ຄົນໄທ 8 ຄົນຖືກປ່ອຍແລ້ວ

0:00 / 0:00

ທາງການລາວ ປ່ອຍຄົນໄທ 8 ຄົນ ທີ່ລ່ວງລໍ້າ ເຂົ້າມາ ລ່າສັດ ໃນເຂດແດນ ຂອງລາວ ພາຍຫລັງ ທີ່ ຖືກຄຸມຂັງ ມາໄດ້ 6 ເດືອນ ແລະ ໄດ້ເສັຽຄ່າ ປັບໃໝ ຄົນລະ 3 ໝື່ນ ບາດ.

ຂ່າວຜູ້ຈັດການ ອອນລາຍ ຣາຍງານ ໃນວັນທີ 10 ເມສາ ນີ້ ວ່າ ສານຊັ້ນຕົ້ນ ແຂວງ ຈໍາປາສັກ ສປປ ລາວ ສັ່ງປ່ອຍຄົນໄທ ທີ່ຖືກຈັບ ຢູ່ ບໍຣິເວນ ຊາຍແດນ ລາວ-ໄທ ພາຍຫລັງ ທີ່ ຖືກຈໍາຄຸກ 6 ເດືອນ, ມີຍາດພີ່ນ້ອງ ມາຖ້າຮັບ ເມືອບ້ານ ດ້ວຍຄວາມ ຍິນດີ ທີ່ດ່ານ ສາກົລ ຊ່ອງເມັກ-ວັງເຕົ່າ.

ທັງ 8 ຄົນ ຖືກທາງການລາວ ຈັບໃນວັນທີ 7 ຕຸລາ 2012 ໃນຂໍ້ຫາ ເຂົ້າໄປເກັບ ເຄື່ອງປ່າຂອງດົງ ໃນເຂດແດນ ຂອງລາວ ຢູ່ໃກ້ເຂດ ເມືອງ ມູລປ່າໂມກ ແຂວງ ຈໍາປາສັກ. ກະແສຂ່າວ ເວົ້າວ່າ ໃນວັນເກີດເຫດ ທະຫານລາວ ໄດ້ຈັບຊາວໄທ 6 ຄົນ ທີ່ໄປຫາ ເຄື່ອງປ່າ ຂອງດົງ, ມີຜູ້ນຶ່ງນັ້ນ ຫລົບໜີໄປໄດ້ ຍ້ອນວ່າ ອອກໄປຫາ ເຄື່ອງປ່າ ຂອງດົງ ກ່ອນທີ່ ຄົນອື່ນ ຈະຕື່ນນອນ.

ຊາວໄທ ທັງ 6 ຄົນ ຖືກນໍາໄປຂັງ ໄວ້ທີ່ ເມືອງ ມູລປ່າໂມກ ໃນຂໍ້ຫາ ລ່ວງລໍ້າ ເຂດແດນ ແລະ ເຂົ້າໄປລ່າສັດ ໃນເຂດ ຫວງຫ້າມ ຕໍ່ມາຖືກສົ່ງໄປ ຄຸມຂັງໄວ້ ໃນຄຸກ ບັງເຍາະ ເມືອງ ປາກເຊ ຕາມຄໍາຕັດສິນ ຂອງ ສານ ແຂວງ ຈໍາປາສັກ. ເມື່ອຄົບກໍານົດ ການລົງໂທດ ຝ່າຍສານ ເມືອງປາກເຊ ກໍສັ່ງປ່ອຍຕົວ ພ້ອມກັບ ຄົນໄທ ອີກ 2 ຄົນ ທີ່ຖືກຈັບ ໃນຂໍ້ຫາ ດຽວກັນ.

ທ່ານ ສີນວນ ແກ້ວໂພມິນ ຫົວໜ້າ ດ່ານວັງເຕົ່າ ເມືອງໂພນທອງ ແຂວງ ຈໍາປາສັກ ເວົ້າວ່າ ການກັກຂັງ ດັ່ງກ່າວ ເປັນໄປຕາມ ກົດໝາຍລາວ ແລະ ບໍ່ໄດ້ຕັ້ງ ຂໍ້ຫາ ທີ່ ຮຸນແຮງ ເພາະເປັນ ບ້ານພີ່ ເມືອງນ້ອງ ແລະ ກໍຟ້າວ ໃຫ້ມີການ ປ່ອຍຕົວ ຍ້ອນເປັນ ວັນຂຶ້ນປີໃໝ່ ຂອງ ລາວແລະໄທ.

ບັນຫາ ການລ່ວງລໍ້າ ເຂດແດນ ທີ່ເກີດຂຶ້ນນັ້ນ ເປັນຈຸດ ທີ່ຍັງບໍ່ມີການ ປັກປັນ ຫລັກໝາຍ ຢ່າງເປັນທາງການ.