ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ຢືນຢັນ ວ່າ ຜູ້ທີ່ຕ້ອງ ໂທດ ໃນຄະດີ ຂ້າຄົນ ຢ່າງ ໂຫດຫ້ຽມ ຕ້ອງຖືກໂທດ ປະຫານ ຊີວິດ ເທົ່ານັ້ນ ເພາະ ເປັນການ ກະທໍາ ທີ່ ທ້າທາຍ ຕໍ່ ກົດໝາຍ ຢ່າງ ໜັກໜ່ວງ ແລະ ຖືວ່າເປັນ ອັນຕະລາຍ ຕໍ່ ສັງຄົມ.
ໃນ ປະຈຸບັນ ນີ້ ມັກເກີດ ເຫດ ການຄາຕກັມ ທີ່ ຮຸນແຮງ ຂຶ້ນ ຢ່າງຕໍ່ເນື່ອງ ຈົນ ເຮັດໃຫ້ ປະຊາຊົນ ໃນສັງຄົມ ອອກປາກ ຮຽກຮ້ອງ ໃຫ້ ລົງໂທດ ຕໍ່ ຜູ້ກະທໍາ ຄວາມຜິດ ທີ່ ໂຫດຫ້ຽມ ຢ່າງ ເດັດຂາດ. ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ຖ້າວ່າ ຄາດຕະກັມ ແບບນີ້ ລະແມ່ນ ກົດໝາຍ ຢູ່ລາວ ແມ່ນ ປະຫານ ຊີວິດ ພຸ້ນແຫລະ ຄາດຕະກັມ ທີ່ ຮ້າຍແຮງ ນີ້ ພວກເຮົາ ກໍຍັງ ປະຫານ ຊີວິດ ຄືເກົ່າ ຫັ້ນແຫລະ, ໂຕນີ້ ກໍເປັນ ອັນຕະລາຍ ຕໍ່ສັງຄົມ ຜ່ານມາ ນີ້ ກໍຫຼາຍເລື້ອງ ຢູ່".
ເມື່ອບໍ່ດົນ ມານີ້ ເກີດ ຄະດີ ຄາດຕະກັມ ຢູ່ລາວ 2 ກໍຣະນີ ເປັນຕົ້ນ ໃນ ວັນທີ 11 ຕຸລາ ເດັກນ້ອຍ ອາຍຸ 2 ປີ ແລະ 10 ປີ ຢູ່ ເມືອງ ອຸທຸມພອນ ແຂວງ ສວັນນະເຂດ ຖືກຜູ້ ເປັນ ນ້າບ່າວ ທີ່ ເມົາຢາບ້າ ໃຊ້ມີດ ປາດຄໍ ຈົນ ເສັຽຊີວິດ ແລະ ອີກ ກໍຣະນີ ນຶ່ງ ໃນວັນ ທີ 8 ຕຸລາ ເກີດເຫດ ຄົນຮ້າຍ ເມົາເຫລົ້າ ໃຊ້ມີດຟັນ ແມ່ຍິງ ພ້ອມທັງ ເດັກນ້ອຍ ຜູ້ຍິງ ອາຍຸ 6 ປີ ຈົນ ເສັຽຊີວິດ ຢ່າງ ໂຫດຫ້ຽມ ຢູ່ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ, ຊຶ່ງ ກໍຣະນີ ດັ່ງກ່າວ ເປັນສິ່ງທີ່ ສັງຄົມ ໃຫ້ ຄວາມສົນໃຈ ແລະ ມີການ ວິພາກ ວິຈານ ກັນຢູ່ ສື່ສັງຄົມ ອອນລາຍ.
ເຈົ້າໜ້າທີ່ ກ່າວ ອີກວ່າ ນອກຈາກ ຄະດີ ຄາດຕະກັມ ແລ້ວ ຜູ້ຕ້ອງຫາ ຄະດີ ຄ້າ ຢາເສບຕິດ ຣາຍໃຫຍ່ ຕ້ອງໄດ້ ຮັບໂທດ ສູງສຸດ ເຖິງຂັ້ນ ປະຫານ ຊີວິດ, ແຕ່ວ່າ ສໍາລັບ ຄະດີ ຄ້າ ຢາເສພຕິດ ຍັງບໍ່ມີ ຣາຍງານ ຜູ້ທີ່ຖືກ ປະຫານ ຊີວິດ ໃຫ້ ເປັນທີ່ ປະຈັກ ແກ່ສັງຄົມ ເຖີງວ່າ ສານ ຈະຕັດສິນ ປະຫານ ຊີວິດ ແລ້ວກໍຕາມ.
