ເຈົ້າໜ້າທີ່ ຈາກ ອົງການຈັດຕັ້ງ ພາກ ປະຊາສັງຄົມ ໃນ ສປປລາວ ຜູ້ຂໍສງວນຊື່ ເປີດເຜີຍຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 3 ສິງຫາ 2016 ນີ້ວ່າ ບັນດາ ຕົວແທນ ອົງການ ຈັດຕັ້ງ ພາກ ປະຊາສັງຄົມ ຂອງລາວ ຫຼື CSO ທີ່ ໄປຮ່ວມ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຫຼື APF ປະຈຳປີ 2016 ທີ່ຈັດຂຶ້ນ ໃນ ປະເທດ ຕິມໍ ຕະເວັນອອກ ແຕ່ວັນທີ 2 ຫາ ວັນທີ 5 ສິງຫາ ນັ້ນອາຈບໍ່ແມ່ນ ຕົວແທນ ຂອງ ອົງການ ຈັດຕັ້ງພາກ ປະຊາສັງຄົມ ລາວ ຢ່າງແທ້ຈິງ ເພາະອົງການ ທີ່ຖືກຄັດເລືອກ ໄປນັ້ນ, ສ່ວນໃຫ່ຽ ຈະເປັນອົງການ ທີ່ເຄື່ອນໄຫວ ພາຍໃຕ້ ການຊີ້ນໍາ ຂອງ ຣັຖບານລາວ ຢ່າງເຄັ່ງຄັດ ແລະ ເປັນອົງການ ທີ່ກະຊວງ ພາຍໃນ ເປັນຜູ້ເລືອກ ໂດຍກົງ. ນາງເວົ້າວ່າ:
"ມີຫຼາຍອົງກອນ ທີ່ເຂົ້າຮ່ວມ ກະຄືສ່ວນຫຼາຍ ກະອົງກອນ ທີ່ ຂະເຈົ້າໄດ້ ໃບອະນຸຍາດ ຖາວອນ, ໝາຍຄວາມວ່າ ພວກໃດທີ່ໄດ້ ທະບຽນ ຊົ່ວຄາວ ແມ່ນບໍ່ໄດ້ໄປ. ຄົນໃດ ທີ່ໄດ້ ອັນນັ້ນລະ ຂະເຈົ້າເລືອກ ເອົາໄປ ສ່ວນຫຼາຍ ກະແມ່ນຂະເຈົ້າ ເລືອກນາ ທາງ ກະຊວງພາຍໃນ ເລືອກ".
ນາງກ່າວຕື່ມວ່າ ນອກຈາກ ຈະເປັນອົງການ ທີ່ຖືກ ກະຊວງພາຍໃນ ຄັດເລືອກ ເອົາແລ້ວ ກໍ່ມີຄວາມ ເປັນໄປໄດ້ ຍາກທີ່ສຸດ ທີ່ ອົງການ ຈັດຕັ້ງ ພາກ ປະຊາສັງຄົມ ກຸ່ມນີ້ ຈະ ຍົກບັນຫາ ສິທທິມະນຸດ ຂຶ້ນມາເວົ້າແບບ ສະເພາະ ເຈາະຈົງ ໃນ ກອງປະຊຸມ, ໂດຍສະເພາະ ການລັກພາຕົວ ທ່ານ ສົມບັດ ສົມພອນ, ນັກພັທນາ ຊຸມຊົນ ອາວຸໂສ ດີເດັ່ນ ເມື່ອປີ 2012. ແຕ່ ທີ່ແນ່ນອນ ກໍ່ຄື ບັນຫາຕ່າງໆ ຈະຍົກຂຶ້ນມາ ເວົ້າ ນັ້ນແມ່ນ ໃນລັກສນະ ລວມໆ ແລະ ຈະບໍ່ເວົ້າ ເຖິງບັນຫາ ສິທທິມະນຸດ ໃນລາວ ແບບ ກົງໄປກົງມາ. ນາງເວົ້າວ່າ:
"ເພິ່ນກະບອກວ່າ ລັກສນະໃຫ້ເວົ້າລວມ ຂອງປະເທດ ບໍ່ໄດ້ໃຫ້ເວົ້າ ສະເພາະເຈາະຈົງ ເວົ້າເຣື້ອງນັ້ນ ເຣື້ອງນີ້, ຫັ້ນນ່າ. ໃຫ້ເວົ້າລວມ ໃນບັນຫາຕ່າງໆ ຊິລົງເລິກ ເຣື້ອງໃດ? ເຮົາມີບັນຫາ ແນວໃດ? ລັກສນະ ແນວນັ້ນ. ແຕ່ວ່າມັນກະ ຂະເຈົ້າໃຫ້ ເວົ້າລວມ ວ່າຊັ້ນສາ, ບໍ່ໃຫ້ ສະເພາະ ເຈາະຈົງ ເຣື້ອງນັ້ນ".
ນອກຈາກນັ້ນ ກໍ່ມີຣາຍງານວ່າ ກ່ອນທີ່ ອົງການຈັດຕັ້ງ ພາກ ປະຊາສັງຄົມ ຊຸດນີ້ ຈະໄປຮ່ວມ ກອງປະຊຸມ ນັ້ນ, ທາງກະຊວງ ພາຍໃນ ກໍ່ໄດ້ຈັດ ກອງປະຊຸມ ເມື່ອ ສັປດາ ທີ່ຜ່ານມາ ເພື່ອແນະນໍາ ແລະ ຢ້ຳໃຫ້ອົງການ ເຫຼົ່ານີ້ ປະຕິບັດ ຄື ຄວນຫຼີກລ້ຽງ ການສົນທະນາ ບັນຫາ ທີ່ມີຄວາມ ອ່ອນໄຫວ ທາງການເມືອງ ແລະ ຕ້ອງ ເຄື່ອນໄຫວ ໃນຂອບເຂດ ນະໂຍບາຍ ຂອງພັກ ແລະ ຣັຖບານລາວ ຢ່າງ ເຂັ້ມງວດ.
