ຄົນລາວ ສ່ວນໃຫຍ່ ໃຫ້ ຄຳເຫັນ ຕໍ່ ກໍຣະນີ ຮອງ ປະທານ ປະເທດ ວຽດນາມ ໄດ້ ຮຽກຮ້ອງ ໃຫ້ ສະພາ ແຫ່ງຊາດ ລາວ ສ້າງ ເງື່ອນໄຂ ພິເສດ ໃຫ້ ຊາວ ວຽດນາມ ຂໍ ສັນຊາດ ລາວ ໄດ້ ສະດວກຂຶ້ນ ວ່າ, ບໍ່ ສົມຄວນ ຣັຖບານ ບໍ່ຄວນ ອຳນວຍ ຄວາມສະດວກ ໃຫ້ ປະເທດ ໃດ ປະເທດ ນຶ່ງ ເປັນ ພິເສດ. ດັ່ງ ຄົນລາວ ນາງນຶ່ງ ເວົ້າວ່າ:
"ກໍຄືລາວ ຫັ້ນແຫລະ ຖ້າ ອຳນວຍ ໃຫ້ ວຽດ ຂ້ອຍ ກໍສົມມຸດ ບໍ່ຢາກ ເປັນ ຄົນລາວ ຂ້ອຍຢາກ ໄປເປັນຄົນ ມາເລເຊັຽ ສິງຄະໂປ ອີນໂດ ຂ້ອຍ ກະ ຢາກໄປ ເປັນຄົນ ປະເທດ ອື່ນ ເປັນໄປໄດ້ ບໍລະ ຄັນມັນມີ ເຊື້ອຊາດ ຢູ່ແລ້ວ ເຊື້ອຊາດ ກໍຄື ຖີ້ມ ໄດ້ຍາກ ຍົກເວັ້ນ ກໍຣະນີ ທັງຫມົດ 13 ປະເທດ ພ້ອມໃຈ ກັນ ວ່າຢາກ ປ່ຽນໄປ ເປັນຊາດ ໃດກໍໄດ້ ເຊີນປ່ຽນ ຈັ່ງຊີ້ມັນ ແຟ ແຕ່ເຈົ້າ ກັບ ຂ້ອຍ ມາລົມກັນ ສອງຄົນ ແລ້ວ ຈະເວົ້າກັນ ຈັ່ງຊີ້ ມັນເປັນ ໄປ ບໍ່ໄດ້ ດອກ".
ນາງ ກ່າວ ຕື່ມວ່າ ຄົນຕ່າງ ປະເທດ ສາມາດ ໂອນ ສັນຊາດ ມາເປັນ ຄົນລາວ ໄດ້ ແຕ່ຕ້ອງເຮັດ ຕາມ ຣະບຽບ ກົດຫມາຍ ແລະ ຖ້າ ເປັນໄປໄດ້ ຢາກ ໃຫ້ ຣັຖບານ ເອົາໃຈໃສ່ ດູແລ ປະຊາຊົນ ລາວ ກ່ອນ.
ກ່ຽວກັບ ບັນຫາ ດັ່ງກ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຍັງ ສະພາ ແຫ່ງຊາດ ເຈົ້າຫນ້າທີ່ ສະພາ ຊີ້ແຈງ ວ່າ ປັດຈຸບັນ ປະເທດ ລາວ ມີ ກົດໝາຍ ໃຫ້ ສັນຊາດ ແກ່ຄົນ ຕ່າງ ປະເທດ ທຸກ ປະເທດ ເປັນ ຫລັກການ ຊັດເຈນ ຢູ່ແລ້ວ. ດັ່ງ ທ່ານ ກ່າວວ່າ:
"ກໍບໍ່ແມ່ນ ແຕ່ຄົນ ວຽດນາມ ຄົນທົ່ວໄປ ຕ່າງປະເທດ ທີ່ມາ ດຳຣົງ ຊີວິດ ຢູ່ລາວ ນີ້ ໄດ້ ສັນຊາດ ໂດຍ ທົ່ວໄປແລ້ວ ແມ່ນ ເລັ່ງໃສ່ ນັກ ລົງທຶນ ຊ່ຽວຊານ ຫລື ວ່າ ເປັນນັກ ທຸຣະກິດ ແມ່ນ ເປົ້າຫມາຍ ທີ່ວ່າ ຂໍສັນຊາດ ໄດ້ ເພິ່ນ ມີຄຳເຫັນ ແລກປ່ຽນກັນ ຊື່ໆ ແຕ່ວ່າ ການ ປະຕິບັດ ກໍຕ້ອງ ເບິ່ງ ນິຕິກັມ ພາຍໃນ ປະເທດ ນີ້ແຫລະ".
ໃນ ສັປດາ ຜ່ານມາ ຍານາງ ຫງຽນ ທີອານ ຮອງ ປະທານ ປະເທດ ວຽດນາມ ໄດ້ມາ ຢ້ຽມຢາມ ສປປລາວ ແລະ ໄດ້ພົບປະ ກັບ ທ່ານ ໄຊສົມພອນ ພົມວິຫານ ຮອງ ປະທານ ສະພາ ແຫ່ງຊາດ ລາວ. ຍານາງ ໄດ້ ຮ້ອງຂໍ ໃຫ້ ສະພາ ແຫ່ງຊາດ ລາວ ອອກ ເງື່ອນໄຂ ພິເສດ ໃຫ້ ຊາວວຽດນາມ ໃນລາວ ຂໍ ສັນຊາດ ລາວ ໄດ້ ສະດວກ ຂຶ້ນ ແລະ ໄດ້ ຮັບຫນັງສື ອະນຸຍາດ ໃຫ້ ຢູ່ລາວ ແບບ ຖາວອນ.
