ຫນັງສືພິມ ຕ່າງຊາດ ໃຫ້ທັສນະວ່າ ຜູ້ນຳໃຫມ່ ຂອງສປປລາວ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີລາວ ກຳລັງ ຊອກຊ່ອງທາງ ຈາກການເພິ່ງພາ ຈີນ ໄປຫາ ປະເທດອື່ນ ຫຼາຍຂຶ້ນ ໃນການ ຂຍາຍການເຕີບໂຕ ຂອງ ເສຖກິດ ໃນປະເທດ.
ປະເທດ ຄອມມິວນິສ ພັກດຽວ ເປັນສະມາຊິກ ປະຊາຄົມ ອາຊຽນ ແລະ ສປປລາວ ຍັງເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ແລະ ກໍາລັງພັທນາ ໃນໂລກ. ຣັຖບານຂອງ ນາຍົກ ຣັຖມົນຕຣີ ທອງລຸນ ສີສຸລິດ ຜູ້ທີ່ຂຶ້ນ ກຳອຳນາດ ໃນເດືອນເມສາ ຜ່ານມາ ຫວັງວ່າ ຈະສີ້ນສຸດ ຖານະ ດັ່ງກ່າວ ໃນປີ 2020 ແລະ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດ ຜູ້ມີຣາຍໄດ້ ປານກາງ ພາຍໃນປີ 2030. ຜົລສຳເຣັດ ດັ່ງກ່າວ ຈະເຮັດໃຫ້ ປະຊາຊົນ ລາວ ໃນທົ່ວປະເທດ ພຶງພໍໃຈ ໃນ ການປົກຄອງ ຂອງພັກ ປະຊາຊົນ ປະຕິວັດ ລາວ.
ແຕ່ເຖິງຢ່າງໃດ ກໍຕາມ ເພື່ອໃຫ້ ສຳເຣັດຜົລ ໃນການກະທຳ ດັ່ງກ່າວ ໃນທີ່ສຸດ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງລຸນ ກໍຈະປ່ຽນ ພາບພົດ ຈາກການເພິ່ງ ຈີນ ຫຼາຍເກີນໄປ ແລະ ກໍຫັນໄປ ເພິ່ງປະເທດອື່ນ ຫຼາຍຂຶ້ນ ເປັນຕົ້ນ ສະຫະພາບ ຢູໂຣບ ແລະ ສະຫະຣັດ ອະເມຣິກາ ໃນການຂຍາຍ ການເຕີບໂຕ ທາງດ້ານ ເສຖກິດ ຂອງລາວ ໃຫ້ໄດ້ ໃນຣະດັບ ນັ້ນ.
ຣາຍງານວ່າ ຫລັງຈາກຂຶ້ນ ກຳອຳນາດ ທ່ານ ທອງລຸນ ສີສຸລິດ ກໍໄດ້ເລັ່ງລັດ ໃນການ ປະຕິບັດ ຫນ້າທີ່ການງານ ຢ່າງ ເອົາຈິງ ເອົາຈັງ ເພື່ອຮັບໃຊ້ ປະຊາຊົນ ແລະ ປະເທດຊາດ ແຕກຕ່າງ ຈາກຜູ້ນຳ ຊຸດກ່ອນໆ.
ບັນຫາ ທີ່ທ່ານແກ້ໄຂ ກ່ອນຫມູ່ ກໍ່ແມ່ນ ການຫ້າມ ສົ່ງໄມ້ອອກ, ການປັບ ຄ່າໄຟຟ້າ ໃຫ້ຖືກລົງ ແລະ ທົບທວນ ການໃຫ້ ສຳປະທານ ໂຄງການ ໃຫຍ່ໆ ໃນລາວ ຮ່ວມດ້ວຍ ການໂຈະ ໂຄງການ ທີ່ບໍ່ສ້າງ ຣາຍໄດ້ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນ ຫຼາຍ ໂຄງການ.
