ລາວ-ຈີນລົງນາມການຮ່ວມມື ຕື່ມອີກ 6 ຂໍ້


2013.11.01
F-default ລາວ-ຈີນ ລົງນາມ ການຮ່ວມມືຕື່ມອີກ 6 ຂໍ້
RFA

 

ທາງການລາວແລະທາງການຈີນ ເຊັນສັນຍາການຮ່ວມມື ຕື່ມອີກ 6 ຂໍ້ ຢູ່ ນະຄອນຫລວງ ວຽງຈັນ ໃນວັນພຸດ ຜ່ານມາ. ຊຶ່ງໃນນັ້ນຮວມທັງ ຂໍ້ສັນຍາ ການຊ່ວຍເຫລືອດ້ານເສຖກິດ ແລະທາງເທັກນິກຕ່າງໆ ທີ່ຕົກເປັນມູນຄ່າປະມານ 16 ລ້ານກວ່າ ດອນລາ ສະຫະຣັຖ ສຳລັບໂຄງ ການສ້າງຕຶກອາຄານ ເປັນສູນກາງຈັດ ກອງປະຊຸມຣະດັບສາກົນ ແລະໂຄງການປູຢາງ ສຳຫລັບເສັ້ນທາງຫລວງເລກທີ 13 ເໜືອ ຈາກເຂດ ປາກມອງ (Pakmong) ເມືອງນໍ້າບາກ ແຂວງຫລວງພຣະບາງ ຂຶ້ນໄປຍັງນາເຕີຽ ໃນແຂວງຫລວງນໍ້າທາ.

ອິງຕາມຣາຍງານໜັງສືພີມ Viengtiane times ວ່າສຳລັບໂຄງການໆຮ່ວມມືອື່ນໆ ນັ້ນກໍຮວມທັງ ການມອບເຮືອບິນ MA60 2 ລຳ ແລະ ໂຄງການໆຊ່ວຍເຫລືອ ດ້ານປາບປາມພຍາດ ໄຂ້ເລືອດອອກ ຫລື Dengue ຊຶ່ງການລົງນາມ ໃນຂໍ້ສັນຍາ ດັ່ງກ່າວ ມີຂຶ້ນຣະຫວ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກຣັຖມົນຕຣີ ທີ່ເປັນປະທານຄະນະກັມມະການ ການຮ່ວມມື ຣະຫວ່າງ ລາວ-ຈີນ ແລະ ທ່ານ Guan Huabing ເອກອັຄຣັຖທູຕຈີນ ປະຈຳລາວ.

ເຖິງຢ່າງໃດກໍຕາມ ຕອນທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ເດີນທາງໄປຢ້ຽມຢາມ ສປຈີນ ໃນເດືອນຜ່ານມາ ທ່ານກໍໄດ້ເຊັນ ສັນຍາ ດ້ານການຄ້າ ແລະການລົງທຶນຮ່ວມກັບ ທ່ານ Xi Jinping ປະທານປະເທດຈີນໃນຫລາຍໆ ດ້ານເຊັ່ນກັນ.

ຣາຍງານແຈ້ງວ່າ ໃນປີ 2010 ການຄ້າຂອງສອງປະເທດ ລາວ-ຈີນ ມີມູນຄ່າທັງໝົດ 1 ຕື້ໂດລາ ສະຫະຣັດ ແລະໄດ້ເພີ່ມຂຶ້ນເຖີງ 1.7 ຕື້ ດອນລາ ໃນປີ 2012 ແລະວ່າ ສະເພາະແຕ່ຕົ້ນປີ 2013 ມາເຖີງປັດຈຸບັນ ກໍເພື່ມຂຶ້ນເຖີງ 794 ລ້ານ ດອນລາແລ້ວ ເປັນທີ່ຄາດວ່າຍັງຈະ ເພີ້ມທະວີຂຶ້ນພາຍໃນທ້າຍປີ 2013 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.