ກອງປະຊຸມ ຊາຍແດນລາວ-ກຳພູຊາ ທີ່ໄດ້ຈັດຂຶ້ນເມື່ອກາງເດືອນທັນວາ ປີກາຍ ບໍ່ສາມາດຕົກລົງກັນໄດ້ ຍ້ອນຝ່າຍກຳພູຊາ ບໍ່ຍອມຮັບ ເງື່ອນໄຂ ທີ່ຝ່າຍລາວສເນີ. ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຣະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ທ່ານນຶ່ງ ໄດ້ກ່າວຕໍ່ໍ່ ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນຜ່ານມາ, ເຈົ້າໜ້າທີ່ທ່ານນີ້ ກ່າວກ່ຽວກັບເຣື້ອງນີ້ ຕື່ມຕອນນຶ່ງວ່າ:
“ກອງປະຊຸມຣະຫວ່າງຈຳປາສັກ ກັບຊຽງແຕງ ຫັ້ນສຳເຣັດແລ້ວ, ເນື້ອໃນກອງປະຊຸມ ທີ່ຊິເອົາກັນຈັ່ງໃດ ລະຖືວ່າຍັງບໍ່ລົງລອຍກັນເທື່ອ. ຜົລການປະຊຸມຫັ້ນກະຍັງບໍ່ທັນໄດ້ຣະບຸຣະອຽດນ່າ ເພາະວ່າຖືວ່າບໍ່ມີແນວຕົກລົງກັນໄດ້, ເວົ້າກັນແນວນັ້ນໂລດ ບໍ່ມີແນວຕົກລົງກັນໄດ້. ພວກເຮົາຫັ້ນສເນີໃຫ້ ກຳພູຊາອອກຈາກຂອບເຂດຊາຍແດນເບື້ອງລະ 50 ແມັດ, ມັນກະຍັງບໍ່ອອກ."
ທ່ານກ່າວຕື່ມວ່າ ຝ່າຍລາວໄດ້ຍື່ນຂໍ້ສເນີ ໃຫ້ຝ່າຍກຳພູຊາ ພຽງ 2 ຂໍ້ ເພື່ອໃຫ້ຄນະກັມມະການ ປັກຫຼັກໝາຍຊາຍແດນ ເຂົ້າໄປກວດກາ ເຂດຫຼັກໝາຍ.
“ສເນີໃຫ້ຄນະກັມມະການປັກຫຼັກໝາຍ 2 ຝ່າຍລົງກວດກາ ບ່ອນທີ່ຝ່າຍກຳພູຊາປຸກຫຼັງເຮືອນ ຢູ່ຂອບເຂດຊາຍແດນປັກຫຼັກໝາຍ 36 ຮອດ 40 ລົງກວດກາວ່າໃຜເຂົ້າໄປ. 2 ລະເວົ້າເຣື້ອງບ່ອນວ່າ ກຳພູຊາເຮັດເຂື່ອນຕັນນ້ຳຫັ້ນ, ເຂື່ອນຕັນນ້ຳຢູ່ 38 ຢູ່ຫຼັກໝາຍ 38, ຫຼັກ 35 ຫາ 38, ກະຖືວ່າຢາກລົງໄປກວດກາເບິ່ງ. ບາດນີ້ນ້ຳຫັ້ນມັນຫຼາຍມັນລົ້ນມາທາງເຮົາພີ້ ທາງເຮົາລະນ້ຳຖ້ວມທາງລະໄປບໍ່ໄດ້ ໄປຍາກມາຍາກ ມັນກະເຮັດຕັນໃສ່ ມັນກະວ່າບໍ່ຍອມຮັບ. ສເນີໃຫ້ 2 ບັນຫານີ້ ມັນລະຍ່າງອອກຈາກ ກອງປະຊຸມເລີຍ ມັນບໍ່ຍອມຮັບ."
ຫຼ້າສຸດ, ເມື່ອວັນທີ 23 ຈົນເຖິງວັນທີ 26 ທັນວາ 2017 ທີ່ຜ່ານມາ, ຄນະກັມມະການຮັກສາຄວາມສງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ກຳພູຊາ ໄດ້ຮ່ວມປະຊຸມກັນ ທີ່ນະຄອນຫຼວງວຽງຈັນ, ກໍຍັງບໍ່ສາມາດ ຕົກລົງກັນໄດ້ ຕາມໍຂໍ້ສເນີ ຂອງຝ່າຍລາວ. ນາຍົກຣັຖມົນຕຣີ ຂອງສອງປະເທດ ໄດ້ຕົກລົງກັນເມື່ອປີກາຍ ວ່າ ລາວ ແລະ ກັມພູຊາ ຈະພຍາຍາມແກ້ໄຂ ຂໍ້ຂັດແຍ້ງ ຊາຍແດນ ໃນໄວໆນີ້.
