ເຈົ້າຫນ້າທີ່ ອົງການ ສາສນາຄຣິສຕຽນ ທີ່ ສະຫະຣັດ ອະເມຣິກາ ທີ່ ບໍ່ປະສົງ ອອກຊື່ ໃຫ້ຂໍ້ມູນ ແກ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ຕຸລາ ນີ້ວ່າ ໃນວັນທີ 3 ກັນຍາ ຜ່ານມາ ຊາວມົ້ງລາວ ຜູ້ທີ່ນັບຖື ສາສນາ ຄຣິສຕຽນ ສາມຄົນ ຢູ່ບ້ານຕີນຊານ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ຖືກ ເຈົ້າຫນ້າທີ່ ຕຳຣວດຈັບ ຍ້ອນ ຈັດພິທີ ສາສນາ ເດິກເກີນໄປ ແລະ ບໍ່ຍອມປະລະ ຄວາມເຊື່ອຖື.
ທ່ານເວົ້າວ່າ ຊາວມົ້ງລາວ-ຄຣິສຕຽນ ສາມຄົນນັ້ນ ມີຊື່ວ່າ ທ້າວ ທາວ ເຊັງ ອາຍຸ 35 ປີ, ທ້າວ ກາວ ອາຍຸ 30 ປີ ແລະ ທ້າວ ດັນເຢັນ ອາຍຸ 24 ປີ ຖືກຈັບ ໃນວັນທີ 3 ກັນຍາ ແລະ ຍາດພີ່ນ້ອງ ຂອງ ຂະເຈົ້າກໍຖືກ ປະຕິເສດ ບໍ່ໃຫ້ເຂົ້າ ຢ້ຽມຢາມ ພວກກ່ຽວ, ແມ້ແຕ່ພວກ ເມັຽ ຂອງ ພວກຂະເຈົ້າ ກໍບໍ່ຮູ້ວ່າ ສາມຄົນນັ້ນ ຖືກຂັງຢູ່ໃສ ແລະ ສາເຫດ ທີ່ ພວກຂະເຈົ້າ ຖືກຈັບນັ້ນ ກໍຍ້ອນວ່າ ພໍ່ບ້ານໄປ ແຈ້ງຄວາມ ຕໍ່ ເຈົ້າຫນ້າທີ່ ວ່າ ພວກຂະເຈົ້າ ສວດມົນ ເດິກເກີນໄປ ເປັນການ ລົບກວນ ຊາວບ້ານ.
ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ເຈົ້າຫນ້າທີ່ ເມືອງ ຫຼວງນ້ຳທາ ເພື່ອຂໍຮູ້ ຣາຍລະອຽດ ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ຊາວມົ້ງລາວ -ຄຣິສຕຽນ ສາມຄົນນັ້ນ ຖືກຈັບແທ້ ແຕ່ຍັງ ບໍ່ຮູ້ວ່າ ຍ້ອນຂໍ້ຫາ ຫຍັງ. ດັ່ງ ທ່ານກ່າວວ່າ:
"ເຂົາເວົ້າຢູ່ແຕ່ວ່າ ອັນຈັບນີ້ ກະບໍ່ຮູ້ວ່າ ຊື່ຜູ້ໃດ ກະບໍ່ຮູ້ເທື່ອ ທາງອັນນັ້ນ ກໍຍັງບໍ່ທັນ ລາຍງານ ໃຫ້ທາງພີ້ເດ ຈັບລະບໍ໋ ເຂົາຈັບຢູ່ ແຕ່ວ່າ ຈັບ ເຫດຜົລ ເຂົາບໍ່ທັນ ຣາຍງານໃຫ້ ຂັ້ນລະອຽດ ເທື່ອ".
ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາຫ້ອງການ ຮັກສາຄວາມສງົບ ທີ່ ເມືອງຫຼວງນ້ຳທາ ແຕ່ ເຈົ້າຫນ້າທີ່ ບໍ່ຮັບສາຍ. ໃນເດືອນ ກໍຣະກະດາ ຜ່ານມາ ທ້າວ ແສງດາວ ຊາວລາວ-ຄຣິສຕຽນ ທີ່ເມືອງ ໂພນໂຮງ ແຂວງວຽງຈັນ ກໍຖືກຈັບ ໃນຂໍ້ກ່າວຫາ ເຜີຍແຜ່ ສາສນາ ຄຣິສຕຽນ ແຕ່ ເຈົ້າຫນ້າທີ່ ບອກວ່າ ບໍ່ໄດ້ຈັບ ພຽງແຕ່ເອີ້ນ ມາສັ່ງສອນ ຊື່ໆ ໃນທີ່ສຸດ ລາວ ກໍຖືກປ່ອຍຕົວ.
