ສິດທິຂອງປະຊາຊົນ ລາວ

ສິດນີ
2017.02.05
F-VT ໃຈກາງ ນະຄອນຫລວງ ວຽງຈັນ
RFA

ອົງການ ສິດເສຣີພາບ ຂອງ ປະຊາຊົນ ຫລື Freedom House ໄດ້ອອກ ບົດຣາຍງານ ໃນແຕ່ລະປີ ກ່ຽວກັບ ສິດເສຣິພາບ ຂອງ ປະຊາຊົນ ໃນທົ່ວໂລກ ຊື່ງ ໃນປີນີ້ ໄດ້ຈັດ ໃນອັນດັບ ສິດເສຣິພາບ ຂອງ ປະຊາຊົນລາວ ບໍ່ວ່າ ທາງດ້ານ ການເມືອງ ສື່ສັງຄົມ ແລະ ສິດທິອື່ນໆ ຢູ່ໃນຂັ້ນ ສຸດທ້າຍ ຫລືຕ່ຳສຸດ ໃນບັນດາ ປະເທດ ອາຊຽນ ທັງຫລາຍ.

ປະຊາຊົນລາວ ຍັງຖືກຈຳກັດ ດ້ານສິດເສຣີພາບ ຫຼາຍຢູ່ເປັນຕົ້ນ ສິດທິ ໃນການປາກເວົ້າ ການວິພາກວິຈານ ການຊຸມນຸມ ການນັບຖື ສາສນາ ແລະ ສິດທິ ຂັ້ນພື້ນຖານ ປະເພດຕ່າງໆ ທີ່ຫຼາຍປະເທດ ເຂົາມີ.

ແຕ່ໃນຂນະດຽວກັນ ກໍຍັງມີ ປະຊາຊົນ ບາງຄົນ ໃຫ້ຄວາມເຫັນວ່າ ໃນຊຸດ ຣັຖບານໃຫມ່ ກໍໄຄ່ແດ່ ເລັກນ້ອຍ ບາງເຣື້ອງ ກໍສາມາດ ອອກຄວາມຄິດ ຄວາມເຫັນໄດ້ ເປັນຕົ້ນ ການສ້າງສາ ພັທນາ ແລະ ການສໍ້ຣາຊບັງຫຼວງ ທາງການລາວ ກໍປະຕິບັດ ຕາມ ແຕ່ເຣື້ອງ ການເມືອງ ນັ້ນເວົ້າບໍ່ໄດ້. ດັ່ງ ປະຊາຊົນ ຄົນນຶ່ງ ເວົ້າວ່າ:

"ໄດ້ ຖ້າວ່ານະໂຍບາຍ ຕົວນັ້ນ ມັນອາດຜິດກັບ ປະຊາຊົນຫຼາຍ ປະຊາຊົນ ສາມາດເວົ້າໄດ້, ແຕ່ຖ້າວ່າ ນະໂຍບາຍນັ້ນ ມັນເປັນສີ່ງ ທີ່ດີແລ້ວ ກໍເປີດກວ້າງ ໃຫ້ແກ່ສັງຄົມ ມັນດີຢູ່ແລ້ວ ມັນຖືກັບ ພາກຣັດ ທີ່ເພີ່ນ ໄດ້ວາງອອກ ແລ້ວມັນເປັນ ກົດຣະບຽບ ເຮົາກໍຕ້ອງ ປະຕິບັດຕາມ ແຕ່ຖ້າວ່າ ການສະແດງ ທາງດ້ານການເມືອງ ກໍບໍ່ຄ່ອຍ ມີຫຼາຍ".

ທ່ານວ່າ ຜ່ານມາ ຣັຖບານ ກໍໄດ້ສົ່ງເສີມ ສິດທິປະຊາຊົນ ຕາມແຜນການ ຂອງຣັຖບານ ເປັນຕົ້ນສິດທິແມ່ຍິງ ສິດທິ ການເຂົ້າເຖິງ ການບໍຣິການ ທາງດ້ານ ການສຶກສາ ແລະ ສາທາຣະນະສຸກ ແຕ່ສຳລັບ ການເມືອງ ແລ້ວ ປັດຈຸບັນ ປະຊາຊົນລາວ ຍັງບໍ່ສາມາດ ແຕະຕ້ອງ ໄດ້ເທື່ອ. ສປປລາວ ຍັງເປັນ ປະເທດ ຜະເດັດການ ຢູ່ປະເທດນຶ່ງ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.