ຄວາມເຊື່ອໝັ້ນໃນຕົນເອງ ຂອງແມ່ຍິງລາວ

0:00 / 0:00

ປັຈຈຸບັນ ສະຫະພັນ ແມ່ຍິງລາວ ຕ້ອງໄດ້ ພຍາຍາມ ແກ້ໄຂ ດ້ານແນວຄິດ ຂອງ ແມ່ຍິງລາວ ໃນບາງ ທ້ອງຖິ່ນ ເພື່ອໃຫ້ ມີຄວາມ ເຊື່ອໝັ້ນ ໃນຕົນເອງ ຫລາຍຂຶ້ນ.

ສະຫະພັນ ແມ່ຍິງລາວ ມີຄວາມຮູ້ສຶກ ເຫັນວ່າ ແນວຄິດ ແລະການ ປະິຕິບັດ ຕົນເອງ ຂອງ ແມ່ຍິງລາວ ໃນ ບາງທ້ອງຖິ່ນ ຍັງຖ່ອມຕົນ ຈົນດ້ອຍໂອກາດ ໃນການໃຊ້ ຄວາມຮູ້ ຄວາມສາມາດ ຂອງຕົນ ແລະ ບາງຄັ້ງ ກໍຍັງບໍ່ເປັນ ທີ່ຍອມຮັບ ກັນເທົ່າໃດ ອັນເຮັດໃຫ້ ແມ່ຍິງ ບໍ່ກ້າ ສະແດງອອກ ເທົ່າທີ່ຄວນ. ດັ່ງ ເຈົ້າໜ້າທີ່ ສະຫະພັນ ແມ່ຍິງ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ບາງເທື່ອ ຄວາມສາມາດ ຂອງ ແມ່ຍິງ ພວກເຮົາ ຍັງມີ ອັນຈໍາກັດ ໃນພຶດຕິກັມ ຕົວຈິງນີ້ ພວກເຮົາ ກໍເຫັນວ່າ ຄວາມດ້ອຍໂອກາດ ທີ່ໄດ້ ສະສົມມາ ຊຶ່ງເປັນພື້ນຖານ ແຕ່ເດີມ ບວກໃສ່ກັບ ຣະດັບ ຄວາມຮູ້ ຄວາມເຂົ້າໃຈ ໃນການ ເປັນເຈົ້າຕົວເອງ ຂອງ ເອື້ອຍນ້ອງ ແມ່ຍິງ ຈໍານວນໜຶ່ງ ເຫັນວ່າ ຄວາມຮູ້ເທົ້າ ບໍ່ເຖິງການ ໃນການ ບຸກບືນ ຕົວເອງ ເພື່ອໃຫ້ທຽມທັນ ກັບຜູ້ຊາຍ ອັນນີ້ ກໍຖືວ່າ ພວກເຮົາ ຕ້ອງໄດ້ ຮັບການ ແກ້ໄຂ ຕື່ມ ນີ້ແຫລະ ຈຸດທີ່ວ່າ ຕ້ອງເອົາໃຈໃສ່".

ຍານາງ ເວົ້າຕໍ່ໄປວ່າ ແມ່ຍິງ ຢູ່ຕົວເມືອງ ແລະ ຊົນນະບົດ ຈະມີແນວຄິດ ຕ່າງກັນ ຊຶ່ງ ການແກ້ໄຂ ແນວຄິດ ໃນຊົນນະບົດ ນັ້ນຈະຕ້ອງ ຄ່ອຍເປັນ ຄ່ອຍໄປ ແລະຜູ້ຊາຍ ໃນແຕ່ລະ ທ້ອງຖີ່ນ ກໍຕ້ອງເຂົ້າໃຈ ຊຸກຍູ້ ໃຫ້ແມ່ຍິງ ມີຄວາມ ກ້າຫານ ແລະ ຮູ້ຈັກສິດທິ ຂອງ ຕົນເອງ. ໃນຂະນະ ດຽວກັນ ເຈົ້າໜ້າທີ່ ສະຫະພັນ ແມ່ຍິງ ແຂວງ ຫລວງນໍ້າທາ ກໍວ່າ ຍັງມີບັນຫາ ໃນການແກ້ໄຂ ແນວຄິດ ຂອງ ແມ່ຍິງ ບາງຈໍາພວກ:

"ມີບັນຫາ ເພາະວ່າເຣື່ອງ ນະໂຍບາຍ ແມ່ນຂັ້ນເທິງ ເພິ່ນເປັນຜູ້ ກໍານົດ ແຕ່ວ່າ ພາກປະຕິບັດ ຕົວຈິງ ມັນແມ່ນ ທຸກຄົນ ສະນັ້ນ ເງື່ອນໄຂ ຂອງພວກເຮົາ ໃນການໃຫ້ ຂະເຈົ້າ ຮັບຮູ້ເຂົ້າໃຈ ແລະ ຈັດຕັ້ງ ປະຕິບັດ ໄດ້ນັ້ນ ມັນຕ້ອງໄດ້ ໃຊ້ເວລາ ທໍາງານ ວຽກງານ ແນວຄິດ ຮູ້ສຶກວ່າ ຍາກຫລາຍ ເພາະວ່າ ບຸກຄົນ ອື່ນໆ ທີ່ຢູ່ອ້ອມຂ້າງ ສະຫະພັນ ແມ່ຍິງນີ້ ນັບທັງ ແມ່ຍິງເອງ ກໍຍັງບໍ່ທັນ ໄດ້ມີໂອກາດ ຮຽນຮູ້ ທົ່ວເຖິງ ພວກເຮົາ ກໍຍັງມີ ບັນຫາຢູ່".

ຫລາຍປີ ມາແລ້ວ ທີ່ທາງ ສະຫະພັນ ແມ່ຍິງ ເຮັດວຽກ ສົ່ງເສີມ ໃຫ້ແມ່ຍິງລາວ ໃນເຂດ ແຂວງຕ່າງໆ ເຂົ້າໃຈເຖິງ ສິດທິ ຂອງເຂົາເຈົ້າ ໃນການມີ ສ່ວນຮ່ວມ ທາງເສຖກິດ ສັງຄົມ ການເມືອງ ແລະ ວັທນະທັມ ແຕ່ເຫັນວ່າ ການປ່ຽນ ຈາກແນວຄິດ ດັ້ງເດີມ ໃຫ້ ທັນສມັຍ ຂອງ ແມ່ຍິງລາວ ໃນຊົນນະບົດ ນັ້ນ ມີຄວາມ ກ້າວໜ້າ ຊ້າ.