ທາງການເຜີຍຣາຍຊື່ ສະມາຊິກ ສະພາແຫ່ງຊາດ ຊຸດທີ 9

ຈໍາປາທອງ
2021.03.05
ທາງການເຜີຍຣາຍຊື່ ສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ຄະນະກັມມະການ ເລືອກຕັ້ງ ຣະດັບຊາດ ປະກາດຣາຍຊື່ ຜູ້ລົງຮັບສມັກເລືອກຕັ້ງ ສສຊ ແລະ ສສຂ
ຂ່າວປະເທດລາວ

ໃນມື້ວັນທີ 5 ມີນາ ນີ້ ຄະນະກັມການເລືອກຕັ້ງ ຣະດັບຊາດ ເປີດເຜີຍຣາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ 9 ໃນແຕ່ລະເຂດ ເລືອກຕັ້ງທັງໝົດ 164 ຄົນ ຈາກ ຜູ້ສມັກຮັບເລືອກຕັ້ງ 224 ຄົນ.

ໃນຈໍານວນສະມາຊິກສະພາແຫ່ງຊາດ ຊຸດໃໝ່ມີເພດຍິງ 35 ຄົນ, ອີງຕາມຄໍາຖແລງຂອງ ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາ ສະພາແຫ່ງຊາດ ໂຄສົກຄະນະກັມການເລືອກຕັ້ງ ຣະດັບຊາດ ທີ່ຣາຍງານກ່ຽວກັບ ຜົລການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ຂອງຄະນະກັມການ ເລືອກຕັ້ງ ຣະດັບຊາດ ໃນມື້ວັນທີ 5 ມິນາ 2021.

ຢູ່ປະເທດລາວມີ 18 ເຂດເລືອກຕັ້ງ. ໃນນັ້ນຜົລການເລືອກຕັ້ງ ຂອງເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຜູ້ໄດ້ຮັບເລືອກຕັ້ງ 18 ຄົນ ຊຶ່ງບຸກຄົນສໍາຄັນ ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ກໍແມ່ນ ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານ ອານຸພາບ ຕຸນາລົມ. ເຂດການເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຜູ້ໄດ້ຮັບ ເລືອກຕັ້ງ 6 ຄົນ. ເຂດເລືອກຕັ້ງທີ 3 ແຂວງ ຫລວງນໍ້າທາ ມີ 6 ຄົນ ແລະເຂດ 18 ແຂວງໄຊສົມບູນ 6 ຄົນ.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄະນະກັມການເລືອກຕັ້ງ ຣະດັບຊາດ ເພື່ອຂໍຮູ້ຂໍ້ມູລເພີ່ມຕື່ມ ນອກເໜືອໄປຈາກແຈ້ງການສະບັບ ດັ່ງກ່າວເປັນຕົ້ນ ສະມາຊິກສະພາແຫ່ງຊາດຊຸດທີ 9 ມີຜູ້ແທນ ທີ່ມາຈາກແຕ່ລະຊົນເຜົ່າຈັກຄົນ ແລະອື່ນໆ ແຕ່ເຈົ້າໜ້າທີ່ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.

ຢ່າງໃດກໍຕາມ ພາຍຫລັງການປະກາດ ຜົລການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຢ່າງເປັນທາງການແລ້ວ, ທາງຫ້ອງການ ສະພາແຫ່ງຊາດ ປະຈໍາເຂດເລືອກຕັັ້ງຕ່າງໆ ກໍມີ ແຜນການຈັດຖແລງຂ່າວ ຕໍ່ສື່ມວນຊົນ ຢູ່ພາຍໃນແຂວງຂອງຕົນ ໃນຕອນແລງ ຂອງວັນທີ 5 ມີນາ ນີ້ ເພື່ອໂຄສະນາໃຫ້ປະຊາຊົນ ໄດ້ຮັບຮູ້ ຢ່າງກວ້າງຂວາງ,  ດັ່ງເຈົ້າໜ້າທີ່ ຫ້ອງການສະພາ ແຫ່ງຊາດ ປະຈໍາແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມິນາ ນີ້ວ່າ:

“ເພິ່ນກໍາລັງສິປະກາດຕອນແລງ ເຈົ້າ, ເພິ່ນສິຖແລງຂ່າວຕອນແລງ ເຈົ້າແຂວງ ເຈົ້າ.”

ໃນຂນະດຽວກັນ ທາງຫ້ອງການ ສະພາແຫ່ງຊາດ ປະຈໍາແຂວງຫລວງພຣະບາງ ກໍມີແຜນຖແລງຂ່າວກ່ຽວກັບຜົລການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ 9 ໃນມື້ດຽວກັນນີ້ ເຊັ່ນກັນ ໂດຍມີຄະນະກັມການພັກແຂວງ ເປັນຜູ້ຖແລງ ແຕ່ບໍ່ມີຜູ້ໄດ້ຮັບ ເລືອກຕັ້ງ ນັ້ນເຂົ້າຮ່ວມການຖແລງຂ່າວນໍາ.

ແລະ ຫລັງຈາກນັ້ນ ທາງແຂວງກໍຈະກະຕຽມຈັດກອງປະຊຸມ ຄັ້ງປະຖົມມະເລິກຂອງສະພາ ແຕ່ຍັງບໍ່ກໍານົດມື້ເທື່ອ, ດັ່ງເຈົ້າໜ້າທີ່ ຫ້ອງການສະພາແຫ່ງຊາດ ປະຈໍາແຂວງ ຫຼວງພຣະບາງ ກ່າວວ່າ:

“ມີແຕ່ເພິ່ນຖແລງຜູ້ດຽວເລີຍ. ທ່ານ ນາງ ວຽງວິໄລ ດີລະພັນ ເພິ່ນສິມີກອງປະຊຸມ ຄັ້ງປະຖົມມະເລິກ ອີກຄັ້ງນຶ່ງແຕ່ວ່າຍັງບໍ່ຮູ້ ວັນທີເທື່ອນະ ເຈົ້າ ສິຈັດຢູ່ແຂວງເຮົາແດ່ ແລ້ວກະສິມີ ຢູ່ນະຄອນຫລວງວຽງຈັນແດ່ ເຈົ້າ.”

ຊາວລາວທ່ານນຶ່ງ ທີ່ຫາກໍ່ຮູ້ຂ່າວການປະກາດຣາຍຊື່ ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກ ສະ ພາແຫ່ງຊາດຊຸດທີ 9 ນັ້ນເວົ້າວ່າ ຕົນຍັງບໍ່ທັນໄດ້ເບິ່ງ ຣາຍລະອຽດເທື່ອວ່າມີທ່ານໃດແດ່ ທີ່ໄດ້ຮັບເລືອກຕັ້ງ, ແຕ່ກໍບໍ່ມີຄວາມຄາດຫວັງ ຈາກສະມາຊິກສະພາແຫ່ງຊາດ ຊຸດນີ້ ຍ້ອນເຊື່ອວ່າ ໜ້າຈະມີນະໂຍບາຍບໍ່ແຕກຕ່າງ ໄປຈາກຊຸດທີ່ຜ່ານມາ ດັ່ງທີ່ທ່ານ ກ່າວວ່າ:

“ໂອ໋ຍ ມັນບໍ່ຕ່າງຫຍັງດອກ ຄືເກົ່າຫັ້ນແຫລະ ໂອ໋ ນີ້ກະຍັງບໍ່ທັນຮູ້ຈັກດອກ ເພາະວ່າມັນປີ້ນໄປປີ້ນມາ ຢູ່ຄືເກົ່າຈັກເທື່ອ.”

ແລະຊາວລາວອີກຜູ້ນຶ່ງ ຮູ້ສຶກຕື່ນເຕັ້ນ ທີ່ໄດ້ເຫັນຣາຍຊື່ຜູ້ໄດ້ຮັບເລືອກຕັ້ງ ເປັນສະມາຊິກ ສະພາແຫ່ງຊາດຊຸດໃໝ່ ໃນແຕ່ລະເຂດ ເລືອກຕັ້ງ ແລະຫວັງວ່າ ຜູ້ແທນເຫລົ່ານັ້ນຈະ ປະຕິບັດໜ້າທີ່ແບບສັດຊື່ ແລະເປັນຕົວແທນທີ່ດີ ຂອງປະຊາຊົນ ຕາມທີ່ກົດໝາຍ ວ່າດ້ວຍສະພາແຫ່ງຊາດ ໄດ້ກໍານົດໄວ້:

“ເຣື່ອງການເປັນຜູ້ແທນນີ້ກໍຄື ຮັກຊາດຮັກປະຊາຊົນ ທໍາງານເພື່ອປະຊາຊົນ ແລ້ວກໍເຫັນໄດ້ສິດແລະໜ້າທີ່ ຂອງປະຊາຊົນ ຮັບໃຊ້ ປະຊາຊົນຈົນສຸດຄວາມສາມາດ ມີຄວາມສັດຊື່ ບໍຣິສຸດ ຕໍ່ປະເທດຊາດ ຫັ້ນແຫລະ.”

ສະມາຊິກສະພາແຫ່ງຊາດ ຊຸດທີ 9 ມີຈໍານວນເພີ່ມຂຶ້ນ ຈາກຈໍານວນສະມາຊິກ ສະພາແຫ່ງຊາດ ຊຸດທີ 8 15 ຄົນ ຄືຈາກ 149 ຂຶ້ນເປັນ 164 ຄົນ. ໃນນັ້ນສະມາຊິກ ເພດຍິງ ຂອງ ສະພາແຫ່ງຊາດຊຸດທີ 9 ຫລຸດລົງຈາກຊຸດທີ 8 ຈໍານວນ 6 ຄົນ ຄືຈາກ 41 ຄົນລົງມາມີ 35 ຄົນ.

ສໍາລັບຜົລການເລືອກຕັ້ງ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ມາຮອດມື້ວັນທີ 5 ມິນານີ້ ຍັງບໍ່ຖືກປະກາດອອກມາຢ່າງ ເປັນທາງການເທື່ອ ແຕ່ຈະມີຜູ້ໄດ້ຮັບເລືອກຕັ້ງ 492 ຄົນ ຈາກຈໍານວນຜູ້ສມັກ 789 ຄົນໃນທົ່ວປະເທດ ຊຶ່ງຄາດວ່າ ຈະຖືກປະກາດ ຣາຍຊື່ອອກໃນມໍ່ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.