ຊາວລາວ ເປັນຫວ່ງ ນໍາການໃຊ້ ເຄື່ອງ ອີເລັກໂຕຣນິກ ແລະ ອິນເຕີແນັດ ຂອງ ນັກຮຽນ ວັຍລຸ້ນ ໜຸ່ມນ້ອຍ ແລະ ຊາວຫນຸ່ມ.
ຊາວລາວ ມີຄວາມເປັນຫ່ວງ ນໍາການໃຊ້ ເຄື່ອງ electronic ຂອງ ຊາຍຫນຸ່ມ ຍິງສາວ ແລະ ເດັກນອ້ຍລາວ ໃນປັດຈຸບັນ ເປັນຕົ້ນ ອິນເຕີແນັດ ໂທລະສັບ ມືຖື ແລະອຶ່ນໆ ເນຶ່ອງຈາກວ່າ ການໃຊ້ ອິນເຕີແນັດ ເກີນຂອບເຂດ ແລະ ຂໍ້ມູນທີ່ ໄດ້ມານັ້ນ ບາງຢ່າງ ກໍບໍ່ມີ ມູນຄວາມຈິງ ແລະ ກໍເປັນຂໍ້ມູນ ທີ່ບໍ່ຖືກ ກັ່ນກອງ ຜ່ານການ ຄັດເລືອກ ຈາກຫນ່ວຍງານ ທີ່ກ່ຽວຂ້ອງ. ສິ່ງດັ່ງກ່າວ ຈະພາໃຫ້ ເກີດບັນຫາ ທາງດ້ານສັງຄົມ ແລະ ສ້າງຄວາມ ແຕກແຍກກັນໄດ້. ດັ່ງຊາວລາວ ຄົນນຶ່ງ ເວົ້າວ່າ:
"ກໍເປັນຫວ່ງ ຫລາຍເພາະວ່າ ເຂົາບໍ່ ຮູ້ວ່າ ໃນໂລກ ເດັກນ້ອຍ ນີ້ມັນຈະໃຊ້ ອິນເຕີແນັດ ໄປໃນແງ່ໃດ ແຕ່ສ່ວນຫລາຍນີ້ ເຮົາຄິດວ່າ ແງ່ຮ້າຍນີ້ ກໍຢາກມີ ຫລາຍຢູ່ ເພາະວ່າມັນ ຜູ້ນຶ່ງ ເຫັນເວັບໄຊ ໃດແລ້ວ ກໍຈະບອກ ຫມູ່ສຸດທ້າຍແລ້ວ ມັນກໍງາມ ໄປຫມົດ ຄັນລາມ ໄປເຣື້ອງນີ້ ມັນບໍ່ມີ ເພີ່ນກໍບໍ່ທັນມີ ມາຕການ ໃດເພື່ອ ຈະໃຊ້ອີ່ຫຍັງ ເພື່ອຈະປິດລ້ອມ ເຣື້ອງ ບັນຫາ ຂໍ້ມູນ ຂ່າວສານໄດ້".
ທ່ານກ່າວ ຕໍ່ໄປວ່າ ຢູ່ລາວ ເຄືອຂ່າຍ ອິນເຕີແນັດ ທີ່ນິຍົມກັນ ຫລາຍກໍແມ່ນ facebook ພວກຫນຸ່ມສາວ ນິຍົມໃຊ້ກັນ ໃນການ ສົນທະນາ ບໍ່ສົນໃຈ ໃນການຮຽນ ສະນັ້ນ ຈຶ່ງບໍ່ເປັນ ເຣື້ອງແປກ ທີ່ນັກຮຽນ ສມັຍນີ້ ຈະໃຊ້ເງິນ ຈ້າງເຂົ້າຮຽນ ແລະເຂົ້າຫາ ນາຍຄຣູເພື່ອ ຊື້ຄະແນນ. ການໃຊ້ ອິນເຕີແນັດ ໃນທາງບໍ່ດີ ສ້າງຄວາມເຊື່ອມເສັຽ ຕໍ່ສັງຄົມ ແລະ ປະເທດຊາດ. ແຕ່ ຄົນລາວ ອີກຜູ້ນຶ່ງ ເວົ້າວ່າ ເຣື້ອງການໃຊ້ ອິນເຕີແນັດ ເປັນບັນຫາ ຂອງ ແຕ່ລະບຸກຄົນ ສ່ວນຫລາຍແລ້ວ ຖ້າໃຊ້ ຊອກຫາຂໍ້ມູນ ກໍເປັນເຣື້ອງດີ ຖ້າເປັນ ຂໍ້ມູນດີ ທ່ານກ່າວວ່າ:
"ມັນກໍເປັນ ບາງບຸກຄົນ ບາງຄົນ ກໍໃຊ້ແບບ ບໍ່ເປັນປໂຍດ ໃຫ້ແກ່ຕົນ ແລະ ບາງຄົນກໍໃຊ້ ເປັນປໂຍດ ເດັກນ້ອຍ ບາງຄົນ ເຂົາກໍໃຊ້ ໃນການຊອກຫາ ຂໍ້ມູນ ຂ່າວສານ ເພື່ອການສຶກສາ ຮ່ຳຮຽນ ບາງຄົນ ກໍໃຊ້ແບບ ໄຮ້ປໂຍດ".
ທ່ານວ່າ ບັນຫາດັ່ງກ່າວ ຢາກໃຫ້ ຜູ້ປົກຄອງ ດູແລ ລູກເຕົ້າ ຂອງຕົນ ຢ່າງໃກ້ຊິດ ແລະ ຊີ້ແນະ ເຄືອຂາາຍ ທີ່ຖືກຕ້ອງ ພ້ອມທັງ ຢາກໃຫ້ ຣັຖບານ ຄວບຄຸມ ບັນຫານີ້ ແຕ່ບໍ່ແມ່ນ ຫ້າມໃຊ້.
