ສະມາຊິກສະພາ ຮຽກຮ້ອງໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາສໍ້ລາດບັງຫຼວງ

ພອນ ພູມມີທອນ
2024.06.12
ສະມາຊິກສະພາ ຮຽກຮ້ອງໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາສໍ້ລາດບັງຫຼວງ ຮູບປະກອບ ແມ່ນການໃຊ້ຈ່າຍເງິນກີບ ໃນນະຄອນຫຼວງວຽງຈັນ. ວັນທີ 14 ທັນວາ ປິ 2022.
RFA

ໃນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 11 ມີຖຸນາ ທີ່ຜ່ານມານີ້, ທ່ານ ອຸດົມ ວົງໄກສອນ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ກ່າວເຖິງບັນຫາການສໍ້ລາດບັງຫລວງ ໃນລາວທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງເດັດຂາດ ພ້ອມທັງເຫັນດີ ແລະ ສະໜັບສະໜູນ ທີ່ສຸດຖ້າລັດຖະບານ ຈະກໍານົດເອົາການແກ້ໄຂບັນຫາ ການສໍ້ລາດບັງຫລວງ ຍົກລະດັບເປັນວາລະແຫ່ງຊາດ ເພື່ອໃຫ້ແກ້ໄຂບັນຫາໄດ້ດີກ່ວາເກົ່າ. 

ພາຍຫລັງຈາກທີ່ ສະມາຊິກສະພາແຫ່ງຊາດ ທ່ານດັ່ງກ່າວ ໄດ້ສະເໜີ ກ່ຽວກັບການຈັດຕັ້ງ ການແກ້ໄຂບັນຫາ ການສໍ້ຫລາດບັງຫລວງ ເປັນວາລະແຫ່ງຊາດ ກໍມີສະມາຊິກແຫ່ງຊາດ ອີກຫລາຍທ່ານ ທີ່ເຫັນດີນໍາ ແລະ ສະໜັບສະໜູນ ແຕ່ກໍມີສະມາຊິກສະພາແຫ່ງຊາດ ອີກຈໍານວນໜຶ່ງ ທີ່ບໍ່ເຫັນດີໃຫ້ເຮັດ ເພາະເງື່ອນໄຂຫລາຍຢ່າງ ຍັງບໍ່ພ້ອມ, ອີງຕາມ ການລາຍງານ ຂອງສື່ມວນຊົນລາວ.

ກ່ຽວກັບການແກ້ໄຂ ບັນຫາການສໍ້ລາດບັງຫລວງ ແລະ ຂໍ້ສະເໜີ ທີ່ຈະຍົກລະດັບໃຫ້ການເປັນວາລະແຫ່ງຊາດ ດັ່ງກ່າວນີ້ ຊາວລາວຈໍານວນໜຶ່ງ ກໍເຫັນວ່າເປັນເລື້ອງທີ່ເກີດຂຶ້ນຍາກທີ່ສຸດ ແລະກໍຄິດວ່າ ຈະເປັນພຽງຫົວຂໍ້ໜຶ່ງ ທີ່ນໍາມາເວົ້າ ຢູ່ໃນກອງປະຊຸມ ສະພາແຫ່ງຊາດເທົ່ານັ້ນ ແລະເມື່ອກອງປະຊຸມ ສະພາແຫ່ງຊາດ ເທື່ອນີ້ສໍາເລັດໄປ ກໍຈະບໍ່ມີການ ຜັນຂະຫຍາຍໄປເຮັດໂຕຈິງ.

ດັ່ງຊາວລາວ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ມີຖຸນາ ນີ້ວ່າ

ໂອ ແກ້ບໍ່ໄດ້ດອກ ເວົ້າກະໄດ້ຢູ່ດອກ ເວົ້າຢູ່ດອກ ແຕ່ວ່າມັນກະຂຶ້ນກັບນາຍຍົກ ປະທານປະເທດ ສະພາເວົ້າກະເວົ້າຊື່ໆ ຕິ ເວົ້າຫລາຍຈັກໜ້ອຍກະ ຊຸດຊິມາ ບໍ່ໄດ້ເປັນຜູ້ແທນຊັນຕິ ແກ້ໄຂບໍ່ໄດ້ດອກ ເວົ້າຊື່ໆ.  

ໃນຂະນະທີ່ຜູ້ທີ່ຮູ້ທາງດ້ານກົດໝາຍ ທ່ານໜຶ່ງ ກ່າວວ່າ ເປັນໄປໄດ້ຍາກທີ່ສຸດ ທີ່ພາກສ່ວນທີ່ກ່ຽວຂ້ອງ ຈະຍົກລະດັບ ການແກ້ໄຂບັນຫາສໍ້ລາດບັງຫລວງ ໃຫ້ເປັນວາລະແຫ່ງຊາດ ຍ້ອນ ທ່ານເອງກໍເຫັນວ່າ ການແກ້ໄຂບັນຫາສໍ້ຫລາດບັງຫລວງ ໃນໄລຍະທີ່ຜ່ານມາ ກໍຍັງບໍ່ທັນໄດ້ເດັດຂາດປານໃດ ເພາະບໍ່ມີການລົງໂທດ ຜູ້ທີ່ເຮັດການສໍ້ຫລາດບັງຫລວງຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ ບໍ່ມີຜູ້ໃດຮູ້ສຶກຢ້ານ ຕໍ່ບົດລົງໂທດ.

ດັ່ງທ່ານກ່າວວ່າ: 

ການປະຕິບັດ ໂຕຈິງບໍ່ຄ່ອຍມີ ແຕ່ວ່າຕາມກົດໝາຍ ເຂົາກໍານົດໂທດໄວ້ຢູ່ ເຂົາເຈົ້າຈະບໍ່ໃຫ້ມີຜົນກະທົບ ຕໍ່ພາບພົດຂອງລັດ ແກ້ກັນທາງບໍລິຫານ ປະຕິບັດວິໄນ ໃຫ້ຜູ້ກ່ຽວອອກການ ບໍ່ໄດ້ມີການດໍາເນີນ. 

ທາງດ້ານຊາວບ້ານ ອີກທ່ານໜຶ່ງ ກໍເຫັນດີນໍາ ກໍເຫັນດີນໍາ ຄັນຊິຍົກລະດັບການແກ້ໄຂບັນຫາ ການສໍ້ຫລາດບັງຫລວງ ແຕ່ກໍຍັງເຫັນວ່າ ເປັນບັນຫາທີ່ຕ້ອງໄດ້ຄ່ອຍໆ ແກ້ໄຂໄປເທື່ອລະໜ້ອຍ ແລະເປັນເລື້ອງຍາກ ທີ່ຈະແກ້ໄຂໃຫ້ໝົດໄປ ໃນບາດດຽວ ເຊິ່ງທີ່ຜ່ານມາກໍເຫັນວ່າ ໃນຫລາຍແຂວງ ກໍມີການແກ້ໄຂຢູ່ຕະຫລອດ ແບບບໍ່ຈົບບໍ່ສີ້ນ.

ດັ່ງ ທ່ານກ່າວວ່າ: 

ໂອ ແມ່ນແລ້ວ ມັນກໍມີໝົດທຸກບ່ອນຫັ້ນແຫລະ ການສໍ້ຫລາດບັງຫລວງ ແຕ່ລະປີມັນກໍມີຢູ່ຫັ້ນແຫລະ ບໍ່ບ່ອນໜຶ່ງ ເອອ ມັນກະແກ້ໄຂໄປເລື້ອຍໆ ນີ້ນ່າ ເພິ່ນກວດໄດ້ ເພິ່ນກະຈັດການໂລດເດ້.

 ສ່ວນອະດິດ ເຈົ້າໜ້າທີ່ລາວ ທ່ານໜຶ່ງ ກໍຍອມຮັບວ່າ ເຖິງແມ່ນວ່າໃນອະນາຄົດ ອາດມີການຍົກລະດັບ ການແກ້ໄຂ ການສໍ້ລາດບັງຫລວງ ຈັດຕັ້ງເປັນວາລະແຫ່ງຊາດ ກໍຕາມ ແຕ່ການແກ້ໄຂບັນຫານີ້ ໃນລາວ ກໍຍັງຍາກຢູ່ດີ ຍ້ອນ ພາກສ່ວນທີ່ກ່ຽວຂ້ອງ ຈະບໍ່ກ້າໄປກວດສອບ ເຈົ້າໜ້າທີ່ລະດັບສູງ ແລະມີການກວດສອບ ແລະລົງໂທດ ແຕ່ເຈົ້າໜ້າທີ່ ລະດັບຊັ້ນຜູ້ນ້ອຍ ຫາ ຕໍາແໜ່ງຫົວໜ້າຜະແນກ ແລະ ຫ້ອງການຕ່າງໆ ເທົ່ານັ້ນ.

ດັ່ງ ທ່ານກ່າວວ່າ: 

ຄືຈະຍາກ ເຮັດໄດ້ຢູ່ ກະຍາກ ເຮັດໄດ້ກະເຮັດໄດ້ຍາກໜ້ອຍໜຶ່ງ ຕ້ອງມີຄວາມຕັດສິນໃຈສູງ ຈຶ່ງຊິເຮັດໄດ້ ເພາະວ່າມັນຝົນຮົ່ວຕັ້ງແຕ່ແປ ເຮັດໄດ້ແຕ່ລະດັບນ້ອຍລົງມານີ້ແຫລະ ມັນບໍ່ຄືຈີນ ມັນບໍ່ຄືວຽດ ເຮົານ່າ ຄັນແມ່ນຈີນແມ່ນວຽດ ແທ້ໆ ເຂົາເຮັດລະເຮັດແທ້. 

ກ່ອນໜ້ານີ້ ໃນກອງປະຊຸມສະພາແຫ່ງຊາດ ໃນຫລາຍໆເທື່ອ ທີ່ຜ່ານມາ ກໍເຄີຍມີສະມາຊິກສະພາແຫ່ງຊາດຫລາຍທ່ານ ທີ່ເຄີຍນໍາປະເດັນ ການສໍ້ຫລາດບັງຫລວງ ມາເວົ້າຢູ່ໃນກອງປະຊຸມ ສະພາແຫ່ງຊາດ ພ້ອມທັງຮຽກຮ້ອງ ໃຫ້ລັດຖະບານແກ້ໄຂ ບັນຫານີ້ ຢ່າງຈິງຈັງ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂໄດ້ໝົດ ເຊິ່ງເປັນສາເຫດໜຶ່ງ ທີ່ສົ່ງຜົນເສັຍຕໍ່ການ ພັທນາຂອງປະເທດ ແລະ ເຮັດໃຫ້ຣັຖບານສູນເສັຍງົບປະມານ. 

ເມື່ອປີ 2023 ທີ່ຜ່ານມາ ອົງການເພື່ອຄວາມໂປ່ງໃສສາກົນ ຫລື Transparency International  ໄດ້ເປີດເຜິຍ ຜົນການສໍາຫລວດ ດັດຊະນີການຮັບຮູ້ ເລື້ອງການສໍ້ລາດບັງຫລວງ ຫລື Corruption Perceptions Index ປະຈໍາປີ 2023 ທັງໝົດ 180 ປະເທດ ທົ່ວໂລກ. ຜົນການສໍາຫລວດພົບວ່າ ປະເທດລາວ ແມ່ນຢູ່ໃນອັນດັບ 136 ຊຶ່ງສະທ້ອນໃຫ້ເຫັນເຖິງ ບັນຫາການສໍ້ລາດບັງຫລວງ ຢູ່ລາວ ຍັງມີຢ່າງຫລວງຫລາຍ ແລະບໍ່ໄດ້ຮັບການແກ້ໄຂ ໃຫ້ດີຂຶ້ນ.

ເຖິງຢ່າງໃດກໍຕາມ ປັດຈຸບັນ ລັດຖະບານລາວ ຢູ່ໃນລະຫວ່າງການດໍາເນີນ ການຈັດຕັ້ງ 2 ວາລະແຫ່ງຊາດ ປະກອບດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ, ແຕ່ກໍຍັງບໍ່ສາມາດແກ້ໄຂບັນຫາ ທັງ 2 ບັນຫາດັ່ງກ່າວໄດ້ໝົດໄປເທື່ອ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.