ທີ່ສນາມບິນວັດໄຕ ນະຄອນຫລວງວຽງຈັນ, ໄດ້ມີການຮັບມອບສິ່ງເສດເຫຼືອ ຂອງ ທະຫານອະເມຣິກັນ ແຕ່ປາງສມັຍສົງຄາມ, ທີ່ຖືກຄົ້ນພົບ ຢູ່ບ້ານນາແທ່ນ ແລະ ບ້ານນາບົກ ເມືອງວຽງໄຊ ແຂວງຫົວພັນ, ໂດຍຈັດສົ່ງຂຶ້ນເຮືອບິນໄປ ສູນວິຈັຍ ທີ່ຣັດຮ່າວາຍ ຢ່າງເປັນທາງການ ໃນມື້ວັນທີ 28 ກຸມພາ ທີ່ຜ່ານມາ ເພື່ອສັນຣະສູນຢ່າງຣະອຽດ, ດັ່ງເຈົ້າຫນ້າທີ່ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ມີນາ ນີ້ວ່າ:
“ໄດ້ພົບເຫັນສິ່ງເສດເຫຼືອດັ່ງກ່າວ, ຫລັງຈາກນັ້ນກໍມີການມອບຮັບ, ໃນມື້ວັນທີ 28 ກຸມພາ ຢູ່ສນາມບິນສາກົນວັດໄຕ, ຜູ້ມອບກໍແມ່ນຮອງ ຣັຖມົນຕຣີຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍອງ ຜູ້ຮັບກໍແມ່ນທ່ານ ເອກອັຄຣັຖທູດ ສະຫະຣັດ ປະຈຳລາວ ທ່ານ ນາງ RENA BITTER ກໍຖືວ່າ ໄດ້ມີການມອບຮັບຮຽບຮ້ອຍແລ້ວ.”
ທ່ານວ່າ ການຂຸດຄົ້ນນັ້ນ ເປັນການຂຸດຄົ້ນເທື່ອທີສອງ ໃນປີ 2019 ນີ້, ສິ່ງເສດເຫຼືອທີ່ພົບເຫັນ ກໍແມ່ນແຂ້ວແລະກະດູກ, ໄດ້ຈ້າງຊາວບ້ານ 25 ຫາ 100 ຄົນ ໃນການຂຸດຄົ້ນຊອກຫາ ແລະເງິນທີ່ຈ້າງນັ້ນ ທາງອະເມຣິກາ ກໍໄດ້ໂອນເງິນຄືນໃຫ້ແລ້ວ:
“ຊາວບ້ານເຮົາກໍມີຄ່າຕອບແທນໃຫ້ເພິ່ນ ກໍຕາມແຮງງານທົ່ວໄປຫັ້ນແຫລະ, ຂຶ້ນພູລົງຫ້ວຍ, ຍ່າງຜ່າລົມຟ້າຝົນຕົກ ຣັຖບານ ອະເມຣິກາ ໂອນເງິນມາໃຫ້ຣັຖບານລາວ ຣັຖບານກໍຊິຈ່າຍ ມັນຂຶ້ນແຕ່ລະຄັ້ງ ທີ່ເຮົາເຮັດແຜນມາ ເຮັດສ້າງເປັນແຜນຄັ້ງລະຈັກວັນ ສົມມຸດວ່າຄັ້ງລະ 35 ວັນບໍ ຫລື 45 ວັນ ຫມົດແຜນແລ້ວ ໄດ້ບໍ່ໄດ້ກໍຈົບກັບ ເທື່ອຫນ້າເຮົາກໍເຮັດແຜນໃໝ່ໄປ."
ໂຄງການຊອກຫາສິ່ງເສດເຫລືອ ຂອງ ທະຫານອະເມຣິກັນ ທີ່ເສັຽຊິວິດໃນສມັຍສົງຄາມ ແມ່ນຄວາມຮ່ວມມືຣະຫວ່າງ ຣັຖບານລາວກັບ ສະຫະຣັດ ທີ່ໄດ້ລົງນາມກັນ ໃນປີ 1996 ມາຮອດປັດຈຸບັນ ທາງການລາວ ໄດ້ຈັດສົ່ງສິ່ງເສດເຫຼືອ ຂອງທະຫານ ອະເມຣິກັນແລ້ວ 285 ຄົນ ຈາກທັງຫມົດ 573 ຄົນ ທີ່ເຊື່ອວ່າ ທະຫານອະເມຣິກັນ ເສັຽຊີວິດໃນລາວ.
