ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ຈາກຫ້ອງການ ສູນກາງ ແນວລາວ ສ້າງຊາດ ແລະ ຈາກຫ້ອງການ ແນວລາວ ສ້າງຊາດ ແຂວງ ແລະ ເມືອງເຊໂປນ ແຂວງ ສວັນນະເຂດ ໄປ ອົບຮົມ ຊາວຄຣິສຕຽນ ຢູ່ ເມືອງເຊໂປນ ເພື່ອ ຄວບຄຸມ ກິຈກັມ ພິທີກັມ ສາສນາ ຂອງ ພວກເຂົາເຈົ້າ, ທາງການ ໄດ້ເຜີຍເພ່ ຣະບຽບ ກົດໝາຍ ແລະ ອົບຮົມ ຊາວຄຣິສຕຽນ ໃນຫຼາຍ ເຣຶ່ອງ. ເຈົ້າໜ້າທີ່ ເມືອງເຊໂປນ ກ່າວຕໍ່ RFA ໃນວັນທີ 5 ພຶສພາ ນີ້ວ່າ:
"ມາແຕ່ວຽງແນ່ ລະກະ ຢູ່ແຂວງແນ່ ເພິ່ນກະມາ ສຶກສາ ອົບຮົມ ພວກທີ່ຖື ສາສນາ ເຍຊູ ຫັ້ນແລ້ວ ເຜີຍແພ່ ທຸກດ້ານ ຫັ້ນແຫຼະ ເຮັດວຽກ ເຮັດງານ ຢູ່ພາຍໃນ ບ້ານ ນັບຖື ສາສນາ ແຕ່ວ່າຕ້ອງ ປະຕິບັດ ຕາມກົດຣະບຽບ ກົດໝາຍ ຂອງພັກຣັຖ ຕາມຂໍ້ ຣັຖທັມນູນ ຫັ້ນແລ້ວ".
ພ້ອມກັນນັ້ນ ທ່ານ ກໍເວົ້າວ່າ ສິ່ງທີ່ ທາງການລາວ ໄດ້ເນັ້ນ ຫຼາຍທີ່ສຸດ ຄື, ບໍ່ໃຫ້ຜູ້ ນັບຖື ສາສນາ ຄຣິສຕຽນ ເຜີຍແພ່ ສາສນາ ໃຫ້ ແກ່ຄົນອື່ນ ທີ່ບໍ່ນັບຖື ສາສນາ ຄຣິສຕຽນ ບໍ່ວ່າຈະດ້ວຍ ວິທີໃດກໍຕາມ ເພາະມັນ ຂັດແຍ່ງ ຕໍ່ ກົດໝາຍລາວ ຢ່າງ ຮ້າຍແຮງ ແລະ ບອກ ຊາວຄຣິສຕຽນ ວ່າ ກ່ອນທີ່ ຈະທຳພິທີ ສາສນາ ຕ້ອງແຈ້ງ ໃຫ້ ເຈົ້າໜ້າທີ່ ທ້ອງຖິ່ນ ຮູ້ກ່ອນ ທຸກຄັ້ງ ເພື່ອຈະໄດ້ ໃຫ້ ເຈົ້າໜ້າທີ່ ມາ ຮັກສາ ຄວາມສງົບ.
ທ່ານກ່າວ ຕື່ມອີກວ່າ ຢູ່ເມືອງເຊໂປນ ມີຊາວລາວ ນັບຖື ສາສນາ ຄຣິສຕຽນ ບໍ່ຕ່ຳກວ່າ 100 ຄອບຄົວ, ທີ່ຜ່ານມາ ບໍ່ໄດ້ຖືກ ເຈົ້າໜ້າທີ່ ຂັດຂວາງ ບໍ່ໃຫ້ ນັບຖື ສາສນາ ເພາະການ ນັບຖື ສາສນາ ເປັນສິດທິ ຂອງ ສ່ວນບຸກຄົນ, ມີພຽງແຕ່ ບໍ່ໃຫ້ເຜີຍແພ່ ຄຳສອນ ນັ້ນໃຫ້ ປະຊາຊົນ ໄປ ໃນວົງກວ້າງ.
ແຕ່ຕາມຣາຍງານ ຂອງຄນະ ກັມການ ເສຣີພາບ ໃນການເຊື່ອຖື ສາສນາ ຂອງ ສະຫະຣັຖ ອະເມຣິກາ ແລ້ວແມ່ນວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ຂອງ ສປປລາວ ຍັງຈຳກັດ ການນັບຖື ສາສນາ ຄຣິສຕຽນ ຂອງ ປະຊາຊົນ ລາວຢູ່ ເປັນຕົ້ນ ໃນກຸ່ມ ຊົນເຜົ່າ. ປັດຈຸບັນ ສປປລາວ ຖືກຈັດ ໃຫ້ຢູ່ໃນ ຂັ້ນທີ 2 ຄືຢູ່ໃນຂັ້ນ ທີ່ຈະຕ້ອງ ໄດ້ຕິດຕາມ ສິ້ງຊອມ ການ ປະຕິບັດ ສິດທິ ມະນຸດ ຢູ່ຕໍ່ໄປ.