ທາງການລາວ ຈະເປີດເຜີຍ ຜູ້ສໍ້ຣາສ ບັງຫຼວງ

0:00 / 0:00

ຮອງນາຍົກຣັຖມົນຕຣີ ຢືນຢັນວ່າ ການສໍ້ຣາສບັງຫລວງ ຈະຖືກເຜີຍແຜ່ອອກໃຫ້ສື່ມວລຊົນ ໃຫ້ສັງຄົມໄດ້ຮັບຮູ້, ແຕ່ໃນກໍຣະນີ ທີ່ກຽ່ວກັບ ຄວາມໝັ້ນຄົງຂອງຊາດ ຈະຖືກຍົກເວັ້ນ ໂດຍຈະເວົ້າກັນສະເພາະ ແຕ່ພາຍໃນອົງກອນເທົ່ານັ້ນ.

ທ່ານ ບູນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ປະທານຄນະກວດກາ ສູນກາງພັກ ປະທານອົງການກວດກາຣັຖບານ ແລະຫົວໜ້າອົງການ ຕ້ານການສໍ້ຣາສບັງຫລວງ ຂັ້ນສູນກາງ ຖແລງຢືນຢັນວ່າ ຄນະກັມມະການກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ມີມະຕິ ຕົກລົງ ມອບໝາຍໃຫ້ອົງການກວດກາ ພັກ-ຣັດ ເປັນພາກສ່ວນທີ່ຮັບຜິດຊອບ ໃນການພິຈາຣະນາ ຄົ້ນຄວ້າກຽ່ວກັບ ການນໍາສເນີ ແລະ ເຜີຍແຜ່ ການສໍ້ຣາສບັງຫລວງ ຂອງບັນດາພະນັກງານ ທົ່ວປະເທດ ແຕ່ວ່າຈະມີການຍົກເວັ້ນ ບາງກໍຣະນີ ຫລືຄະດີ ທີ່ຈະສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງຂອງຊາດ, ດັ່ງທ່ານ ກ່າວວ່າ:

"ອັນທີ່ໄດ້ເຊັນຮັບຮອງແລ້ວ ຈະໄດ້ເອົາອອກເປີດເຜີຍເປັນແຕ່ລະກໍຣະນີ ເພື່ອໃຫ້ສັງຄົມຮັບຊາບ ຜ່ານສື່ຕ່າງໆ ແຕ່ວ່າມັນກໍ່ຈະໄດ້ເລືອກເຟັ້ນ ເປັນບາງກໍຣະນີ ກໍ່ຕ້ອງຂື້ນກັບຂັ້ນເທິງ ອັນໃດທີ່ເຮົາຄວນເອົາອອກເປີດເຜີຍກວ້າງຂວາງ ແລະອັນໃດທີ່ເຮົາ ເວົ້າກັນຢູ່ພາຍໃນ ເພາະວ່າຜົນ ຂອງການກວດກາ ກ່ຽວກັບການສໍ້ຣາສບັງຫຼວງ ການປະຕິບັດໂຄງການຕ່າງໆ ທີ່ພວກເຮົາເຮັດຜ່ານມາ ມັນມີອັນລໍ່ແຫຼມຫຼາຍ ມັນພົວພັນ ກັບພະນັກງານການນໍາ ທັງວິຊາການ ທີ່ຈັດຕັ້ງປະຕິບັດ."

ພ້ອມນີ້ທ່ານຍັງກ່າວຕື່ມວ່າ: ຜົນຂອງການກວດສອບກໍ່ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງ ເຖິງການຮົ່ວໄຫຼດ້ານຣາຍຈ່າຍ ຊຶ່ງຕົ້ນຕໍແມ່ນຈ່າຍນອກ ແຜນ, ຈ່າຍໂຄງການນອກແຜນ, ຫົວໜ່ວຍລາຄາສູງ ຊຶ່ງພວກເຮົາຕ້ອງໄດ້ແກ້ໄຂ ຈຶ່ງຈະເຮັດໃຫ້ເມັດເງິນ ງົບປະມານ ມີການປະຢັດ, ຖືກນຳໃຊ້ ຢ່າງສົມເຫດສົມຜົນ ໜີ້ສິນຈະຢູ່ໃນອັດຕາ ທີ່ຄວບຄຸມ ພະນັກງານຣັຖກອນ ມີຄວາມໜັກແໜ້ນ ມີຈັນຍາບັນ, ມີຄວາມຊື່ສັດ ແລະໂປ່ງໄສ.

ຫລ້າສຸດອົງການກວດກາຣັຖບານ ໄດ້ກວດພົບໂຄງການ ນອກແຜນການຂອງ ຣັຖບານລາວ ໃນສົກປີ 2017 ຈຳນວນ 285 ໂຄງການ ທີ່ມີມູນຄ່າຫຼາຍກວ່າ 4,483 ຕື້ກີບ ຊຶ່ງບໍ່ເປັນໄປຕາມລະບຽບກົດໝາຍ ໃນດ້ານງົບປະມານ ຣາຍຮັບ-ຣາຍຈ່າຍ ແລະ ບໍ່ຜ່ານການຮັບຮອງ ຂອງສະພາແຫ່ງຊາດ ຊຶ່ງຍັງບໍ່ຮວມເຖິງຜົນເສັຽຫາຍ ທີ່ເກີດຂຶ້ນຈາກການລັກລອບຂົນສົ່ງໄມ້ ໄປຕ່າງປະເທດ ໃນມູນຄ່າເກີນກວ່າ 2,407 ຕື້ກີບ.