ສປປ ລາວ ເສີມຂຍາຍ ສາຍສັມພັນ ກັບວຽດນາມ

ສິດນີ
2023.01.12
ສປປ ລາວ ເສີມຂຍາຍ ສາຍສັມພັນ ກັບວຽດນາມ ນາຍົກຣັຖມົນຕຣີ ວຽດນາມ ຢ້ຽມຢາມ ສປປ ລາວ.
ຮູບພາບ: ປກສ

ໃນມື້ວັນທີ 11 ມົກກະຣາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວໄດພົບພໍ້ກັບທ່ານ ພົລຕຳຣວດໂທ ຟ້າມ ມີ່ງຈີນ ນາຍົກຣັຖມົນຕຣີວຽດນາມ ຢູ່ນະຄອນຫລວງວຽງຈັນ ພ້ອມທັງເຂົ້າຮ່ວມກອງປະຊຸມ ຄະນະກັມມະການຮ່ວມມື ທະວິພາຄີ ລະຫວ່າງລາວ-ວຽດນາມ ຄັ້ງທີ 45 ແລະເຂົ້າຮ່ວມພິທີສລຸບປີສາມະຄີ ມິຕພາບ ລາວ-ວຽດນາມ ຊຶ່ງໃນນັ້ນ ກໍມີການເຊັນສັນຍາ ຮ່ວມມືລາວ-ວຽດນາມ ຈຳນວນ 10 ສບັບ ເປັນຕົ້ນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍກົນໄກ ວຽກງານການທູຕ ກະຊວງຕ່າງປະເທດລາວ ແລະວຽດນາມ, ບັດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຄົ້ນຄົ້ວ ຝຶກອົບຮົມໃຫ້ແກ່ນັກການທູຕ ແລະພນັກງານກະຊວງຕ່າງປະເທດ ລາວ-ວຽດນາມ ແລະອື່ນໆ ອີງຕາມການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 11 ມົກຣາ ປີ 2023.

ກ່ອນໜ້ານີ້ ທ່ານ ພົລເອກ ວິໄລ ຫລ້າຄຳຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ສປປ ລາວ ກໍໄດ້ກ່າວເຖິງຄວາມສັມພັນ ລະຫວ່າງລາວ ແລະ ວຽດນາມ ທີ່ໄດ້ເຜີຍແຜ່ຜ່ານ ວິທຍຸກະຈ່າຍສຽງ ແຫ່ງຊາຕລາວ ໃນວັນທີ 11 ມົກຣານີ້ວ່າ:

ສາຍເລືອດ ຫລືວ່າ ຢາດເລືອດຂອງ 2 ປະເທດລາວ-ວຽດນາມ ໄດ້ໄຫລເຈືອຈາງກັນຢູ່ໃນຂຸມຄອງ ໃນສມໍຣະພູມ ຢ່າງດຸເດືອດ ເພື່ອຕີເອົາຊນະສັດຕຣູ ຄວາມສາມະຄີນີ້ມັນໄດ້ກາຍເປັນ ຄວາມສາມະຄີນື່ງ ທີ່ຫາໄດ້ຍາກທີ່ສຸດໃນໂລກ ແລະໃນ 2 ປະເທດພວກເຮົານີ້ ແມ່ນຄວາມສາມະຄີ ທີ່ຊາວໂລກອື່ນໆບໍ່ມີ.

ໃນພິທີສລຸບປີສາມະຄີ ມີຕພາບລາວ-ວຽດນາມໃນວັນທີ 11 ມົກກະຣາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ກໍ່ໄດ້ກ່າວກ່ຽວກັບການຂຍາຍ ຄວາມສັມພັນລະຫວ່າງລາວ ແລະວຽດນາມ ໃນຕອນນື່ງວ່າ:

ສອງຝ່າຍ ໄດ້ສະແດງຄວາມຕັດສິນໃຈ ສູງຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂຍາຍມູນເຊື້ອ ສາຍສັມພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມະຄີພິເສດ ການຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດໃຫ້ງອກງາມ ແລະ ມີປະສິດທິພົລ ເພື່ອທະວີຄວາມຮ່ວມມື ຢ່າງແໜ້ນແຟ້ນດ້ານການເມືອງ ການຕ່າງປະເທດ ເພີ່ມທະວີການໄປມາຫາສູ່ ພົບພໍ້ແບບຊຶ່ງໜ້າ ແລະ ທາງໄກໃນທຸກຣະດັບ.

ກ່ຽວກັບເຮື່ອງນີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະທດເຍັຽຣະມັນ ກ່າວວ່າ ເປັນເຮື່ອງປົກກະຕິທີ່ ທ່ານ ສອນໄຊ ສີພັນດອນ ໃນຖານະນາຍົກຣັຖມົນຕຣີ ຄົນໃໝ່ຂອງລາວ ຈະມີການສ້າງການພົວພັນ ກັບວຽດນາມ ເພາະທາງຄອບຄົວຂອງທ່ານເອງ ກໍມີເຊື້ອສາຍວຽດນາມຢູ່ແລ້ວ ຊຶ່ງຍານາງເອງ ກໍເປັນຫວ່ງວ່າ ຍັງຈະເຮັດໃຫ້ປະເທດລາວຢູ່ພາຍໃຕ້ ການປົກຄອງ ໃນລະບອບຄອມມູນິສຕ໌ ອີກຕໍ່ໄປ.

ດັ່ງຍານາງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ທ່ານ ດຣ. ສອນໄຊ ສີພັນດອນ ທີ່ຮັບຕຳແໜ່ງນາຍົກຣັຖມົນຕຣີ ສປປ ລາວ ນີ້ ເຫັນວ່າ ການພົວພັນລາວ-ວຽດນາມນີ້ ເຂົາເຈົ້າກະຊິເພີ່ມທະວີເນາະ ເຂົາເຈົ້າມີການສືບທອດກັນມາ ຮັບໃຊ້ວຽດນາມ ຜ່ານມາ ຄືຊີ່ເພີ່ມທະວີຕໍ່ໄປ ຂ້າພະເຈົ້າເຫັນວ່າ ການປົກຄອງກໍຍັງຈະສືບຕໍ່ ເປັນຜະເດັດການຕໍ່ໄປ ອັນນີ້ກໍແມ່ນພວກເຮົາເປັນຫວ່ງ ທີ່ສຸດຕໍ່ ສະພາບການໃນລາວ.

ໃນຂະນະທີ່ ທ່ານ ອະດິສອນ ເສີມແຍ້ມ ຜູ້ອຳນວຍການ ສູນແມ່ນ້ຳຂອງ ສຶກສາ ປະຈຳສະຖາບັນເອເຊັຽ ສຶກສາ ມະຫາວິທຍາໄລ ຈຸລາລົງກອນ ຂອງໄທຍ ໃຫ້ຄວາມເຫັນກ່ຽວກັບເຮື່ອງນີ້ວ່າ ການທີ່ລາວ ແລະວຽດນາມ ໄດ້ຂຍາຍການພົວພັນຢ່າງແໜ້ນແຟ້ນນັ້ນ ກໍອາດເຮັດໃຫ້ຣັຖບານຈີນ ໃນຖານະປະເທດຕຄູ່ຮ່ວມຊະຕາກັມ ກັບລາວ ແລະປະເທດ ທີ່ໃຫ້ການຊອ່ຍເຫລືອລາວ ໃນຫລາຍດ້ານ ລວມທັງເປັນເຈົ້າໜີ້ລາຍໃຫຍ່ ຂອງລາວ ກໍຈະມີການຈັບຕາເບິ່ງເຮື່ອງນີ້ຢູ່ ແລະກໍອາດເຮັດໃຫ້ມີຜົລກະທົບ ປະເພດຕ່າງໆ ເປັນຕົ້ນ ການໃຫ້ການຊອ່ຍເຫລືອ ແກ່ປະເທດລາວ ພ້ອມດວ້ຍການຮ່ວມມື ທາງດ້ານເສຖກິຈ ລະຫວ່າງລາວ-ຈີນ.

ດັ່ງທ່ານເວົ້າວ່າ:

ບົດບາດໃນເຮື່ອງຄວາມສັມພັນ ກັບຈີນ ເຊັ່ນຄວາມໝັ້ນຄົງກັບຈີນ ກໍອາດເຮັດໃຫ້ຈີນຮູ້ສືກອີ່ສັງ ບາງຢ່າງ ແລະກໍອາດມີບັນຫາ ເຮື່ອງການຊ່ອຍເຫລືອ ຫລື ຄວາມຮ່ວມືທາງດ້ານເສຖກິຈ ເປັນຕົ້ນການຊ່ອຍເຫລືອເຮື່ອງການລົງທຶນ ເພາະວ່າຈີນເອງກໍເບີ່ງອີ່ສັງບາງຢ່າງຄືກັນ ດັ່ງນັ້ນ ຈື່ງອາດເຮັດໃຫ້ການແກ້ໄຂບັນຫາ ບາງຢ່າງບໍ່ງ່າຍເທົ່າທີ່ຄວນ.

ຊາວລາວ ທ່ານນຶ່ງ ຜູ້ທີ່ຮູ້ຂ່າວກ່ຽວກັບຂ່າວ ການຂຍາຍ ຄວາມສັມພັນ ລະຫວ່າງລາວກັບວຽດນາມ ກ່າວວ່າ ທ່ານເອງກໍບໍ່ສາມາດຄາດເດົາໄດ້ວ່າ ການທີ່ລາວ ແລະ ວຽດນາມ ໄດ້ຂຍາຍຄວາມສັມພັນ ຄວາມຮ່ວມມືຫລາຍຂຶ້ນນັ້ນ ຈະເປັນຜົລດີ ຫລື ຜົລຮ້າຍຕໍ່ຊາວລາວ ແຕ່ກໍເຊື່ອວ່າ ຈະເຮັດໃຫ້ນັກລົງທຶນວຽດນາມ ເຂົ້າມາສັມປະທານ ໂຄງການຕ່າງໆໃນລາວ ຫລາຍຂຶ້ນດັ່ງທ່ານເວົ້າວ່າ:

ຄືວ່າຫັ້ນແຫລະ ກະບໍ່ຮູ້ເດຈະດີຫລືຈະຮ້າຍ ກະບໍ່ຮູ້ຊິດີຢູ່ບ່ອນຕໍ່ໄປບໍ ພົວພັນກັນແລ້ວ ຫລື ຊິບໍ່ດີປານໃດ ກະບໍ່ຮູ້ນຳເດີ ຄັນມາແລ້ວກະຊິ ຫລາຍຂຶ້ນແບບຄືກັນເນາະ ວຽດນາມເຂົ້າມາສັມປະທານ ຫລາຍບ່ອນຢູ່ເນາະ.

ຊາວລາວ ອີກທ່ານນຶ່ງກໍເຫັນວ່າ ການພົວພັນລະຫວ່າງລາວກັບວຽດນາມ ໃນໄລຍະຜ່ານມາ ກໍເປັນການພົວພັນທີ່ມີຄວາມພິເສດ ຫລາຍກວ່າ ການພົວກັບລາວ ກັບປະເທດອື່ນໆ ຊຶ່ງເປັນເຮື່ອງທີ່ຊາວລາວ ສ່ວນໃຫຍ່ ຮັບຮູ້ກັນເປັນຢ່າງດີຢູ່ແລ້ວ ຈື່ງບໍ່ຮູ້ສຶກວ່າ ເປັນເຮື່ອງທີ່ແປກໃໝ່.

ດັ່ງທ່ານເວົ້າວ່າ:

ເຮົາກັບວຽດນາມ ມັນເປັນປະເທດທີ່ພິເສດ ກັນຢູ່ແລ້ວ ຫັ້ນນ່າ ມັນເປັນຈັັ້ງຊັ້ນ ພົວພັນພິເສດ ເຮົາກໍບໍ່ຈັກຊິໃຊ້ຄຳໂຕໃດແລ້ວ ທາງການທູຕຖືວ່າພົວພັນພິເສດ.

ເຖິງຢ່າງໃດກໍຕາມ ໃນພິທີສລູບປີສາມະຄິລະຫວ່າງກັບວຽດນາມ ຄັ້ງນີ້ ຄະນຜູ້ນຳທັງ 2 ປະເທດ ກໍໄດ້ຮ່ວມກັນວາງທິດທາງ ແຜນການຮ່ວມມືໃນອະນາຄົດ ແລະເຫັນດີຈະມີການສືບຕໍ່ ປະສານງານກັນຢ່າງໃກ້ຊິດ ເປັນຕົ້ນ ຄວາມຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາຕ-ປ້ອງກັນຄວາມສງົບ, ການຕ່າງປະເທດ, ການລົງທຶນ, ການເຊື່ອມໂຍງພື້ນຖານ ໂຄງຮ່າງແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.