ຊາວຄຣິສຕຽນ ຖືກ ຈຳກັດສິດ

ໄຊຍາ
2019.01.22
F-Christian ໂບດຂອງຊາວລາວ ທີ່ນັບຖືສາສນາຄຣິສຕຽນ ຢູ່ໃນ ສປປລາວ
RFA/LX

ຊາວຄຣິສຕຽນ ທີ່ເມືອງພິນ ແຂວງສວັນນະເຂດ ຖືກທາງການ ຈໍາກັດສິດ ບໍ່ໃຫ້ຈັດ ພິທີທາງສາສນາຍິ່ງໃຫຍ່ ບໍ່ວ່າ ຈະຢູ່ໃນໂອກາດໃດກໍຕາມ. ຄືດັ່ງເມື່ອ ເດືອນຜ່ານມາ ຊາວຄຣິສຕຽນ 7 ຄົນ ຢູ່ບ້ານ ນາຄະນອງ ຖືກເຈົ້າໜ້າທີ່ ຕຳຣວດ ເມືອງພີນ ເອີ້ນໄປຕັກເຕືອນ ຍ້ອນຈັດສລອງ ບຸນຄຣິສມາດ ຢ່າງຍິ່ງໃຫຍ່ ໂດຍບໍ່ໄດ້ ຂໍອະນຸຍາດຈາກທາງການ ແຕ່ບໍ່ໄດ້ຖືກລົງໂທດແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ ເມືອງພິນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ມົກກະຣາ ນີ້ວ່າ:

“ກາມີການຄຸ້ມຄອງຄືເກົ່າຫັ້ນແຫລະ ເຂົາຫ້າມບໍ່ໃຫ້ເຮັດແບບຍິ່ງໃຫຍ່ຫັ້ນນະ ເຂົາບໍ່ໃຫ້ຂຶ້ນ ແບບພີທີຫັ້ນນະ ເຮັດຍິ່ງໃຫຍ່ຫັ້ນ ເຮັດຕາມຮີດ ຕາມຄອງເຮົາ ທັມມະດາກະຕ້ອງມີຂັນໝາກຂັນພູເນາະ ເຈົ້າສິຖື ສາສນາຫຍັງກະຢ່າ ຢູ່ຮ່ວມກັນ ເຈົ້າເຄົາຣົບຂ້ອຍ ຂ້ອຍເຄົາຣົບເຈົ້າ ຈັ່ງຢູ່ບ້ານນຶ່ງເມືອງດຽວໄດ້.”

ເຈົ້າໜ້າທີ່ ກ່າວຕື່ມວ່າ ກ່ອນຊາວຄຣິສຕຽນ ຈະເຮັດພິທີສາສນາ ກໍຕ້ອງໄດ້ແຈ້ງໃຫ້ ອຳນາດການປົກຄອງ ທ້ອງຖິ່ນ ຮູ້ກ່ອນ ເພື່ອຂໍອະນຸຍາດ ໃຫ້ເຮັດໄດ້ ແຕ່ການຈັດພິທີ ຈະຕ້ອງຢູ່ໃນ ຄວາມຮຽບຮ້ອຍ ຕາມຮີດຄອງ ຂອງທ້ອງຖິ່ນ ບໍ່ໃຫ້ມີພິທີ ໃຫຍ່ໂຕ ດັ່ງທີ່ເຄີຍເກີດຂຶ້ນ. ສ່ວນສິດທິ ໃນການນັບຖື ສາສນາຄຣິສຕຽນ ທາງການບໍ່ໄດ້ຫ້າມ. ສໍາລັບຊາວຄຣິິສຕຽນ 7 ຄົນ ທີ່ເຄີຍຖືກເຈົ້າໜ້າທີ່ ເອີ້ນໄປຕັກເຕືອນນັ້ນ ມີຜູ້ນຳສາສນາ 3 ຄົນ ແລະ ຊາວບ້ານອີກ 4 ຄົນ ປັດຈຸບັນ ກໍໄດ້ກັບມາຢູ່ບ້ານ ຕາມປົກກະຕິ ແລະ ບໍ່ໄດ້ຈັດພິທີຫຍັງເລີຍ ມີພຽງແຕ່ ຈັດພິທີສວດມົນ ທັມມະດາ.

ອີງຕາມ ການບອກເລົ່າ ຂອງເຈົ້າໜ້າທີ່ ເມືອງພິນ ປັດຈຸບັນ ທົ່ວເມືອງ ມີຊາວລາວນັບຖືສາສນາ ຄຣິສຕຽນ ປະມານ 200 ຄົນ ແຕ່ບໍ່ມີໂບດ ຄຣິສຕຽນ ແບບເປັນທາງການ ສ່ວນໃຫຍ່ ຊາວຄຣິສຕຽນ ໄປເຂົ້າພິທີສວດມົນ ຫຼື ຮ່ວມພີທີທາງສາສນາ ຢູ່ຕາມເຮືອນ ຂອງຜູ້ນຳ ທາງສາສນາ ໃນແຕ່ເຂດ ໂດຍຕ້ອງໄດ້ ຂໍອະນຸຍາດ ຈາກເຈົ້າໜ້າທີ່ ທ້ອງຖິ່ນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.