ທ.ທອງລຸນ ໄປພົບ ທ.ຮຸນເຊນ

0:00 / 0:00

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄປປະຊຸມກັນກັບ ນາຍົກຣັຖມົນຕຣີ ຮຸນ ເຊນ ແຫ່ງ ກໍາພູຊາ ທີ່ກຸງ ພະນົມເປັນ ໃນວັນທີ 1 ກັນຍາ 2017 ເພື່ອແກ້ໄຂ ຂໍ້ຂັດແຍ່ງ ຊາຍແດນ ຣະຫວ່າງ ລາວ ແລະ ກັມພູຊາ.

ຫລັງຈາກປຶກສາຫາລືກັນ, ທັງສອງຝ່າຍ ໄດ້ຕົກລົງກັນແກ້ໄຂ ຢູ່ 4 ຈຸດ ໃຫ້ໄວ ເທົ່າທີ່ຈະໄວໄດ້, ດັ່ງ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕໍ່ ສື່ມວນຊົນວ່າ:

"ແລະພວກເຮົາກໍໄດ້ຕົກລົງ ເປັນເອກພາບກັນ 4 ຂໍ້ ທີ່ມີຄວາມສໍາຄັນ ດັ່ງກ່າວນັ້ນ ທີ່ ພນະທ່ານ ຮຸນແຊັນ ໄດ້ຖແລງໄປນັ້ນ 2 ນາຍົກ ໄດ້ຕົກລົງກັນວ່າ ຈະແກ້ໄຂ 4 ຈຸ ທີ່ ນາຍົກຮຸນແຊັນ ສເນີມານັ້ນ ໄປສະກ່ອນ ຈະເລີ່ມຕົ້ນໄດ້ ພາຍຫຼັງທີ່ທັງ 2 ຣັຖມົນຕຣີ ການຕ່າງ ປະເທດ ພົບປະຫາຣືກັນ ຄື ສູນຈຸດ 33 ເສັ້ນຊາຍແດນ 0 ຈຸດ 17 ເວີນຄໍາ-ໂອສະວ້າຍ ຫລືວ່າ ເຂດ 0 ຈຸດ 32 ທີ່ທາງ ທ່ານນາຍົກ ຮຸນແຊັນ ໄດ້ສເນີໄປໃຫ້ ຂ້າພະເຈົ້ານັ້ນ ຈະເລີ່ມປຶກສາຫາລື ແກ້ໄຂນໍາກັນ ໂດຍໄວເທົ່າທີ່ຈະໄວໄດ້".

ເວົ້າເຖິງເຂດທີ່ມີບັນຫາຄົງຄ້າງ ຊຶ່ງທັງສອງຝ່າຍ ຈະຕ້ອງໄດ້ແກ້ໄຂ ໃຫ້ຕົກໄປນັ້ນ ເຂດຫ້ວຍຕະເນົາ, ດັ່ງ ທ່ານ ທອງລຸນ ກ່າວຕື່ມອີກວ່າ:

"ເຂດຄົງຄ້າງທີ່ພວກເຮົາ ຈະຕ້ອງໄດ້ແກ້ໄຂນັ້ນຄື ເຂດຫ້ວຍຕາເນົາ ຊຶ່ງກະເຫັນດີນໍາກັນວ່າ ຈະລົງພື້ນທີ່ ໄປກວດພື້ນທີ່ ຕົວຈິງ ບ່ອນໃດ ເປັນເອກພາບ ກັນໄດ້ ກະປັກຫລັກ ໂລດ".

ສ່ວນວ່າ ທ່ານ ຮຸນ ເຊັນ ນາຍົກຣັຖມົນຕຼີ ກຳພູຊາ ກໍເຫັນດີ ກັບການແກ້ໄຂບັນຫາ ຊາຍແດນ 4 ຈຸດນັ້ນ, ແລະ ອີກຈຸດນຶ່ງ ທີ່ຈະຕ້ອງ ແກ້ໄຂ ກໍຄື ຊາຍແດນ ໝາຍເລກ 033, ໝາຍເລກ 017 ແລະ 032. ດັ່ງ ທ່ານ ຮຸນເຊນ ນາຍົກຣັຖມົນຕຼີກໍາພູຊາ ໄດ້ກ່າວຜ່ານລ້າມແປ ພາສາລາວ ວ່າ:

"ລະຈຸດທີນຶ່ງ ທີ່ວ່າຕ້ອງແກ້ໄຂນັ້ນ ກໍຄືຫລັກຊາຍແດນ ໝາຍເລກ 033 ໝາຍເລກ 017 ແລະ ພື້ນທີ່ໂອສະວ້າຍ ແລະຫລັກ 032 ທີ່ນຶ່ງ ທີ່ຂ້າພະເຈົ້າ ແລະ ທ່ານ ທອງລຸນ ໄດ້ຕົກລົງກັນ ຈະແກ້ໄຂ".

ທ່ານ ຮຸນ ເຊນ ກ່າວຕໍ່ໄປວ່າ 4 ຈຸດທີ່ວ່ານັ້ນ ຕ້ອງໄດ້ແກ້ໄຂ ກ່ອນພື້ນທີ່ ຫ້ວຍຕາເງົາ ເພາະວ່າ ເປັນພື້ນທີ່ເຂົ້າເຖິງຍາກ ແລະ ເຫັນດີໃຫ້ ຄນະກັມການ ຊາຍແດນຮ່ວມ ຂອງ ສອງປະເທດ ປະຊຸມກັນ ແລະ ລົງໄປພື້ນທີ່ ຫ້ວຍຕາເງົາ ເພື່ອແກ້ໄຂບັນຫາ, ຈຸດໃດທີ່ຕົກລົງ ກັນໄດ້ ກໍໃຫ້ປັກຫລັກໝາຍ ຊາຍແດນໄວ້.

ນາຍົກຣັຖມົນຕຣີ ທັງສອງ ໄດ້ຕົກລົງມອບໃຫ້ ກະຊວງການຕ່າງປະເທດ ຂອງ ສອງປະເທດ ເປັນຜູ້ຮ່າງ ຈົດໝາຍ ໃຫ້ພວກທ່ານ ເຊັນ ແລ້ວສົ່ງເຖິງ ປະທານາທິບໍດີ ປະເທດຝຣັ່ງເສດ ເພື່ອຂໍເອກກະສານຕ່າງໆ ທີ່ຈຳເປັນ ໂດຍສະເພາະ ແຜນທີ່ມາດຕຣາສ່ວນ 1 ສ່ວນແສນ (1/100,000) ແລະ ມາດຕາສ່ວນ 1 ສ່ວນ ຫ້າສິບພັນ (1/50,000) ແລະ ເອກກະສານອື່ນໆ ທີ່ກ່ຽວຂ້ອງກັບ ຊາຍແດນ ລາວ-ກໍາພູຊາ.