ສິດທິທາງສາສນາຢູ່ ລາວ ຈໍາກັດ

0:00 / 0:00

ຄນະ ກັມມາທິການ ສິດ ເສຣີພາບ ການເຊື່ອຖື ສາສນາ ຂອງ ສະຫະຣັຖ ຫລື USCIRF ຊຶ່ງ ເປັນອົງການ ຈັດຕັ້ງ ອິສຣະ ໄດ້ອອກ ບົດຣາຍງານ ກ່ຽວກັບ ການຈຳກັດ ສິດ ການເຊື່ອຖື ສາສນາ ຢູ່ ປະເທດລາວ ປະຈຳປີ 2016. ບົດຣາຍງານ ໄດ້ເວົ້າເຖິງ ບັນຫາ ການ ຈຳກັດ ຮັດແຄບ ຜູ້ທີ່ເຊື່ອຖື ເປັນ ຊາວຄຣິສຕຽນ ຢູ່ໃນ ປະເທດລາວ ໂດຍສະເພາະ ຊົນຊາດ ຊົນເຜົ່າ.

ຕົວແທນ ຈາກ USCIRF ພ້ອມດ້ວຍ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ສະຫະຣັຖ ໄດ້ເຂົ້າມາ ຢ້ຽມຢາມ ປະເທດລາວ ໃນ ເດືອນ ກຸມພາ ປີ 2016 ທີ່ຜ່ານມາ ໂດຍສະເພາະ ໄດ້ໄປ ຢ້ຽມຢາມ ນະຄອນຫຼວງ ວຽງຈັນ, ແຂວງ ຊຽງຂວາງ ແລະ ສວັນນະເຂດ ແລະ ໄດ້ ຍົກເອົາ ກໍຣະນີ ເຈົ້າໜ້າທີ່ ທາງການລາວ ຈຳນວນນຶ່ງ ໄດ້ຣະເມີດ ສິດທິ ການເຊື່ອຖື ສາສນາ.

ຕົວຢ່າງ ທີ່ເກີດຂຶ້ນ ຜ່ານມາ ຢູ່ແຂວງ ສວັນນະເຂດ ໃນປີກາຍ ມີການຈັບກຸມ ຊາວຄຣິສຕຽນ ຫຼາຍຄົນ ໂດຍບໍ່ມີ ການສືບສວນ ສອບສວນ, ບໍ່ມີການ ດຳເນີນ ຄະດີ ແຕ່ຢ່າງໃດ ແລະ ການຈັບກຸມ ນັ້ນບໍ່ມີ ໝາຍສານ.

ແລະ ອີກ ກໍຣະນີ ນຶ່ງ ຢູ່ບ້ານຍາງ ແລະ ບ້ານດອນແກ້ວ ເມືອງນາກາຍ ແຂວງຄຳມ່ວນ, ໃນປີ 2015 ຜ່ານມາ ປະຊາຊົນ ຖືກ ເຈົ້າໜ້າທີ່ ທ້ອງຖິ່ນ ນາບຂູ່ ແລະ ຫ້າມບໍ່ໃຫ້ ທຳພິທີ ທາງສາສນາ. ນອກຈາກນີ້ ເຈົ້າໜ້າທີ່ ຍັງມາຍຶດເອົາ ຄຳພີ ຂອງ ປະຊາຊົນ ນຳອີກ. ອີງຕາມ ການບອກເລົ່າ ຂອງພິຍານ ທີ່ ເຫັນເຫດການ.

ສປປລາວ ໄດ້ຖືກຈັດຢູ່ໃນ ອັນດັບ Tier 2 ໃນການໃຫ້ສິດທິ ການເຊື່ອຖື ທາງສາສນາ ແກ່ ພົລເມືອງ ຂອງຕົນເອງ ຊຶ່ງຖືວ່າ ເປັນສິ່ງທີ່ ບໍ່ເໝາະສົມ ເຖິງວ່າ ຣັຖບານລາວ ຈະມີ ນິຕິກັມ ວ່າ ປະຊາຊົນ ລາວ ມີສິດ ເຊື່ອຖື ຫຼື ບໍ່ເຊື່ອຖື ສາສນາ ກໍຕາມ.