ລາວ-ສະຫະພາບຢູໂຣບ ເປີດ ປະຊຸມ

0:00 / 0:00

ກອງປະຊຸມຄັ້ງທີ 8 ຂອງ ຄນະກັມມະການຮ່ວມ ສປປລາວ ແລະ ສະຫະພາບຢູໂຣບ ກ່ຽວກັບ ບັນຫາ ສິດທິມະນຸດ ແລະ ການຄ້າ ທີ່ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ວຽງຈັນ ໃນວັນທີ 17 ກຸມພາ 2017 ໄດ້ຮັບຄວາມສໍາເຣັດ. ຕາມຣາຍງານ ຂອງ Military News.

ເມື່ອວັນທີ 16 ກຸມພາ ຄນະກັມມະການຮ່ວມ ໄດ້ເວົ້າເຖິງ ການເຈຣະຈາ ຄັ້ງທີ 7 ກ່ຽວກັບ ເຣຶ່ອງ ສິດທິມະນຸດ ຣະຫວ່າງ ສປປລາວ ແລະ ສະຫະພາບຢູໂຣບ ທີ່ໄດ້ປະຕິບັດ ໄປພ້ອມກັນກັບ ຄນະເຮັດວຽກ ເຣຶ່ອງການຮ່ວມມື ກໍຄືກັນກັບ ໜ່ວຍເຮັດວຽກ ດ້ານການຄ້າ ແລະ ການລົງທຶນ.

ການປຶກສາຫາລືກັນ ທຸກຢ່າງ ທີ່ໄດ້ດໍາເນີນ ໄປເປັນເວລາ 2 ມື້ນັ້ນ ໄດ້ມີການແລກປ່ຽນ ຄໍາຄິດຄໍາເຫັນ ຊຶ່ງກັນແລະກັນນັ້ນ ໄດ້ຮັບຜົລດີ ທີ່ຈະປະກອບສ່ວນ ສໍາຄັນ ໃຫ້ແກ່ຜົລປະໂຫຍດ ຂອງ ທັງສອງຝ່າຍ.

ທັງສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບ ບັນຫາ ສຸດທິມະນຸດ ແລະ ການປົກຄອງ ຢ່າງກົງໄປກົງມາ ແລະ ໃນບັນຍາກາດ ເປີດກວ້າງ, ໄດ້ມີການແລກປ່ຽນ ຄວາມຄິດ ຄວາມເຫັນ ຊຶ່ງກັນແລະກັນ ໃນບັນຫາຕ່າງໆ ຢ່າງກວ້າງຂວາງ ນັບຕັ້ງແຕ່ ການໃຫ້ສັດຕະຍາບັນ ສົນທິສັນຍາ ສາກົນ ວ່າດ້ວຍ ສິດທິ ຂອງກຸ່ມທີ່ ສ່ຽງຕໍ່ການ ທີ່ຈະຖືກປາບປາມ ຮວມທັງ ສິດທິ ໃນທີ່ດິນ, ສິດທິ ຂອງຄົນງານ ແລະ ການເຄົາຣົບ ສິດທິ ພື້ນຖານຕ່າງໆ ຂອງມະນຸດ. ພ້ອມກັນນັ້ນ ທັງສອງຝ່າຍ ຍັງໄດ້ເວົ້າເຖິງ ກໍຣະນີ ຂອງສ່ວນບຸກຄົນ ຫຼາຍກໍຣະນີ ທີ່ຖືກຈັບ ກັກຂັງ ແລະຖືກບັງຄັບ ໃຫ້ຫາຍສາບສູນ.

ນອກນັ້ນທັງສອງຝ່າຍ ຍັງໄດ້ປຶກສາຫາລືກັນ ເຖິງຄວາມກັງວົນ ທາງດ້ານ ສິ່ງແວດລ້ອມ ນັບຕັ້ງແຕ່ ຣັຖບາລ ສປປລາວ ໄດ້ໃຫ້ ສັດຕະຍາບັນ ຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງ ຂອງ ສະພາບ ດິນຟ້າອາກາດ ເມື່ອບໍ່ນານມານີ້ ແລະມີການຜູກພັນ ຢ່າງແຂງແຮງ ທີ່ຈະຕອບໂຕ້ ການຄ້າສັດປ່າ ແລະ ການຄ້າໄມ້ ຜິດກົດໝາຍ ນໍາດ້ວຍ.