ສະພາແຫ່ງຊາດລາວ ປິດ ກອງປະຊຸມ

ຈໍາປາທອງ
2019.06.26
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາຕລາວ ກ່າວປິດກອງປະຊຸມ ສມັຍສາມັນເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8 ວັນທີ 25 ມິຖຸນາ 2019
ຮູບພາບຈາກ : ປະເທດລາວ

ກອງປະຊຸມສມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຂອງ ສປປລາວ ໄດ້ປິດລົງ ໃນມື້ວັນທີ 25 ມິຖຸນາ 2019 ພາຍຫຼັງ 15 ມື້ທີ່ກອງປະຊຸມ ໄດ້ດຳເນີນມາ ໂດຍການເປັນປະທານ ຂອງ ຍານາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ມີທ່ານ ບຸນຍັງ ວໍລະຈິດ ຜູ້ນຳສູງສຸດ ຂອງພັກປະຊາຊົນ ປະຕິວັດລາວ, ປະທານ ປະເທດ ສປປລາວ ເຂົ້າຮ່ວມ, ຕາມຣາຍງານ ຂອງ ສື່ມວນຊົນ ຂອງ ທາງການລາວ ໃນມື້ວັນທີ 25 ມິຖຸນາ ນີ້.

ກອງປະຊຸມ ສະພາແຫ່ງຊາດເທື່ອທີ 7 ນີ້ ຣັຖບານໄດ້ສເນີ ຫຼາຍບັນຫາ ຊຶ່ງກ່ຽວຂ້ອງກັບວຽກງານ ຂອງຕົນ ທີ່ໄດ້ປະຕິບັດມາ ແລະຈະ ປະຕິບັດ ໃນຕໍ່ໜ້າ ຮວມທັງວຽກງານຂອງສານ ແລະ ອັຍການ ແລະ ສະມາຊິກສະພາແຫ່ງ ກໍໄດ້ຮັບຮອງເອົາບາງ ມາຕການເພີ່ມເຕີມ ເພື່ອມອບໃຫ້ຣັຖບານ ປະຕິບັດແຜນພັທນາເສຖກິຈ-ສັງຄົມ ແລະການດັດແກ້ແຜນງົບປະມານແຫ່ງຣັຖ 6 ເດືອນທ້າຍປີ 2019, ຮັບຮອງ ເອົາການຄຸ້ມຄອງ ການອອກໃບຕາດິນ ທັບຊ້ອນ ແລະ ມາຕການແກ້ໄຂ, ຮັບຮອງເອົາ ບົດຣາຍງານຂອງຣັຖບານ ກ່ຽວກັບການຟື້ນຟູປ່າ ແລະການປູກໄມ້ ແລະກ່ຽວກັບການພັທນາ ຊັພຍາກອນມະນຸດ ຕາມຂແນງການ ບຸຣິມະສິດ ໃນສາຂາວິຊາກະສິກັມ, ຄຣູ ແລະ ພຍາບານ.

ກອງປະຊຸມໄດ້ສເນີໃຫ້ຣັຖບານ ປະຕິບັດຫຼາຍຢ່າງ ໃນການບໍຣິຫານປະເທດ ຮວມທັງການຊີ້ນຳ ກະຊວງປ້ອງກັນຄວາມສງົບ ກ່ຽວກັບການ ປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ສືບສວນສອບສວນ, ດັ່ງທີ່ປະທານສະພາແຫ່ງຊາດ ກ່າວຕອນນຶ່ງວ່າ:

"ສເນີມາຍັງຣັຖບານ ຊີ້ນໍາກະຊວງປ້ອງກັນຄວາມສງົບ ເພີ່ມທະວີຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ສືບສວນ ສອບສວນ ໃຫ້ໄປຕາມກົດໝາຍ ທີ່ກໍານົດໄວ້.”

ໃນຂົງເຂດນິຕິກັມ ກອງປະຊຸມກໍໄດ້ພິຈາຣະນາ ແລະຮັບຮອງເອົາຮ່າງກົດໝາຍ 10 ສະບັບທັງສະບັບສ້າງໃໝ່ ແລະສະບັບປັບປຸງ ຕາມທີ່ ຍານາງ ປານີ ໄດ້ກ່າວ ໃນພິທີເປີດກອງປະຊຸມ ສະພາ ເທື່ອທີ 7 ນີ້ ຊຶ່ງໃນນັ້ນມີຮວມທັງ ຮ່າງກົດໝາຍ ວ່າດ້ວຍທີ່ດິນ ແລະກົດໝາຍ ວ່າດ້ວຍ ປ່າໄມ້ ສະບັບປັບປຸງ:

“ກອງປະຊຸມໄດ້ພິຈາຣະນາ ແລະຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບ ດ້ວຍຄະແນນສຽງສ່ວນຫຼາຍ ໃນນັ້ນມີກົດໝາຍ ໃນຂົງເຂດ ເສຖກິຈ-ການເງິນ ຈໍານວນ 6 ສະບັບ.”

ພ້ອມກັນນັ້ນ ສະມາຊິກສະພາແຫ່ງຊາດ ຍັງໄດ້ປະກອບຄໍາເຫັນ ໃສ່ຮ່າງມະຕິ ຂອງຄນະປະຈໍາສະພາແຫ່ງຊາດ ວ່າດ້ວຍຣະບຽບການ ປະເມີນ ຕໍ່ການປະຕິບັດໜ້າທີ່ ຂອງບຸຄລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ ເພື່ອເປັນບ່ອນອີງໃຫ້ຄນະ ປະຈໍາສະພາແຫ່ງຊາດ ໃນການປະຕິບັດໜ້າທີ່ ວຽກງານນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.