ກ່ອນໜ້າແລະພາຍຫລັງ 3 ເຂື່ອນໄຟຟ້າໃນລາວແຕກ ເປັນຕົ້ນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກມານີ້ ຣັຖບານສປປລາວ ຈະບໍ່ອະນຸຍາດ ໃຫ້ໂຄງການ ສ້າງເຂື່ອນໃໝ່ ຊົ່ວຄາວ ຂນະທີ່ຊາວລາວ ຢາກໃຫ້ຣັຖບານ ຕຽມຄວາມພ້ອມ ຮັບມືກັບບັນຫາ ໜັກໜ່ວງ ທີ່ອາຈເກີດຂຶ້ນ ຫາກຍັງຈະສ້າງເຂື່ອນໄຟຟ້າຢູ່ຕໍ່ໄປ ຕາມແຜນທີ່ຈະເຮັດໃຫ້ ປະເທດລາວ ເປັນ “ໝໍ້ໄຟແຫ່ງເອເຊັຍ”.
ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕໍ່ກອງປະຊຸມຣັຖບານ ປະຈໍາເດືອນສິງຫາ ນີ້ວ່າ ກອງປະຊຸມ ໄດ້ຕົກລົງແຕ່ງຕັ້ງ ຄນະສືບສວນ-ສອບສວນ ສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໂດຍມອບໃຫ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ຣັຖມົນຕຣີ ເປັນຫົວໜ້າຮັບຜິດຊອບ ການສືບສວນ-ສອບສວນ ຫາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຊຶ່ງສາມາດຮັບເອົາການຊ່ອຍເຫຼືອ ທາງການເງິນ, ເທັກນິກ ແລະຊ່ຽວຊານ ຈາກຕ່າງປະເທດ ທີ່ມີມາຕຖານສາກົລ ມາຊ່ວຍພິສູດຫາສາເຫດນັ້ນ.
ການສ້າງເຂື່ອນໄຟຟ້າ ຕາມນະໂຍບາຍຂອງຣັຖບານລາວ ທີ່ຈະເຮັດໃຫ້ລາວ ເປັນໝໍ້ໄຟແຫ່ງເອເຊັຽນັ້ນ ຕາມຄໍາເວົ້າຂອງ ຍານາງ ອາລີ ຈາກຣັຖ Georgia ສະຫະຣັຖ ອາເມຣິກາ ຕໍ່ວິທຍຸເອເຊັຍເສຣີ ແລ້ວແມ່ນວ່າ ຣັຖບານລາວ ຕ້ອງກຽມຄວາມພ້ອມ ເຣື່ອງບ່ອນຫລົບພັຍ ນໍ້າຖ້ວມ ຫາກຈະສ້າງເຂື່ອນນັ້ນ ຢູ່ຕໍ່ໄປ:
“ຢາກໃຫ້ຣັຖບານ ໃຜໆກະຮູ້ວ່າຣັຖບານ ລາວກະບໍ່ຍອມຟັງຄົນ ໃນໂລກ ສິເຮັດເຂື່ອນ ເມື່ອເຮັດເຂື່ອນ ຂຶ້ນກໍຕ້ອງປ້ອງກັນ ຄົນຢູ່ໃນປະເທດ ແມ່ນຢູ່ ຢູ່ໃນໂລກນີ້ມັນກະມີ weather ມີພັຍທັມຊາດ ເຮົາກະຮູ້ຢູ່ເຮົາກະຕ້ອງຫາວິທີ ຮັບມືມັນເນາະ ຖ້າເພິ່ນສິເຮັດເຂື່ອນ ກໍຕ້ອງມີ Shelter ໃຫ້ຄົນພັກເວລາທີ່ຂະເຈົ້າຖືກຍາມຝົນ ເຮົາຢູ່ບ້ານເຮົາ ກໍເຮັດຕາມບ້ານເຮົາ ເຮັດທີ່ຫລົບພັຍນໍ້າຖ້ວມ ເພິ່ນຕ້ອງເຮັດຂຶ້ນມາໃຫ້ໄດ້.”
ພ້ອມດຽວກັນນັ້ນ ຍານາງ ອາລີ ຍັງກ່າວໂດຍຕັ້ງເປັນຄໍາຖາມ ຕໍ່ທາງການລາວວ່າ ເປັນຫຍັງເພິ່ນຈຶ່ງບໍ່ຈັດກິຈກັມ ຢູ່ສູນພັກຊົ່ວຄາວ ໃຫ້ ປະຊາຊົນນັ່ງ ສະມາທິ ສວດອາທິຖານ ຂໍໃຫ້ເຈົ້າໜ້າທີ່ ກູ້ພັຍ ຊອກຄົ້ນພົບສົບຜູ້ເສັຽຊີວິດ ຈາກພັຍເຂື່ອນແຕກ ນ້ຳຖ້ວມຮຸນແຮງ ທີ່ສຸດ ແລະຜູ້ທີ່ຍັງມີຊີວິດ ທີ່ຕົກຄ້າງຢູ່ບ່ອນໃດບ່ອນນຶ່ງ ນັ້ນໂດຍໄວ.
ເມື່ອເວົ້າເຖິງກອງປະຊຸມຣັຖບານຄັ້ງນີ້ ນອກຈາກຈະມີການແຕ່ງຕັ້ງ ຄນະກັມການຣະດັບສູງຂອງຣັຖບານ ເພື່ອກວດກາ ຮັບຜິດຊອບ ຂອງເຈົ້າໜ້າທີ່ຣັຖ ທີ່ກ່ຽວຂ້ອງ ກັບການອະນຸມັດໂຄງການ ສ້າງເຂື່ອນແລ້ວ ກໍເວົ້າເຖິງເຣື່ອງ ການເຕືອນພັຍ ລ່ວງໜ້າຕ່າງໆ ກັບເຣື່ອງ ທີ່ເກີດຂຶ້ນ ກັບເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນັ້ນ.
ຕາມຣາຍງານ ຂ່າວສານປະເທດລາວ ເມື່ອວັນທີ 31 ເດືອນມີນາ 2018, ມາຮອດປັດຈຸບັນ ທົ່ວປະເທດມີແຫລ່ງຜລິດໄຟຟ້າ ແລ້ວ 53 ແຫ່ງ, ກໍາລັງກໍ່ສ້າງອີກ 47 ແຫ່ງ ຊຶ່ງຄາດວ່າຈະສ້າງສໍາເຣັດທັງໝົດ ໃນປີ 2020 - 2021 ແລະຈະມີແຫລ່ງຜລິດ ໄຟຟ້າ 100 ແຫ່ງ ທີ່ຈະຜລິດກະແສໄຟຟ້າໄດ້ 13,862 MW ຊຶ່ງຈະສົ່ງຂາຍຕ່າງປະເທດ ຮວມທັງໄທ ປະມານ 85 ສ່ວນຮ້ອຍ.