ຕໍາຣວດນໍາຫາຜູ້ສົມຮູ້ ປອມແປງ ເອກສານ

ພູວົງສ໌
2019.01.11
ເຈົ້າໜ້າທີ່ຕໍາຣວດລາວ ປະຕິບັດໜ້າທີ່ ຕາມທ້ອງຖນົນ
RFA/SS

ຕຳຣວຈຜແນກສືບສວນສອບສວນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກຳລັງສືບສວນສອບສວນ ທ້າວ ຈາງ ລີ-ປິງ, ຊາວຈີນ ທີ່ຖືກຈັບໄດ້ໃນບ້ານແຫ່ງນຶ່ງ ເຂດເມືອງສີໂຄຕະບອງ ໃນວັນທີ 29 ທັນວາ ຜ່ານມາ ພ້ອມຂອງກາງອຸປກອນ ໃນການປອມແປງເອກສານ ຕ່າງໆ ຂອງໜ່ວຍງານຣັຖບານ ທັງລາວແລະຈີນ ເພື່ອສືບສາວໄປເຖິງ ຜູ້ຮ່ວມຂະບວນການ ເຮັດເອກສານປອມຄົນອື່ນໆ. ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ປະຈຳເມືອງສີໂຄຕະບອງ ໄດ້ກ່າວໃນມື້ນີ້ວ່າ:

“ຜ່ານການລົງໄປກວດຫັ້ນ ກວດຄົ້ນມີແຕ່ຫ້ອງລາວ ລະກະເຮົາໄດ້ເຂົ້າຮ່ວມຫັ້ນນ່າ ໃນຫ້ອງລາວຜູ້ດຽວ ຜູ້ຮ່ວມຂະບວນການຕ່າງໆອາຈມີ ຕື່ມອີກ, ເອົາໄປສືບສວນສອບສວນນີ້ ກວດກາປະທັບ, ກາຂອງກົມກົງສູນນ່າ ກົມກົງສູນ ຂອງກະຊວງການຕ່າງ ປະເທສລາວ."

ຊາຍຊາວຈີນຄົນດັ່ງກ່າວ ແມ່ນຖືກຈັບພ້ອມຂອງກາງ ເປັນຕົ້ນແມ່ນກາຈ້ຳຂອງກົມກົງສູນ, ກະຊວງການຕ່າງປະເທສລາວ, ກາຈ້ຳວັນທີ, ກາຈ້ຳເລຂທີ, ກາຈ້ຳຣາຍເຊັນ ແລະ ອຸປກອນອື່ນໆ, ປະຈຸບັນຜູ້ກ່ຽວພ້ອມທັງຂອງກາງ ຖືກສົ່ງໄປທີ່ຜແນກສືບສວນ ປກສ ນະຄອນຫຼວງ ວຽງຈັນແລ້ວ.

ກ່ຽວກັບຄະດີນີ້, ເຈົ້າໜ້າທີ່ທ່ານດຽວກັນນີ້ ໄດ້ກ່າວຕື່ມວ່າ ຄະດີການປອມແປງເອກສານ ຖືເປັນໂທສໜັກ ແລະມາຮອດມື້ນີ້ ຕຳຣວຈ ພາກສ່ວນກ່ຽວຂ້ອງ ກໍກຳລັງສືບສວນວ່າ ຜ່ານມາຜູ້ຕ້ອງຫາເຄີຍເຮັດໃຫ້ໃຜແດ່ແລ້ວ ທັງຄົນລາວ ແລະ ຄົນຈີນໃນລາວ ຫຼືບໍ່, ດັ່ງທ່ານ ໄດ້ກ່າວວ່າ:

“ກາປະທັບໂຕນີ້ ຈະນຳໃຊ້ໃນເອກສານວີສອກວີຊ້າ ໃຫ້ຄົນຈີນຄົນລາວອອກໄປຕ່າງປະເທສ, ປອມແປງເອກສານ ທາງຣັຖການ ໂຕນີ້ ໜັກແຫຼະ."

ຜູ້ຕ້ອງຫາຄົນດັ່ງກ່າວນີ້ ແມ່ນນັກທຸຣະກິຈ ສັນຊາຕຈີນ ອາຍຸ 37 ປີ ໄດ້ພັກເຊົາຢູ່ຊັ້ນ 5 ທີ່ເຮືອນພັກແຫ່ງນຶ່ງ ເຂດບ້ານໜອງສະໂນຄຳ. ຜ່ານການສືບສວນຂອງຕຳຣວຈ ເມືອງສີໂຄຕະບອງ ໃນເບື້ອງຕົ້ນ, ຜູ້ຕ້ອງຫາໄດ້ມາເຄື່ອນໄຫວໃນລາວ ເພື່ອຮັບເຮັດ ເອກສານປອມທັງໝົດ 4 ຄັ້ງແລ້ວ, ເຊິ່ງເຣີ້ມເຮັດມາແຕ່ປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.