ຊາວຄາໂຕລິກລາວ ໄວ້ອາໄລ

ສິດນີ
2017.12.20
f-cardinal ຄຸນພໍ່ ຫຼຸຍສ-ມາຣີ ຫຼິງ ມັງຄະເນກຸນ ຫົວໜ້າ ໂບດກາໂຕລິກ ມິສຊັງ ເມືອງປາກເຊ ແຂວງຈຳປາສັກ
photo credit: Kto Lao

ໂບດຄາໂຕລິກ ຢູ່ນະຄອນຫຼວງວຽງຈັນ ຈັດພິທີລະລຶກເຖິງ ດວງວິນຍານຂອງຊາວຄາໂຕລິກລາວ 17 ຄົນທີ່ຖືກກຳລັງ ຄອມມິວນິສ ຂ້າ ໃນຣະຫວ່າງປີ 1954 ຫາ 1970 ເປັນເທື່ອທຳອິດ ໃນມື້ວັນເສົາ ຜ່ານມາ ຊຶ່ງມີຊາວຄາໂຕລິກ ເຂົ້າຮ່ວມການໄວ້​ອາ​ໄລ ເປັນຈຳນວນ ຫລວງຫລາຍ.

ພິທິລະລຶກດັ່ງກ່າວ ມີຂຶ້ນ ຫລັງຈາກ 1 ປີ ທີ່ ຄຸນພໍ່ ຫຼຸຍ​ສ໌-ມາ​ຣີ ຫຼິງ ມັງຄະ​ເນ​ກຸນ ໄດ້ຖືກແຕ່ງຕັ້ງ ຈາກວັງວາຕີກັນ ໃຫ້ເປັນ CARDINAL ອົງທຳອິດ ຂອງ ສປປລາວ. ຄວາມສຳພັນ ຣະຫວ່າງ ໂບດ ຄາ​ໂຄ​ລິກ ໃນລາວ ກັບ ພັກ-ຣັດ ຍັງມີຄວາມຂັດແຍ່ງກັນ ຫຼາຍຢູ່ ໂດຍສະເພາະ ໃນເຂດທ້ອງຖິ່ນ ຕ່າງຝ່າຍ ມີຄວາມເຫັນແຕກຕ່າງກັນ. ດັ່ງທ່ານກ່າວ ກ່ຽວກັບ ການນັບຖືສາສນາຄາໂຕລິກ ໃນລາວ ຕໍ່ວິທຍຸເອເຊັຽເສຣີ ໃນຣະຍະ ທີ່ຜ່ານມາ ວ່າ:

"ກໍຍັງມີຢູ່ ແຕ່ບໍ່ແມ່ນທົ່ວໄປ ບາງທ້ອງຖິ່ນ ທີ່ວ່າຢູ່ບ່ອນສອກຫຼີກ ເຂົາກໍບໍ່ທັນຮັບຮູ້ ຍ້ອນບໍ່ຮູ້ຈັກ ບໍ່ທັນຮູ້ ເຣື້ອງກົດຣະບຽບ ທີ່ທາງການ ວາງໄວ້."

ໃນພີທີດັ່ງກ່າວ ຊາວຄາໂຕລິກລາວ ໄດ້ພາກັນໄຫວ້ພຣະສົດມົນ ເພື່ອໄວອາໄລ ເຖິງດວງວິນຍານ ຂອງຊາວຄາໂຕລິກ ຜູ້ທີ່ຖືກ ຄອມມິວນິສ ຂ້າ, ຊຶ່ງເປັນຜູ້ເສັຽສຣະ ທາງສາສນາ ຄາໂຕລິກ ແລະ ຄຳສອນຂອງພຣະເຈົ້າ ໃນລາວ.

ນອກຈາກນັ້ນ ໃນພິທີຍັງມີການບາສີ ສູ່ຂວັນໃຫ້ແກ່ ອົງຄາດີໂນ ອົງໃຫມ່ ຄຸນພໍ່ ຫຼິງ​ສ໌ ມັງຄະ​ເນກຸນ ນຳອີກ ຊຶ່ງເປັນປະເພນີລາວ ໃນການໄດ້ ຮັບຕຳແໜ່ງຣະດັບສູງ ທາງສາສນາຄາໂຕລິກ ອົງທຳອິດໃນລາວ ຮ່ວມດ້ວຍໂຕແທນ ຈາກສາສນາພຸດ ແລະ ສາສນາ ອິສລາມ ເຂົ້າຮ່ວມ.

ສາສນາຄາໂຕລິກໃນລາວ ຍັງຖືກຄວບຄຸມ ຈາກທາງການລາວ ຫລາຍຢູ່ ຊຶ່ງໃນຣະຍະ ທີ່ຜ່ານມາ ຜູ້ນັບຖືກສາສນາ ຄາໂຕລິກຫລາຍຄົນ ຖືກນາບຂູ່ຈັບກຸມ ລົງໂທດ ໂດຍສະເພາະກຸ່ມຊົນເຜົ່າ ໃນເຂດຫ່າງໄກສອກຫລີກ ຜູ້ທີ່ນັບຖືກສາສນາ ຄາໂຕລິກ ໃນລາວ. ສປປລາວ ມີຜູ້ເຫລື້ອມໄສ ໃນສາສນາ ຄາໂຕລິກ ຄາດວ່າ ປະມານ 45 ພັນຄົນ ຫລື ປະມານ 0.7% ຂອງປະຊາກອນລາວທັງຫມົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.