ຄົນງານລາວສາມຄົນລໍຖ້າ ຂຶ້ນສານ
2016.11.29

ມາຮອດປັຈຸບັນ ຄົນງານລາວ 3 ຄົນ ທີ່ຖືກຈັບ ໃນຂໍ້ຫາ ໂພສຂໍ້ຄວາມ ວິຈານ ພັກ-ຣັຖ ຄື, ທ້າວ ສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ ແລະ ນາງຫຼອດ ທັມມະວົງ ຍັງຢູ່ໃນ ຣະຫວ່າງ ຂັ້ນຕອນ ສອບສວນ ຂອງ ເຈົ້າໜ້າທີ່ ຊຶ່ງ ຜູ້ຕ້ອງຫາ ທັງ 3 ຄົນ ຍັງບໍ່ຖືກນໍາ ສົ່ງ ຂຶ້ນສານ ຍ້ອນທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ວ່າຍັງ ຕ້ອງການ ຂໍ້ມູນເພີ້ມຕື່ມ ໃນຄະດີນີ້, ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ທ່ານນຶ່ງ ເວົ້າວ່າ:
“ໂຕນີ້ ຍັງຢູ່ຂັ້ນຄົ້ນຄວ້າຢູ່ ຊິປະຊຸມ ຊິຄົ້ນຄວ້າ ກັນແນວໃດກ່ອນ ມັນບໍ່ທັນ ເວົ້າໄດ້ເທື່ອ ບໍ່ທັນແນ່ນອນ ເທື່ອ”.
ທ່ານກ່າວຕຶ່ມວ່າ ສໍາລັບຜູ້ຕ້ອງຫາ ທັງສາມຄົນນີ້ ຍັງຖືກ ຄຸມຂັງ ຢູ່ໃນຄຸກ ຕາມປົກກະຕິ ໂດຍໄດ້ຮັບ ການເບິ່ງແຍງ ຈາກ ເຈົ້າໜ້າທີ່ ຄືກັນກັບ ນັກໂທດ ຄົນອື່ນໆ. ຕໍ່ຄໍາຖາມທີ່ວ່າ ພວກເຂົາເຈົ້າ ຈະຖືກນໍາ ຂຶ້ນສານ ເພື່ອ ພິຈາຣະນາ ຄະດີ ເມື່ອໃດນັ້ນ ຍັງ ບໍ່ສາມາດ ບອກໄດ້ເທື່ອ ແຕ່ຢືນຢັນ ຄັກແນ່ວ່າ ການສອບສວນ ຕລອດ ຈົນການຕັດສິນ ຄະດີ ຈະຢູ່ພາຍໃຕ້ ກົດໝາຍລາວ ທຸກຂັ້ນຕອນ.
ຄົນງານລາວ ທັງ 3 ຄົນ ຖຶກຈັຍ ເມື່ອເດືອນ ກຸມພາ 2016 ພາຍຫລັງ ກັບໄປລາວ ເພື່ອຕໍ່ອາຍຸ ໜັງສືເດີນທາງ ຂອງເຂົາເຈົ້າ. ຜ່ານມາ ທັງ 3 ຄົນເຄີຍໄປ ຮ່ວມຊຸມນຸມ ຮຽກຮ້ອງ ເຣື້ອງ ປະຊາທິປະຕັຍ ຕໍ່ໜ້າ ສະຖານທູດລາວ ປະຈໍາ ບາງກອກ ເມື່ອວັນທີ 2 ທັນວາ ປີທີ່ ຜ່ານມາ ແລະ ໄດ້ ວິພາກວິຈານ ການເມືອງລາວ ຜ່ານ ສື່ສັງຄົມ ອອນລາຍ ຈົນເປັນເຫດ ໃຫ້ຖືກຈັບ.
ກ່ຽວກັບເຣືອງນີ້ ທາງ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຄອບຄົວ ຂອງ ຄົນງານລາວ ທັງສາມ ແຕ່ບໍ່ໄດ້ຜົນ. ເມື່ອວັນທີ 31 ສິງຫາ 2016 ຜູ້ຕາງໜ້າ ທີ່ເປັນໝູ່ຂອງ ຄົນງານລາວ ທັງສາມນັ້ນ ໄດ້ຍຶ່ນໜັງສື ຕໍ່ສະຖານທູດລາວ ເພື່ອ ໃຫ້ປ່ອຍຕົວ ທ້າວ ສຸການ ທ້າວ ສົມພອນ ແລະ ນາງຫຼອດ ໃຫ້ມີອິສຣະ ແລະຕໍ່ມາ ຫຼາຍອົງກອນ ຈັດຕັ້ງສາກົລ ກໍໄດ້ ອອກຖແລງການ ຮຽກຮ້ອງໃຫ້ ທາງການລາວ ປ່ອຍ ຜູ້ຕ້ອງຫາ ທັງສາມຄົນ ຢ່າງຮີບດ່ວນ ເຊັ່ນດຽວກັນ ຕາມຣາຍງານ.