ຂ່າວຈາກ ທາງການລາວ ວັນທີ 1 ມີຖຸນາ 2014 ແຈ້ງວ່າ ຮອງ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ທ່ານ ສົມວັນດີ ນາທາວົງ ຖືກ ແຕ່ງຕັ້ງ ໃຫ້ ຮັບຕໍາແໜ່ງ ຜູ້ວ່າການ ແທນ ທ່ານ ສຸກັນ ມະຫາລາດ ທີ່ໄດ້ ເສັຽຊີວິດ ໄປໃນ ອຸບັດຕິເຫດ ເຮືອບິນ ກອງທັບ ອາກາດ ລາວ ຕົກ ທີ່ ແຂວງ ຊຽງຂວາງ ເມື່ອວັນທີ 17 ພຶສພາ ຜ່ານມາ.
ພິທີປະກາດ ແຕ່ງຕັ້ງ ດັ່ງກ່າວ ມີຂຶ້ນ ເມື່ອວັນທີ 29 ພຶສພາ ທີ່ ຫ້ອງວ່າການ ປົກຄອງ ນະຄອນ ຫລວງ ວຽງຈັນ ໂດຍມີ ທ່ານ ບຸນປອນ ບຸດຕະນະວົງ ກັມການ ກົມການ ເມືອງ ສູນກາງພັກ ເຂົ້າຮ່ວມນໍາ.
ໃນນັ້ນ ທ່ານ ບຸນປອນ ໄດ້ກ່າວ ໂດຍເນັ້ນ ເຖິງການ ເອົາໃຈໃສ່ ສຶກສາ ອົບຮົມ ດ້ານການເມືອງ ແນວຄິດ ຕິດຕາມ ກວດກາ ຕອບໂຕ້ ຂໍ້ມູລ ຂ່າວສານ ທີ່ບິດເບືອນ ຄວາມຈິງ ທີ່ ໃສ່ຮ້າຍ ປ້າຍສີ ແລະ ອື່ນໆ.
ພ້ອມດຽວກັນ ຂ່າວ ທາງການລາວ ກໍຣາຍງານ ຕື່ມວ່າ ໄດ້ມີການ ແຕ່ງຕັ້ງ ນາຍພົລ ສົມແກ້ວ ສີລາວົງ ເປັນ ຜູ້ວ່າການ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສະງົບ ແທນ ທ່ານ ທອງບັນ ແສງອາພອນ ເລຂາທິການ ສູນກາງພັກ ເມື່ອວັນທີ 30 ພຶສພາ 2014. ແລະ ນາຍພົລ ແສງນວນ ໄຊຍະລາດ ຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ເປັນຜູ້ວ່າການ ຣັຖມົນຕຣີ ແທນ ນາຍພົລ ດວງໃຈ ພິຈິດ ອະດີດ ກັມການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດ ລາວ.
