໃນປັດຈຸບັນ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ຍັງມີຢູ່ ສາເຫດຫລັກຄື, ຄວາມບໍ່ເທົ່າທຽມກັນ ແຕ່ບໍ່ໄດ້ຮີບໂຮມສະຖິຕິ ຍ້ອນຕ້ອງໃຊ້ ງົບປະມານສຸງ, ຊຶ່ງ ຄວາມຮຸ່ນແຮງທີ່ເກີດຂື້ນກັບ ແມ່ຍິງ ມີ 4 ດ້ານຄື; ດ້ານຈິດໃຈ, ດ້ານຮ່າງກາຍ ດ້ານເພດ ແລະ ດ້ານເສຖກິດ.

ຫລັງຈາກທີ່ເກີດຄວາມຮຸນແຮງເຫລົ່ານີ້, ຂື້ນກັບແມ່ຍິງ, ສັງຄົມສ່ວນໃຫຍ່ຄິດວ່າເປັນ ເຣື້ອງປົກກະຕິ ແຕ່ໃນຄວາມເປັນຈິງແລ້ວມັນ ບໍ່ແມ່ນເຣື້ອງປົກກະຕິ ຖືວ່າເປັນເຣື້ອງທີ່ຜິດ ຕໍ່ສິດທິຂອງແມ່ຍິງ ແລະ ກໍເປັນສິ່ງທ້າທາຍ ທີ່ເຈົ້າຫນ້າທີ່ ຈະຕ້ອງແກ້ໄຂໃຫ້ໄດ້ ເພື່ອໃຫ້ຫລຸດຜ່ອນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃຫ້ຫນ້ອຍລົງ ຫລື ຫມົດໄປຈາກສັງຄົມລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.