ເບລາຣຸສ ສປປລາວ ຜູກສັມພັນ

0:00 / 0:00

ເບລາຣຸສ ແລະ ສປປລາວ ຕ່າງກໍເຫັນພ້ອມ ວ່າ ຈະຮ່ວມກັນ ຕໍ່ຕ້ານ ການ ພຍາຍາມ ຕ່າງໆ ທີ່ໃຊ້ ສິດທິມະນຸດ ເປັນເຄື່ອງມື ກົດດັນ ທາງການເມືອງ.

ຂ່າວ Belta ສະບັບ ລົງວັນທີ 1 ກໍຣະກະດາ 2013 ຣາຍງານ ໂດຍອ້າງອີງໃສ່ ຖແລງການ ຮ່ວມ ຂອງ ຜູ້ນໍາ ທັງສອງ ປະເທດ ເບລາຣຸສ (Belarus) ແລະ ສປປລາວ ທ່ານ ອາເລັກແຊນເດີ ລຸກາເຊັນໂກ (Alexander Lukashenko) ແລະ ທ່ານ ຈູມມາລີ ໄຊຍະສອນ ພາຍຫລັງ ການ ເຈຣະຈາ ຢ່າງເປັນ ທາງການ ທີ່ກຸງ ມິນສກ໌ (Minsk).

ໃນຖແລງການ ຮ່ວມ ທັງສອງ ຝ່າຍ ລາວ-ເບລາຣຸສ ໄດ້ເນັ້ນ ເຖິງ ທັສນະ ທ່າທີ ອັນດຽວກັນ ໃນການ ແກ້ໄຂບັນຫາ ສໍາຄັນ ຕ່າາງໆ ຂອງ ການພັທນາ ໂລກ ແລະ ຣະບຽບ ຫລັກການ ຣະຫວ່າງ ປະເທດ ທີ່ຖືກຕ້ອງ ບົນພື້ນຖານ ການນັບຖື ກົດໝາຍ ສາກົລ, ຄວາມສເມີພາບ ແລະ ການນັບຖື ຊຶ່ງກັນ ແລະກັນ. ແລະ ກໍໄດ້ ສະແດງອອກ ເຖິງການ ບໍ່ຍອມຮັບ ໃນຄວາມ ພຍາຍາມ ທີ່ຈະມີ ການແຊກແຊງ ກິຈການ ພາຍໃນຂອງ ຣັຖ ອະທິປະຕັຍ ບໍ່ວ່າ ຈະດ້ວຍ ຂໍ້ອ້າງໃດໆ ທີ່ ບໍ່ສອດຄ່ອງ ກັບ ເປົ້າໝາຍ ແລະ ຫລັກການ ຂອງ ກົດບັດ ສະຫະປະຊາຊາດ.

ເບລາຣຸສ ແລະ ລາວ ໄດ້ຕົກລົງ ທີ່ ຈະຮ່ວມມືກັນ ຢ່າງແຂງຂັນ ໃນເວທີ ສາກົລ ໃນບັນຫາ ສິດທິມະນຸດ ແລະ ຄັດຄ້ານ ຄວາມ ພຍາຍາມ ຕ່າງໆ ໃນການໃຊ້ ສິດທິມະນຸດ ເປັນເຄື່ອງມື ກົດດັນ ທາງການເມືອງ ຕໍ່ ປະເທດຕ່າງໆ ຮວມທັງ ຢູ່ ພາຍໃນຂອບ ຂອງ ອົງການ ສະຫະປະຊາຊາດ.

ປະມຸຂຣັຖ ທັງສອງ ຍັງໄດ້ຢືນຢັນ ເຖິງພັນທະ ໃນ ການຮ່ວມມື ຕໍ່ສູ້ຕ້ານພັຍ ຂົ່ມຂູ່ ແລະ ບັນຫາ ທ້າທາຍໃໝ່ ຕ່າງໆ ທັງເນັ້ນວ່າ ການ ກໍ່ການຮ້າຍ ໃນທຸກຮູບແບບ ການສະແດງ ອອກຕ່າງໆ ລ້ວນແຕ່ ເປັນພັຍຂົ່ມຂູ່ ຮ້າຍແຮງ ທີ່ສຸດ ແນວນຶ່ງ ຕໍ່ ສະເຖັຽຣະພາບ ແລະ ຄວາມໝັ້ນຄົງ ຂອງໂລກ ແລະວ່າ ການຕໍ່ສູ້ ຕ້ານການ ກໍ່ການຮ້າຍ ຈະຕ້ອງ ດໍາເນີນໄປ ໂດຍ ປາສຈາກ ການມີ 2 ມາຕຖານ.