ໃນຕອນບ່າຍ ຂອງວັນທີ 18 ພຶສຈິກາ 2016 ນີ້, ກອງປະຊຸມ ສມັຍສາມັນ ເທື່ອທີ 2 ຂອງ ສະພາ ແຫ່ງຊາຕ ຊຸດທີ 8 ໄດ້ປິດລົງ ພາຍໃຕ້ການ ເປັນປະທານຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາ ແຫ່ງຊາຕລາວ. ດັ່ງ ຍານາງ ໄດ້ກ່າວປິດ ກອງປະຊຸມ ໃນຕອນນຶ່ງ ວ່າ:
"ມາ ຮອດນີ້ ໃນ ນາມ ປະ ທານ ກອງ ປະ ຊຸມ ຂ້າ ພະ ເຈົ້າ ຂໍ ປະ ກາດ ອັດ ກອງ ປະ ຊຸມ ສ ມັຍ ສາ ມັນ ເທື່ອ ທີ 2 ຂອງ ສະ ພາ ແຫ່ງ ຊາ ຕ ຊຸດ ທີ 8 ຢ່າງ ເປັນ ທາງ ການ ນັບ ແຕ່ ເວ ລານີ້ ເປັນ ຕົ້ນ ໄປ , ຂໍ ຂອບ ໃຈ".
ໃນຕອນຕົ້ນຂອງ ກອງປະຊຸມ, ມີຫລາຍບັນຫາ ທີ່ສຳຄັນ ໄດ້ຖືກ ຍົກຂຶ້ນມາ ຫາລື ເປັນຕົ້ນ ບັນຫາ ການສໍ້ຣາສ ບັງຫລວງ, ການນຳໃຊ້ ສານເຄມີ ໃນສວນກ້ວຍຂອງ ນັກລົງທຶນ ຈີນ ທີ່ສ້າງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຜູ້ຄົນ, ການເບີກຈ່າຍ ເງິນເດືອນ ພະນັກງານ ຄຣູ ຊັກຊ້າ, ການເອົາ ເສັ້ນທາງຫລວງ ໃຫ້ ເອກຊົນສັມປະທານ, ບັນຫາ ຣາຄາສິນຄ້າ ຖີບໂຕສູງຂຶ້ນ ບໍ່ສົມຄູ່ກັບ ເງິນເດືອນ ແລະ ບັນຫາອື່ນໆ ຊຶ່ງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ໃຫ້ຄຳໝັ້ນ ສັນຍາ ວ່າ ຄະນະ ຣັຖບານ ຂອງທ່ານ ຈະມີມາຕການ ແກ້ໄຂ ພິເສດ ແມ່ນຈະ ຮັບປະກັນ ການເບີກຈ່າຍ ເງິນເດືອນ ພະນັກງານ ຣັຖກອນ ໃນ ທົ່ວປະເທດ, ໂດຍສະເພາະພະນັກງານ ຄຣູ ໃຫ້ຕຣົງເວລາ ທຸກເດືອນ ແລະ ທັງວ່າຈະໃຫ້ ມີການປະຢັດ ຕ້ານ ການຟຸມເຟືອຍ ໃນອົງການ ຈັດຕັ້ງຣັຖ ທຸກຂັ້ນ, ເອົາມາຕການ ອັນເດັດຂາດ ຕໍ່ການຣະເມີດ ວິນັຍ ການເງິນ.
ກ່ຽວກັບເຣຶ່ອງດັ່ງກ່າວ ປະຊາຊົນລາວ ຈຳນວນນຶ່ງ ທີ່ຕິດຕາມ ກອງປະຊຸມ ສະພາ ແຫ່ງຊາຕ ກໍ່ເຫັນວ່າ ເປັນເຣື້ອງທີ່ດີ ທີ່ ຣັຖບານ ແລະ ສະພາ ແຫ່ງຊາຕ ຈະຮ່ວມ ກັນ ແກ້ບັນຫາ ຕ່າງໆ, ດັ່ງ ປະຊາຊົນ ທ່ານນຶ່ງ ເວົ້າວ່າ:
"ຄື ຢາກ ໃຫ້ ເພິ່ນ ຈິງ ຈັງ ຫັ້ນ ແຫຼະ ກ່ຽວ ກັບ ການ ສໍ້ ຣາ ສ ບັງຫຼວງ ນີ້ ນ່າ ເພາະ ວ່າ ມັນ ຊິ ມີ ຜົລກະ ທົບ ຕໍ່ ການ ເບີກ ຈ່າຍ ເງິນ ເດືອນ ຂອງ ພະ ນັກ ງານ ໄດ໋ . ລະ ກະ ອີກ ຢ່າງ ນຶ່ງ, ເງິນ ຄ ັງ ກະ ຊິບໍ່ ມີ ໃນ ການ ສ້ອມ ແຊມ ປະ ເທ ສ ຊາ ຕ ເຮົາ , ເປັນ ຕົ້ນ ກະ ພວກ ຖ ນົນ ຫົນ ທາງ ນີ້ ແຫຼະ ກະ ຍັງ ມີ ຫຼາຍ ໝູ່ ບ້ານ ຫຼາຍ ແຂວງ ທີ່ ວ່າ ມັນ ຂາດ ຫົນ ທາງ ທີ່ ວ່າ ໄດ້ ມາ ຕ ຖານ ໄດ້ ຄຸນ ນະ ພາບ ໜ້ອຍ ນຶ່ງ, ຫັ້ ນນ່າ".
ໃນຂນະດຽວກັນ ຊາວລາວອີກ ທ່ານນຶ່ງ ທີ່ແຂວງ ສວັນນະເຂດ ມີຄວາມເຫັນວ່າ ການ ສະແດງ ຄວາມຄິດເຫັນ ຂອງ ປະຊາຊົນລາວ ມີຄວາມ ສຳຄັນຫລາຍ ແລະ ຢາກໃຫ້ ພາກຣັຖ ແກ້ໄຂ ບັນຫານີ້ ເພາະ ໃນຣະຍະ ຜ່ານມາ ແມ່ນຍັງຖືກ ຈຳກັດ ຢູ່.
"ຈຸດ ສຳ ຄັນ ທີ່ ສຸດ ໃນ ນາມ ນ້ອງ ເປັນ ປະ ຊາ ຊົນ ນ້ອງ ກະ ມີ ແຕ່ ວ່າ ນະ ໂຍ ບາຍ ຕ່າງໆ ເນາະ ທາງ ຣັ ຖ ບານ ເພິ່ນ ມີ ເນາະ ກະ ຖື ວ່າ ກະ ມີ ບາງ ຢ່າງ ໃນ ໜ້ອຍ ນຶ່ງ ກະ ຍັງ ບໍ່ ທັນ ເປີດກວ້າງ ຈັ່ງ ຊີ້ ນ່າ ອ້າຍ . ກະ ຢາກ ໃຫ້ ເພິ່ນ ແກ້ໄຂ ໃນ ຈຸດນີ້".
ກອງປະຊຸມສະພາແຫ່ງຊາຕ ເທື່ອນີ້ ໄດ້ດຳເນີນໄປ ເປັນເວລາ 20 ມື້ ເຣີ່ມແຕ່ ວັນທີ 24 ຕຸລາ ຫາ 18 ພຶສຈິກາ.