ອົງການອັຍການປະຊາຊົນສູງສຸດ ຍອມຮັບວ່າ ຫຼາຍປີຜ່ານມາ ຍັງມີຂໍ້ບົກຜ່ອງ ໃນການຕິດຕາມກວດກາ ການປະຕິດບັດ ກົດໝາຍ ອັນໄດ້ ສ້າງຜົລກະທົບ ໂດຍກົງ ຕໍ່ຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະຊາຊົນ ຕໍ່ຣະບອບ ການປົກຄອງຢູ່ ສປປລາວ, ດັ່ງຍານາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ໄດ້ກ່າວໃນກອງປະຊຸມ ກ່ຽວກັບ ວຽກງານໄອຍະການ ທົ່ວປະເທດ ປະຈຳປີ 2018 ເມື່ອວັນທີ 4 ກຸມພານີ້ວ່າ ເບິ່ງລວມແລ້ວ ການຕິດຕາມການກວດກາ ຂອງອົງການໄອຍາການ ປະຊາຊົນ ແຕ່ລະຂັ້ນ ຕາມທີ່ກົດໝາຍ ກໍານົດໄວ້ນັ້ນ ຍັງເຮັດໄດ້ໜ້ອຍ ແລະ ເຈົ້າໜ້າທີ່ ຈໍານວນນຶ່ງ ຣະເມີດກົດໝາຍ ດັ່ງທີ່ຍານາງ ກ່າວວ່າ ໃນຕອນນຶ່ງວ່າ:
"ແບບວ່າ ມາເບິ່ງລວມແລ້ວ ພວກເຮົາ ຍັງເຮັດໄດ້ໜ້ອຍ ຄືວ່າ ມີບາງດ້ານ ຍັງບໍ່ທັນເຮັດ ໄປຕາມກົດໝາຍ ກຳນົດໄວ້ ໝາຍຄວາມວ່າ ຍັງເຮັດຜິດກົດໝາຍ. ເປັນຕົ້ນແມ່ນ ການຕິດຕາມ ການຣະເມີດ ກົດໝາຍ ຂອງເຈົ້າໜ້າທີ່ ພະນັກງານ ຂອງພວກເຮົາ ຈຳນວນນຶ່ງ."
ກ່ຽວກັບ ບັນຫາດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າອົງການອັຍການ ປະຊາຊົນສູງສຸດ, ໄດ້ຣາຍງານ ຕໍ່ກອງປະຊຸມ ກ່ຽວກັບ ວຽກງານອັຍຍການ ໃນໄລຍະ 3 ປີ ຂອງແຜນການ 5 ປີ ຄື ແຕ່ປີ 2016 ຫາປີ 2020 ນັ້ນວ່າ ອົງການອັຍການ ປະຊາຊົນ ແຕ່ລະຂັ້ນ ຕ້ອງ ເໜັ້ນໜັກໃສ່ ການຕິດຕາມ ການປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ ສືບສວນ-ສອບສວນ ໃນການນໍາໃຊ້ 7 ມາຕການ ສະກັດກັ້ນ ໃຫ້ຖືກຕ້ອງ ຕາມກົດໝາຍ.
ພ້ອມກັນນັ້ນ ກໍຕ້ອງຕິດຕາມກວດກາ ການປະຕິບັດ ຄຳຕັດສິນ ຂອງສານ, ເຮັດໃຫ້ຄຳຕັດສິນ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ໄດ້ນຳ ໄປປະຕິບັດ ໃຫ້ຖືກຕ້ອງ ຕາມກົດໝາຍ. ໃນບົດຣາຍງານ ຍັງໄດ້ເວົ້າເຖິງ ການໃຫ້ອົງການອັຍການ ປະຊາຊົນ ລົງເລິກ ຕິດຕາມກວດກາ ການສວຍໃຊ້ສິດ ແລະ ໜ້າທີ່ຕຳແໜ່ງ ຂອງພະນັກຣັຖ ທີ່ແຕະຕ້ອງເຖິງ ສິດ ແລະ ຜົລປໂຍດ ຂອງປະຊາຊົນເຊັ່ນ: ການກັກໂຕ ບໍ່ຖືກຕ້ອງ, ການບີບຄັ້ນ ເອົາຄຳໃຫ້ການ ຫຼື ໃຫ້ສາລະພາບ ດ້ວຍການທຸບຕີ ທໍຣະມານ ຫຼື ການກະທຳ ທີ່ຊີ້ບອກວ່າ ພະນັກງານ ຣະເມີດສິດ ອັນຊອບທັມ ດ້ວຍກົດໝາຍ ຂອງປະຊາຊົນ ເຊັ່ນ: ສວຍໃຊ້ໜ້າທີ່ຕຳແໜ່ງ ຂອງຕົນ ເພື່ອບັງຄັບນາບຄູ່ ເອົາດິນ ຂອງປະຊາຊົນ ເພື່ອຜົລປໂຍດສ່ວນໂຕ ແຕ່ສ້າງຄວາມເຊື່ອມເສັຽ ໃຫ້ໜ່ວຍງານ ຍຸດຕິທັມ.
ສະນັ້ນ ເມື່ອກວດເຫັນ ປະກົດການດັ່ງກ່າວ ຕ້ອງສັ່ງຟ້ອງ ຜູ້ກະທຳຜິດ ເຫຼົ່ານັ້ນ ຕາມຂະບວນການຍຸດຕິທັມ. ຕາມບົດຣາຍງານ ປີທີ່ຜ່ານມາ ອົງການອັຍການປະຊາຊົນ ໄດ້ຮັບສຳນວນ ຄະດີອາຍາ ທີ່ຍັງຄ້າງ ແລະ ເຂົ້າມາໃໝ່ ທັງໝົດ ເຖິງ 10 ພັນປາຍເຣື່ອງ ທຽບໃສ່ ປີກ່ອນ ຄະດີ ເພີ່ມຂຶ້ນ 528 ເຣື່ອງ.
