5 ປີຜ່ານມາ ຄົນລາວພິການຕາ ໄດ້ຮຽນຕໍ່ຂັ້ນສູງ

ຈໍາປາທອງ
2021.03.15
5 ປີຜ່ານມາ ຄົນລາວພິການຕາ ໄດ້ຮຽນຕໍ່ຂັ້ນສູງ ນັກຮຽນໃນສູນບໍຣິການ ຄົນພິການ ທີ່ກໍາລັງຝຶກອົບຮົມ
ນັກຂ່າວພົລເມືອງ

ອີງຕາມສະຖິຕິ ຢ່າງບໍ່ເປັນທາງການ ຂອງສູນບໍຣິການຄົນພິການແຕ່ປີ 2015 ຫາປີ 2020, ຄົນພິການຕາ ຢູ່ປະເທດລາວມີໂອກາດ ໄດ້ຮຽນຕໍ່ຊັ້ນປຣິນຍາຕຣີ ຢູ່ມະຫາວິທຍາລັຍ ແຫ່ງຊາດລາວ ຫຼາຍຂຶ້ນ 10 ເທົ່າ ຄືມີເຖິງ 30 ຄົນ. ເມື່ອປີ 2015 ມີພຽງ 3 ຄົນ.

ໃນຈໍານວນຄົນພິການຕາ 30 ຄົນທີ່ວ່ານັ້ນ ມີ 10 ຄົນຮຽນຈົບຫຼັກສູດປຣິນຍາຕຣີ ແລະມີວຽກເຮັດງານທໍາແລ້ວ. ສ່ວນຜູ້ທີ່ຍັງຮຽນຢູ່ ສ່ວນຫຼາຍແມ່ນຮຽນອັກສອນສາດ, ຮອງລົງມາ ກໍແມ່ນສຶກສາສາດ, ເສຖສາດບໍຣິຫານທຸຣະກິດ ແລະ ວິທຍາສາດສັງຄົມ, ອີງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ປະສານງານ ໃນກິຈກັມສົ່ງເສີມ ໃຫ້ຄົນພິການມີບ່ອນຮຽນ ຢູ່ ມະຫາວິທຍາລັຍ ແຫ່ງຊາດລາວ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 15 ມິນາ 2021 ນີ້:

“ມັນກໍເພີ້ມຂຶ້ນເນາະຈາກປີທໍາອິດ 3 ຄົນ ດຽວນີ້ມາຮອດ 30 ມັນກໍເພີ່ມຂຶ້ນຢູ່ 10 ເທົ່າ ເຮົາຈະບໍ່ສາມາດໄປຊ່ວຍໄດ້ຢ່າງເຕັມສ່ວນ. ແຕ່ວ່າເຮົາຈະມີການຮ່ວມມື ເປັນຄະນະ ແລ້ວເຮົາຈະຊ່ວຍເປັນ ສະເພາະດ້ານວ່າ ສົມມຸດວ່າ ວິຊານີ້ເຂົາຕ້ອງການ ຄືອັກສອນສາດ ສູນເຮົາຈະໃຫ້ຄໍາປຶກສາ ແລະຝຶກໃຫ້ເພິ່ນຜລິດໜັງສື ໄດ້ເອງ ເພາະສະນັ້ນ ຄະນະອັກສອນສາດ ມີໜັງສືພຽງພໍຢູ່.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ໃນການຮຽນ ຍັງມີຄວາມຫຍຸ້ງຍາກໃນເຣື່ອງປຶ້ມ ແລະອຸປກອນການຮຽນ ອິເລັກໂທຣນິກທີ່ຍັງບໍ່ ແທດເໝາະສໍາລັບຄົນພິການ ປານໃດກໍຕາມ ແຕ່ທາງສູນບໍຣິການ ຄົນພິການ ກໍປະກອບສ່ວນຊ່ອຍຜລິດປຶ້ມ ໃຫ້ທາງ ມະຫາ ວິທຍາລັຍແຫ່ງຊາດລາວ ຕາມຄວາມສາມາດຂອງຕົນ.

ແຕ່ສໍາລັບປຶ້ມຮຽນວິຊາອັກສອນສາດ ແມ່ນດີກວ່າປຶ້ມຮຽນວິຊາອື່ນໆ. ແລະວ່າ ຄົນພິການຕາ ບໍ່ສາມາດຮຽນວິຊາວິສວະກັມສາດ ໄດ້ຍ້ອນບໍ່ສາມາດໃຊ້ເຄື່ອງມື ແລະອອກແບບ ໃນການຮຽນໄດ້ຖນັດ.

ຣັຖບາລລາວ ຫາກໍໄດ້ອະນຸມັດແຜນຍຸທສາດ ແຫ່ງຊາດ ກ່ຽວກັບແຜນຈັດຕັ້ງປະຕິບັດ ການພັທນາຄົນພິການ ໃນໄລຍະ 10 ປີ ຄືແຕ່ປີ 2020 ຫາປີ 2030. ໃນແຜນດັ່ງກ່າວ ຕົ້ນຕໍກໍແມ່ນເລັ່ງໃສ່ ເຮັດໃຫ້ຄົນພິການລາວໄດ້ຮັບການສຶກສາ ແລະມີວຽກເຮັດ ງານທໍາ.

ປັດຈຸບັນ ສະມາຄົມຄົນພິການ ພຍາຍາມຊ່ອຍ ໃຫ້ຄົນພິການ ໄດ້ຮັບການສຶກສາຮໍ່າຮຽນ ແລະ ມີວຽກເຮັດງານທໍາ ເພື່ອບໍ່ໃຫ້ ແຜນຂອງຂັ້ນເທິງ ເປັນພຽງແຕ່ ທິສດີ ແຕ່ປະຕິບັດ ໂຕຈິງບໍ່ໄດ້ ຍ້ອນຄົນພິການ ຢູ່ຕາມເຂດຊົນນະບົດ ສ່ວນໃຫຍ່ບໍ່ໄດ້ຮັບ ການສຶກສາຄືກັນກັບຄົນພິການ ຢູ່ໃນເມືຶອງ ແລະທັງພາກຣັຖ ແລະເອກກະຊົນ ຍັງບໍ່ຮັບເອົາຄົນພິການ ເຂົ້າເຮັດວຽກພໍເທົ່າໃດ ຄືໄດ້ເຂົ້າເຮັດວຽກພຽງ 1% ເທົ່ານັ້ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ປະສານງານ ໃນກິຈກັມສົ່ງເສີມ ໃຫ້ຄົນພິການມີບ່ອນຮຽນ ຢູ່ມະຫາວິທຍາລັຍ ແຫ່ງຊາດລາວ ທ່ານດຽວກັນນີ້. ທ່ານກ່າວວ່າ:

“ມີຢູ່ 2 ອັນເນາະ ສິ່ງທີ່ເຮົາກໍາລັງຮຽກຮ້ອງກັນທຸກມື້ 1 ການສຶກສາ 2 ວຽກເຮັດເພາະວ່າ ປັດຈຸບັນຄົນພິການ ກໍຈົບຫລາຍຢູ່ ແຕ່ວ່າເຮົາ ກໍຢາກເຫັນວ່າ ມັນມີກົລໄກມາຊ່ວຍຜັກດັນ ຄົນພິການມີທ່າແຮງ ໃນການໄດ້ຮັບການຈ້າງງານຂຶ້ນຕື່ມ ຢາກໃຫ້ມັນມີ ຜົລສັກສິດຂຶ້ນຕື່ມ ມີຂໍ້ບັງຄັບທີ່ຊັດເຈນ ມີຕົວຊີ້ວັດທີ່ແນ່ນອນ ໃນກົດໝາຍ ບໍ່ຢາກໃຫ້ມັນພຽງທິສດີ ຫລື ຄໍານິຍາມ.”

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເວົ້າວ່າ ຄົນພິການຕາຢູ່ເຂດ ຊົນນະບົດ ສ່ວນໃຫຍ່ມີຖານະທຸກຍາກ ບໍ່ສາມາດໄດ້ຮຽນໜັງສືຂັ້ນສູງ, ຫາກຂັ້ນເທິງເປີດໂອກາດ ໃຫ້ຄົນພິການໄດ້ຮຽນໜັງສື ເຖິງຣະດັບສູງຢ່າງທົ່ວເຖິງ ຈະເປັນການດີ ຍ້ອນວ່າພວກເຂົາເຈົ້າ ຈະມີອາຊີບ, ມີຣາຍໄດ້, ຊີວິດການເປັນຢູ່ດີຂຶ້ນ ແລະເປັນການ ແບ່ງເບົາພາຣະ ຂອງຄອບຄົວ ແລະ ສັງຄົມ ດັ່ງທີ່ທ່ານກ່າວວ່າ:

“ອ້າຍຄິດວ່າດີ ເນື່ອງຈາກວ່າເຮົາເປີດໂອກາດ ໃຫ້ເຂົາເຈົ້າເນາະ ຜ່ານມາມັນກໍອາຈບໍ່ມີເນາະ ຮອດຣະດັບສູງຂຶ້ນນີ້ນະເນາະ ໃນສ່ວນນີ້ກໍຖືວ່າ ບາງເທື່ອເຮົາຈະເປີດໂອກາດໃຫ້ເຂົາ ໃຫ້ເຂົາຜູ້ທີ່ສົນໃຈ ໃນການຮຽນຮູ້ ເຣື່ອງວິຊາສະເພາະ ຊີວິດການເປັນຢູ່ ຈັ່ງສິດີຂຶ້ນ ແລະ ກໍສ້າງເງື່ອນໄຂ ໃນການປະກອບອາຊີບ ໃຫ້ແກ່ຜູ້ທີ່ພິການ ທາງຕານີ້ແຫລະ.”

ແລະຊາວບ້ານນາໜອງບົວ ເມືອງຊໍາເໜືອ ແຂວງຫົວພັນ ກໍເວົ້າວ່າ ຢູ່ບ້ານຂອງຕົນບໍ່ມີຄົນພິການຕາ ແຕ່ມີຄົນພິການທີ່ປຽວພອຍ ມາແຕ່ເກີດ, ຫາກຂັ້ນເທິງມີການພັທນາ ຄົນພິການຕາ ໃຫ້ມີໂອກາດໄດ້ຮຽນໜັງສືຊັ້ນສູງ ກໍຈະເປັນເຣື່ອງດີ ເພາະຈະເຮັດໃຫ້ ຄົນພິການຕາ ຮູ້ຈັກພັທນາຕົນເອງ ແລະປະກອບສ່ວນພັທນາປະເທດຊາດ:

“ມັນກໍດີຫັ້ນແຫລະ ເຮັດໃຫ້ເຂົາເຈົ້າຮູ້ການພັທນາຕົນເອງ ພັທນາປະເທດຊາດ ບ້ານເມືອງຫັ້ນນະ.”

ເຈົ້າໜ້າທີ່ປະສານງານ ໃນກິຈກັມສົ່ງເສີມ ໃຫ້ຄົນພິການມີບ່ອນຮຽນ ຢູ່ມະຫາວິທຍາລັຍແຫ່ງຊາດລາວ ທ່ານດຽວກັນນີ້ເວົ້າວ່າ ອີງຕາມສະຖິຕິ ຈໍານວນຄົນພິການຕາ ໄດ້ຮັບໂອກາດ ຮຽນໜັງສືຕໍ່ຊັ້ນສູງຫລາຍຂຶ້ນ, ແຕ່ເມື່ອເບິ່ງສະພາບໂຕຈິງ ໃນສັງຄົມລາວ ທັສນະຄະຕິ ຂອງໜ່ວຍງານ ທີ່ເປັນເຈົ້າຂອງກິຈການ ຫລື ຫົວໜ່ວຍທຸຣະກິດ ຜູ້ຮັບເອົາຄົນເຂົ້າເຮັດວຽກ ໂດຍທົ່ວໄປຍັງບໍ່ ເປີດກວ້າງ ໃຫ້ຄົນພິການ ເຂົ້າເຮັດວຽກ ນໍາພໍປານໃດ, ຍັງຕ້ອງການຄົນ ທີ່ມີອະວັຍວະຄົບ 32 ເຂົ້າເຮັດວຽກນໍາ.

ແລະວ່າ ຫາກພາກສ່ວນທາງການທີ່ກ່ຽວຂ້ອງ ຍັງບໍ່ກໍານົດໃຫ້ທຸກໜ່ວຍງານ ທັງພາກຣັຖ ແລະພາກເອກກະຊົນ ຮັບເອົາຄົນ ພິການເຂົ້າເຮັດວຽກນໍາ ໃນອັດຕຣາ 1% ແລ້ວ, ການປະກອບສ່ວນວຽກງານ ຂອງຄົນພິການໃນສັງຄົມ ກໍຈະບໍ່ບັນລຸໄດ້ເປົ້າໝາຍ ຕາມແຜນຍຸທສາດແຫ່ງຊາດ ກ່ຽວກັບແຜນຈັດຕັ້ງປະຕິບັດ ການພັທນາຄົນພິການ ໃນໄລຍະ 10 ປີ ທີ່ຣັຖບາລລາວ ວາງອອກ.

ອີງຕາມການລາຍງານຂອງ ວຽງຈັນໄທມ໌ ໃນມື້ວັນທີ 12 ມິນາ 2021, ໃນສົກການສຶກສາປີ 2020-2021 ມະຫາວິທຍາລັຍ ແຫ່ງຊາດລາວ ມີນັກຮຽນພິການຕາ 20 ຄົນ ທີ່ຮຽນໃນ 6 ວິຊາ, ສົກປີ 2018-2019 ມີ 10 ຄົນ ຊຶ່ງໃນນັ້ນ ເປັນຍິງ 5 ຄົນ ທີ່ໄດ້ຈົບການສຶກສາ 3 ຄົນ ແລະສາມາດຫາວຽກເຮັດງານທໍາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.