ເນື່ອງຈາກວ່າໃນປັຈຈຸບັນ ຍັງມີເດັກນ້ອຍຈໍານວນຫລວງຫລາຍ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ບໍ່ມີໂອກາດ ໄດ້ເຂົ້າໂຮງຮຽນ, ທາງການລາວ ຈຶ່ງອອກດໍາຣັດວ່າດ້ວຍ ການໃຫ້ເບັ້ຍລ້ຽງ ແກ່ນັກຮຽນ ຜູ້ທຸກຍາກ ແລະດ້ອຍໂອກາດ ໃນການສຶກສາ ໂດຍນັກຮຽນ ຜູ້ທີ່ຈະໄດ້ຮັບເບັ້ຍລ້ຽງ ນັ້ນຕ້ອງມາຈາກຄອບຄົວ ທີ່ຍາກຈົນທີ່ສຸດ ແລະດ້ອຍໂອກາດທີ່ສຸດ, ໃນຊັ້ນປະຖົມ ແລະມັທຍົມສຶກສາຕອນຕົ້ນ ໂດຍສະເພາະ ນັກຮຽນທີ່ຂາດ ບ່ອນເພິ່ງອາສັຍ ນັກຮຽນທີ່ຢູ່ເຂດຫ່າງໄກ ນັກຮຽນເພດຍິງ ຊົນເຜົ່າທີ່ ຮຽນເກັ່ງ ຫລື ນັກຮຽນພິການ ຊຶ່ງໃນປີ 2017 ມີເດັກນ້ອຍນັກຮຽນ ດ້ອຍໂອກາດ ໄດ້ຮັບເບັ້ຍລ້ຽງ ພຽງ 110 ປາຍຄົນເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ທ່ານນຶ່ງກ່າວວ່າ:
”ຍາກຈົນດ້ອຍໂອກາດຫັ້ນ 110 ປາຍມາແຕ່ຕ່າງແຂວງ ທົ່ວປະເທດຫັ້ນນະ ແຕ່ວ່າໂຕປີກາຍພິການນີ້ 200 ພິການຫູຕາດັງ ນີ້ນະເຮົາມີ ໂຮງຮຽນໂຕນີ້ໂດຍສະເພາະ ເພາະວ່າກະຊວງສາທາຣະນະສຸກ ເພິ່ນຫາກໍແຍກມາໃຫ້ເຮົາໂຕຮຽນເກັ່ງນີ້ 116 ຄົນ ຂອງປີ 2017 ຫັ້ນນະ.”
ສໍາລັບນັກຮຽນໃນແຂວງຫລວງນໍ້າທາ ນັ້ນນອກຈາກມີນັກຮຽນ ຈາກຄອບຄົວທຸກຍາກ ບໍ່ມີຣາຍໄດ້ ຫຼືເປັນກໍາພ້າກໍາພອຍ ຂາດທີ່ເພິ່ງພາ ອາສັຍແລ້ວນັ້ນ ຍັງມີເດັກນ້ອຍ ທີ່ຢູ່ຫ່າງໄກສອກຫລີກ ຈາກພູດອຍຫລາຍໆຄົນ ຕ້ອງປະລະການຮຽນ ຍ້ອນຢູ່ຫ່າງໄກ ດັ່ງຊາວບ້ານ ແຂວງຫລວງນໍ້າທາທ່ານນຶ່ງເວົ້າວ່າ:
“ສ່ວນຫລາຍ ພໍ່ແມ່ເປັນຄົນທຸກຍາກ ຢູ່ພູຢູ່ຜາໄປໂຮງຮຽນ ກໍຍາກລໍາບາກ ໄປໂຮງຮຽນເສັ້ນທາງກໍບໍ່ດີ ສ່ວນຫຼາຍຄົນບ້ານນອກບໍ່ຄ່ອຍໄດ້ ຮຽນດອກ ໄປເຂົ້າໂຮງຮຽນ ຣົຖໄປໃນເມືອງ ກໍບໍ່ມີ ບ່ອນພັກບ່ອນເຊົາກໍບໍ່ມີ.”
ສໍາລັບການໃຫ້ເບັ້ຍລ້ຽງມີດ່ັງນີ້ ສໍາລັບນັກຮຽນ ຂັ້ນປະຖົມສຶກສາ ຜູ້ນຶ່ງຈະໄດ້ຮັບ 1 ແສນກິບ ຈົນກ່ວານັກຮຽນຜູ້ນັ້ນ ຈະຈົບຊັ້ນຮຽນ, ນັກຮຽນຂັ້ນມັທຍົມ ຕອນຕົ້ນຈະໄດ້ຮັບ 1 ແສນ 50 ພັນກິບ ຕໍ່ເດືອນ ໃຫ້ປະຕິບັດ ແຕ່ປີທໍາອິດຈົນກ່ວາຈົບຊັ້ນມັທຍົມ ການສຶກສາ ຕອນຕົ້ນ. ແລະບຸຣິມະສິດ ຂອງຜູ້ທີ່ຈະໄດ້ຮັບເງິນເບັ້ຍລ້ຽງ ທີ່ວ່ານີ້ ສ່ວນໃຫຍ່ແມ່ນເນັ້ນໃສ່ ເພດຍິງ ແລະນັກຮຽນຊົນເຜົ່າ ທີ່ມີເງື່ອນໄຂ ຂ້າງຄຽງ ຕາມມາຕການ ທີ່ທາງການໄດ້ກໍາໜົດໄວ້ນັ້ນ.
