ລາວ-ເບລາຣຸສເຊັນສັນຍາຮ່ວມມື

0:00 / 0:00

ສປປລາວ ກັບ ປະເທດ ເບລາຣຸສ ໄດ້ເຊັນ ເອກສານ ຫລາຍ ສະບັບ ຢູ່ ນະຄອນຫລວງ ວຽງຈັນ ເພື່ອຂຍາຍ ການ ຮ່ວມມື. ອີງຕາມ ການຣາຍງານຂ່າວ ຂອງສຳນັກຂ່າວຊິນຫົວ ໃນວັນທີ 7 ກຸມພາ. ທັງສອງປະເທດ ໄດ້ຕົກລົງຮ່ວມມື ໃນດ້ານການຄ້າ, ເສຖກິດ, ກະສິກັມ ແລະ ປ່າໄມ້, ສາທະຣະນະສຸຂ, ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ວິທຍາສາດ ແລະ ເທັກໂນໂລຈີ, ການສຶກສາ ແລະ ວັທນະທັມ, ທ່ອງທ່ຽວ, ການເງິນ ແລະ ບໍ່ແຮ່.

ຄະນະກັມມາທິການຮ່ວມມື ສາກົນ ຂອງຣັຖບານ ທັງສອງປະເທດໄດ້ ເຊັນບົດບັນທຶກ ຄັ້ງທໍາອິດ ໂດຍມີ ທ່ານ ສົມດີ ດວງດີ ຣັຖມົນ ຕຣີ ກະຊວງແຜນການ ແລະ ການລົງທຶນ ແລະ ທັງເປັນປະທານ ຄະນະກັມມາທິການ ຝ່າຍລາວ, ແລະ ທ່ານ ນີໂກລາຍ ສະນ໊ອບກ໊ອບ ຣັຖມົນຕຣີ ກະຊວງເສຖກິດ ຊຶ່ງເປັນຜູ້ຕ່າງໜ້າ ໃຫ້ປະເທດເບລາຣຸສ.

ທ່ານ ສົມດີ ດວງດີ ແລະ ທ່ານ ສະນ໊ອບກ໊ອບ ໄດ້ໃຫ້ສັນຍາວ່າ ຈະເຮັດວຽກຮ່ວມກັນ ເພື່ອເນັ້ນໜັກ ໃນຂໍ້ຕົກລົງ ທີ່ໄດ້ຣະບຸເອົາໄວ້ໃນ ບົດບັນທຶກເພື່ອເລັງໃສ່ ໃຫ້ບັນລຸຈຸດປະສົງ ເປົ້າໝາຍ ຂອງທັງສອງຝ່າຍ. ຄະນະກັມມາທິການ ດັ່ງກ່າວ ໄດ້ຖືກຕັ້ງຂຶ້ນ ຫລັງຈາກ ທີ່ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄປຢ້ຽມຢາມ ປະເທດເບລາຣຸສ ຢ່າງເປັນທາງການ ໃນເດືອນ ກໍຣະກະດາ ທີ່ຜ່ານມາ ຜູ້ນໍາ ທັງສອງປະເທດ ໄດ້ຕົກລົງ ຕັ້ງຄະນະ ກັມມາທິການ ຮ່ວມກັນ.