ທາງການຊອກຫາຜູ້ບິດເບືອນ ຂໍ້ມູນ

ສິດນີ
2016.10.27
F-xiengkhuang-market ຕະຫຼາດສົດ ທີ່ ແຂວງຊຽງຂວາງ
Screen captured visit Xiengkhuang video

ປັດຈຸບັນ ທາງການ ເມືອງຄຳ ແຂວງຊຽງຂວາງ ກຳລັງຊອກຫາ ຜູ້ເອົາຂ່າວ ເຣື້ອງພໍ່ຄ້າ ແມ່ຄ້າ ບໍ່ພໍໃຈ ທີ່ ຖືກໃຫ້ຍ້າຍ ໄປຂາຍຢູ່ ຕລາດ ຄົບວົງຈອນ ແກ້ວມະນີ ນັ້ນ ໄປເຜີຍແຜ່ ໃນ ສື່ສັງຄົມ ອອນລາຍ ຊື່ງ ທາງການ ຄິດວ່າ ເປັນການ ສ້າງຄວາມ ປັ່ນປ່ວນ ເພາະຄວາມຈິງ ພໍ່ຄ້າ ແມ່ຄ້າ ບໍ່ມີບັນຫາ ແນວໃດ. ດັ່ງ ເຈົ້າຫນ້າທີ່ ຫ້ອງການ ປົກຄອງ ເມືອງຄຳ ກ່າວໃນວັນ ທີ 27 ຕຸລາ ນີ້ວ່າ:

"ບາດນີ້ແນວຄິດ ປັ່ນປ່ວນແບບນີ້ ກໍຄິດຍາກຢູ່ ຈັກວ່າເປັນ ແນວໃດ ຍັງສືບ ຍັງທາວຫາ ວ່າແມ່ນ ຜູ້ໃດແທ້ ໄປອອກແນວຄິດ ຈັ່ງຊີ້ ໄປເຮັດໃຫຍ່ ເຮັດໂຕ ປານນີ້ນະ ກໍຢາກຊອກຫາ ວ່າຜູ້ໃດ ຈະໄດ້ຈັບ ພວກຄົນ ລົງເຟສ ນີ້ນະ".

ຍານາງກ່າວຕື່ມວ່າ ຜູ້ທີ່ເອົາຂ່າວ ໄປເຜີຍແຜ່ ອອນລາຍນັ້ນ ແມ່ນຜູ້ບໍ່ຮູ້ ຄວາມຈິງ ແລະມີແນວຄິດ ທາງບໍ່ດີ ຂະເຈົ້າ ພຍາຍາມສເນີ ຂ່າວວ່າ ທາງການ ໄດ້ບັງຄັບ ໃຫ້ພໍ່ຄ້າ ແມ່ຄ້າ ໄປຂາຍເຄື່ອງ ຢູ່ ຕລາດບ່ອນໃຫມ່ ຊຶ່ງຕ້ອງໄດ້ ເສັຽຄ່າເຊົ່າ ສູງກວ່າເກົ່າ. ແຕ່ຄວາມຈີງ ແລ້ວສາເຫດ ທີ່ທາງການ ໄດ້ໃຫ້ ພໍ່ຄ້າ ແມ່ຄ້າ ໄປຂາຍຢູ່ ຕລາດບ່ອນ ໃຫມ່ນັ້ນ ຍ້ອນຕລາດເກົ່າ ຈະປ່ຽນເປັນ ຄີວຣົດເມ ແຫ່ງໃຫມ່ ບໍ່ດັ່ງນັ້ນ ຈະບໍ່ມີ ບ່ອນຂາຍ ເຄື່ອງ ສ່ວນຄ່າເຊົ່າ ບ່ອນ ຂາຍນັ້ນ ທາງການ ໄດ້ຂໍຮ້ອງ ໃຫ້ເຈົ້າຂອງ ຕລາດ ຄິດໄລ່ ຄ່າເຊົ່າ ໂຕະລະ 4 ພັນກີບ ຕໍ່ມື້ ສ່ວນຫ້ອງ ຂາຍ ທີ່ຕິດກັບ ມູມນັ້ນ ປະມານ 10 ພັນກີບ ຕໍ່ມື້.

ພວກພໍ່ຄ້າແມ່ຄ້າ ຫຼາຍຄົນ ກໍພາກັນ ຍ້າຍໄປຂາຍ ຢູ່ ທີ່ນັ້ນແລ້ວ. ແຕ່ເຖິງຢ່າງໃດ ກໍຕາມ ທາງການລາວ ກຳລັງ ເຂັ້ມງວດ ຕໍ່ບຸກຄົນ ທີ່ສະແດງ ຄວາມຄິດເຫັນ ບໍ່ດີ ຕໍ່ພັກຣັດ ຜ່ານ ສື່ສັງຄົມ ອອນລາຍ ທີ່ ມີຫຼາຍຂຶ້ນ ໃນທຸກມື້ນີ້ ເປັນຕົ້ນ ໃນເດືອນ ກຸມພາ ຜ່ານມາ ຄົນງານລາວ ທີ່ເຮັດວຽກ ຢູ່ ໄທ ສາມຄົນ ກໍຖືກຈັບ ຫລັງຈາກ ທີ່ ພວກເຂົາ ໄປຢາມບ້ານ ຍ້ອນອອກ ຄວາມເຫັນ ຕິຕຽນ ພັກຣັດ ໃນເຄືອຂ່າຍ ອິນເຕິເນັດ ແລະ ວ່າງປີທີ່ ຜ່ານມາ ແມ່ຍີງ ທີ່ ແຂວງ ໄຊຍະບູຣີ ນາງນື່ງ ກໍຖືກ ເຈົ້າຫນ້າທີ່ ຈັບຍ້ອນເອົາ ຮູບພາບ ເຈົ້າຫນ້າທີ່ ຮັບສີນບົນ ໄປເຜີຍແຜ່ ໃນ ອີນເຕີເນັດ ແລະ ຍັງມີອີກ ຫຼາຍ ກໍຣະນີ.

ກ່ຽວກັບ ບັນຫາ ດັ່ງກ່າວ ບັນດາ ກຸ່ມປົກປ້ອງ ສິດທິມະນຸດ ກໍປະນາມ ຣັຖບານລາວ ວ່າ ການຈັບກຸ່ມ ຜູ້ອອກ ຄວາມເຫັນທີ່ ແຕກຕ່າງ ບໍ່ຄວນ ເປັນເຣື້ອງ ທີ່ ຮ້າຍແຮງ ຈົນເຖີງຂັ້ນ ເອົາໃສ່ຄຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.